ບໍ່​ທຳ​ມະ​ດາ! ຢາ​ພື້ນ​ເມືອງ​ລາວ​ສາ​ມາດ​ຊ່ວຍປົວ​ພະ​ຍາດ​ໂຄວິດ-19 ໄດ້

SA Game

laoedaily.com

​ປະ​ຊາ​ຊົນ​ຈ່ຳ​ນວນ​ໜຶ່ງ​ໄດ້​ນຳ​ໃຊ້ ຢາແຄບຊຸນ ປົວພະຍາດໂຄວິດຈາກຢາພື້ນເມືອງລາວແລ້ວກວ່າ 450 ຄົນ.

ຖື​ວ່າ​ເປັນ​ຂ່າວ​ທີ່​ໜ້າ​ຍິດ​ດີ ແລະ ກໍ​ເປັນ​ຂ່າວ​ດີ​ຫລາຍ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນ​ລາວ​ຂອງ​ພວກ​ເຮົາ, ທີ່​ຄົນ​ລາວ​ສາ​ມາ​ນຳ​ເອົາ​ຢ່າ​ພື້ນ​ເມື່ອງ​ມາ​ປັບ​ປຸງ​ນຳ​ໃຊ້​ເຂົ້າ​ໃນ​ການ​ປົວ​ພະ​ຍາດ​ທີ່​ກຳ​ລັງ​ລະ​ບາດ​ຢູ່​ໃນ​ສັງ​ຄົມ​ລາວ​ກໍ​ຄື​ທົ່ວ​ໂລກ​ໃນ​ປະ​ຈຸ​ບັນ​ນີ້, ແລະ ຄວາມ​ຕ້ອງ​ການ​ໃນ​ການ​ໃຊ້​ຢາ​ປົວ​ກໍ​ຍັງ​ຄົງ​ມີ​ຄວາມ​ຕ້ອງ​ການ​ຫລາຍ, ອີ​ກ​ຢ່າງ ປະ​ເທດລາວເຮົາມີພືດຜັກ, ຕົ້ນໄມ້ໃບຫຍ້າ ທີ່ສາມາດນຳມາປຸງແຕ່ງເປັນຢາພື້ນເມືອງປົວພະຍາດ ແລະ ມີສັບພະຄຸນຫຼາຍຢ່າງ.

ດັ່ງທີ່ຫຼາຍຄົນອາດໄດ້ຍິນຂ່າວມາແນ່ແລ້ວວ່າ ລາວເຮົາທົດລອງຢາປົວພະບາດໂຄວິດ 19 ໂດຍ ສປປ ລາວ ເຂົ້າໃນການປ້ອງກັນ ແລະ ປີ່ນປົວ ກໍຄືພືດທີ່ໃຊ້ເປັນຢາພື້ນເມືອງ 3 ຊະນິດ ຄື ລາຊາບີ, ຄາວທອງ ແລະ ກະຊາຍຂາວ ຈາກການຄົ້ນຄວ້າຂອງສະຖາບັນການແພດ ແລະ ຢາພື້ນເມືອງ ມີຂໍ້ມູນ ແລະ ຫລັກຖານການຄົ້ນຄວ້າທີ່ສອດຄ່ອງກັນວ່າສາມາດນໍາໃຊ້ເຂົ້າໃນການປ້ອງກັນ, ປີ່ນປົວ ແລະ ຢັບຢັ້ງເຊື້ອພະຍາດໂຄວິດ-19 ໄດ້ດີສົມຄວນ,

SA Game
laoedaily.com

ກະຊວງສາທາລະນະສຸກ ໄດ້ສັ່ງຊື້ຈາກສະຖາບັນດັ່ງກ່າວເພື່ອນໍາໄປແຈກຢາຍໃຫ້ບັນດາແຂວງໃນທົ່ວປະເທດເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະປີ່ນປົວພະຍາດໂຄວິດ-19 ໄປຄຽງຄູ່ກັບການປິ່ນປົວຜູ້ຕິດເຊື້ອຕາມອາການຂອງຄົນເຈັບທີ່ເຄີຍປະຕິບັດໄລຍະຜ່ານມາ.

SA Game
laoedaily.com

ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກຢັ້ງຢືນຕື່ມວ່າ ຢາພື້ນເມືອງ 3 ຊະນິດຄື ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ເປັນຢາທີ່ສາມາດສ້າງພູມຄຸ້ມກັນໃຫ້ຮ່າງກາຍໄດ້ ແຕ່ຢາເຫລົ່ານີ້ບໍ່ຄວນກິນເກີນ 7 ມື້ ຖ້າກໍລະນີຢາກກິນຕໍ່ຕ້ອງໄດ້ພັກ 3 ມື້ກ່ອນ ຫລືອາດປະຕິບັດຕາມຄຳແນະນໍາຂອງແພດໝໍຈີ່ງມີປະສິດທິຜົນດີທີ່ສຸດ.

ດັ່ງນັ້ນ, ເພື່ອຄວາມສະດວກໃນການນຳໃຊ້ ສະຖາບັນການແພດ ແລະ ຢາພື້ນເມືອງໄດ້ຄົ້ນຄວ້າ ແລະ ຜະລິດຢາ ຊະນິດແຄັບຊຸນເປັນຕົ້ນແມ່ນ ລາຊາບີ, ຄາວທອງ ແລະ ກະຊາຍຂາວ ອອກຮັບໃຊ້ສັງຄົມແລ້ວ.

SA Game
laoedaily.com

ຕາມການຖະແຫຼງຂ່າວຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໃນວັນທີ 7 ກັນຍາ 2021 ນີ້ໃຫ້ຮູ້ວ່າ: ຢາທີ່ຜະລິດຈາກຢາພື້ນເມືອງດັ່ງກ່າວ.

SA Game
laoedaily.com

ປະຈຸບັນແມ່ນໄດ້ຈັດສົ່ງໃຫ້ບັນດາແຂວງທີ່ມີການລະບາດເປັນຕົ້ນແມ່ນແຂວງສະຫວັນນະເຂດ, ຈໍາປາສັກ ແລະ ສາລະວັນ ເພື່ອປິ່ນປົວຄົນເຈັບຈໍານວນ 450 ຄົນ, ນອກຈາກນີ້ຍັງໄດ້ສົ່ງຢາພື້ນເມືອງທີ່ໄດ້ຮັບການຊ່ວຍເຫຼືອ ຈາກ ສປ ຈີນສົ່ງໃຫ້ບັນດາແຂວງທົ່ວປະເທດຈໍານວນຫນື່ງ, ຢາພື້ນເມືອງດັ່ງກ່າວນີ້ແມ່ນມີຜົນດີໃນການປ້ອງກັນ ແລະ ປິ່ນປົວພະຍາດທາງລະບົບຫາຍໃຈກໍ່ ຄືພະຍາດໂຄວິດ-19.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com