ປະ​ຫວັດ​ຄວາມ​ເປັນ​ມາ​ຂອງພຣະພຸດທະຮູບປາງຫ້າມຍາດ ໃນອູບມຸງນ້ອຍ

SA Game

Wat XiengThong

ມາ​ຮູ້​ຈັກ​ກັບທີ່ມາຂອງພຣະພຸດທະຮູບປາງຫ້າມຍາດ ໃນອູບມຸງນ້ອຍ ຂ້າງສິມວັດຊຽງທອງ ນະຄອນຫຼວງພຣະບາງ.

ໃນ​ຂໍ້​ມູ​ນ​ຂອງ​ພ​ຣະ​ພຸດ​ທະ​ຮູບ​ປາງ​ຫ້າມ​ຍາດ​ໃນ​ອູບ​ມຸງ​ນ້ອຍ ຍັງ​ມີ​ຫລາຍໆ​ຄົນ​ທີ່​ຍັງ​ບໍ່​ຮູ້ ແລະ ທັງ​ຍັງ​ບໍ່​ເຂົ້າ​ໃຈ​ແທ້ ແລະ ໃຫ້​ຂໍ້​ມູນ​ໄປ​ຕ່າງໆ​ນາໆ ທີ​ຜິດ​ພາດ ລວມ​ທັງຫລາຍໆຄົນ ແມ່ນແຕ່ນັກໄກ້ ຜູ້ນຳທ່ຽວກໍ່ຍັງມີຂໍ້ມູນຜິດໆ ທີອະທິບາຍຕໍແຂກໄປໄທມາ ທີມາຢ້ຽມຊົມວັດຊຽງທອງ ແຫ່ງນີ້ ມື້ນີ້ເລີຍຖືໂອກາດ ມາເວົ້າທີໄປທີມາຂອງພຣະພຸດທະຮູບຢືນອົງນີ້ ໃຫ້ຊາບໂດຍທົ່ວກັນ ດັ່ງນີ້ :

ໃນສະໄຫມນັ້ນເກີດມີການ ລະວັງ-ລະແວງ ລະຫວ່າງ ວັງຫລວງແລະວັງຫນ້າ ດັ່ງນັ້ນເຊື້ອພຣະວົງຂອງວັງຫນ້າ ຈຶ່ງໄດ້ມີການອົບພະຍົກ ປະມານ 20-30 ອົງ ໄປຢູ່ປະເທດໄທ ໃນຈຳນວນຍາດຕິວົງເຫລົ່ານັ້ນກໍ່ມີບັນດາ ເຈົ້າສະໄຫວ… ( ຕອນນັ້ນກໍ່ປາຍມານ 10 ປີ ) ໂດຍມີພໍ່ເຖົ້າປານ ຫນ້າວັດຄີລີ ຫລວງພຣະບາງ ນຳພາຄອບຄົວຍາດຕິວົງເຫລົ່ານັ້ນອົບພະຍົກລົງເຮືອໄປທາງນ້ຳໄປເມືອງປາກລາຍ ແລ້ວເຂົ້າໄປທາງຈັງຫວັດເລີຍ ແລ້ວຕໍ່ໄປທີບາງກອກ.

SA Game
Wat XiengThong

ຫລັງຈາກນັ້ນເຈົ້າສະໄຫວ ໄດ້ເປັນຜູ້ໃຫຍ່ ຮັບຣາຊການເປັນນາຍພົນ ເມື່ອໄດ້ມີໂອກາດກັບຄືນເມືອຍາມບ້ານເກີດເມືອງນອນ ( ປະມານປີ 1965 ? ) ເພິ່ນກໍ່ໄດ້ນຳເອົາພຣະພຸດທະຮູບປາງຫ້າມຍາດອົງຫນຶ່ງ ໄປຖວາຍເປັນພຸດທະຮູບຊາ ປະດິດສະຖານໄວ້ທີວັດຊຽງທອງ ແຫ່ງນັ້ນ ໂດຍມີເຈົ້າແຂວງຫລວງພຣະບາງ ຊື່ວ່າ ຫອມ ສູນດາຣາ ເປັນຝ່າຍຄະຣາວາດໃນການມອບຖວາຍໃນຄັ້ງນັ້ນ

ພົນຕຳຫລວດເອກສະໄຫວ ສະໄຫວແສນຍາກອນ ຊື່ເດີມແມ່ນ ເຈົ້າສຼີສະໄຫວ ເຊິ່ງເປັນຫລານແທ້ໆຂອງເຈົ້າມະຫາຊີວິດອຸ່ນຄຳ ພົນຕຳຫລວດເອກສະໄຫວ ສະໄຫວແສນຍາກອນ ທ່ານຄືນາຍທະຫານສື່ສານຄົນທຳອຶດແລະພຽງຄົນດຽວ ທີເຂົ້າໄປຮັບຕຳແຫນ່ງອະທິບໍດີກົມຕຳຫລວດ ແຫ່ງປະເທດໄທ ໂດຍມີມີຕຳແຫນ່ງ ໃນການຮັບຣາຊການໃນປະເທດໄທ ດັ່ງນີ້ :

  1. ຈະເຣທະຫານສື່ສານ (1946-1947)
  2. ເຈົ້າກົມທະຫານສື່ສານ (1947-1951)
  3. ແມ່ທັບພາກ II (1951-1954)
  4. ຜູ້ຊ່ອຍຜູ້ບັນຊາການທະຫານບົກ( 1954-1957) ພ້ອມກັບຮັບພຣະຣາຊທານຍົດພົນຕຳຫລວດເອກ ເມື່ອວັນທີ 30/10/1957.
  5. ຜູ້ວ່າການຣົຖໄພແຫ່ງປະເທດໄທ.
  6. ອະທິບໍດີກົມຕຳຫລວດ ແຫ່ງປະເທດໄທ.
SA Game
Wat XiengThong

ບິດາຂອງພົນຕຳຫລວດເອກສະໄຫວ ສະໄຫວແສນຍາກອນ ແມ່ນເຈົ້າສຼີສະນະໄຊ ເຊິ່ງເປັນໂອຣົສໃນພຣະເຈົ້າມະຫິນທະຣະເທບນິພາທອນ ( ອຸ່ນຄຳ ) ແລະເປັນພຣະຣາຊອະນຸຊາໃນພຣະເຈົ້າສັກກະຣິນ​ ( ຄຳສຸກ ) ເຊິ່ງມີອ້າຍນ້ອງຮ່ວມບິດາ ໄດ້ແກ່ :

– ເຈົ້າສີຼສະຫວັດ ມະຫິນທະຣະເທບ ( ເຂົ້າຮັບຣາຊການໃນໄທຍ ເປັນຂຸນສີສະຫວັດ ).
– ເຈົ້າສີຼສະໄຫວ.
– ເຈົ້າຍິງສຸດສະຫງວນ.
– ເຈົ້າຍິງຄຳຜິດ.
– ເຈົ້າສະຫວາດ

ຕອນຢູ່ປະເທດໄທ ທ່ານໃຊ້ຊື່ໃນເອກະສານວ່າ ສະໄຫວ ອຸ່ນຄຳ ແລ້ວຮັບຣາຊການເປັນຂຸນສະໄຫວແສນຍາກອນ ກ່ອນປ່ຽນນາມສະກຸນເປັນ ສະໄຫວແສນຍາກອນ ຕາມຣາຊທິນນະນາມ

ພັນລະຍາຂອງທ່ານຊື່ວ່າ : ສະອິ້ງ ສະໄຫວແສນຍາກອນ ( ນາມສະກຸນເດີມແມ່ນ ວັດທະນະພູຕິ)

ພົນຕຳຫລວດເອກສະໄຫວ ສະໄຫວແສນຍາກອນ ເກີດເມື່ອວັນທີ 08 ພິດສະພາ 1904 ມໍຣະນະກັມ 01 ກໍລະກົດ 1980 = ລວມອາຍຸໄດ້ 76 ປີ.

ຂໍ້ມູນໃດທີຍັງບໍ່ຄົບຖ້ວນ ຫລືຜິດພາດ ທ່ານໃດຮູ້ ກໍ່ຊ່ອຍແນະນຳມາດ້ວຍເດີ ເພື່ອຈະເຮັດໃຫ້ປະຫວັດທີມາທີໄປຂອງພຣະພຸດທະຮູບອົງນີ້ ຖືກຕ້ອງສົມບູນຍິ່ງໆຂຶ້ນ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີມະຫາວິຫາຣ.