ວັດບ້ານອ່າງໃຫຍ່ ເປັນວັດເກົ່າແກ່ແຫ່ງໜຶ່ງທີ່ກ່ຽວພັນກັບປາບຶກນ້ຳຂອງ

SA Game

Houmphet Manisouk

ວັດໂພນສະຫວ່າງ ບ້ານອ່າງໃຫຍ່ ວັດທີ່ກ່ຽວພັນ ກັບປາບຶກ ຂອງແມ່ນ້ຳຂອງເມືອງວຽງຈັນ

ວັດແຫ່ງນີ້ໃນອະດິດແມ່ນເປັນວັດ ທີ່ຈະມີພິທີຜ່າອ່າງປາບຶກ ( ການຫາປາບຶກ ໃນນ້ຳຂອງ ) ແມ່ນເພິ່ນຈະມີພິທີຜ່າອ່າງປາປືກ ໃນໄລຍະຂອງ ເດືອນສາມເພັງ ຂອງທຸກໆປີ ໂດຍຈະມີເຈົ້າມະຫາຊີວິດ ຄື : ເຈົ້າມະຫາຊີວິດສີຼສະຫວ່າງວົງ ແລະເຈົ້າມະຫາຊີວິດສີຼສະຫວ່າງວັດທະນາ ບາງປີກໍ່ເຈົ້າມະຫາອຸປະຣາຊເພັດຊະຣາຊ ເພິ່ນກໍ່ຈະມາເຮັດພິທີຜ່າອ່າງປາປືກ ໃນບໍລິເວນຂອງວັດແຫ່ງນີ້ ໂດຍມີການຄົບງັນກັນ 7 ວັນ ແລະຈະເວລາ 3 ວັນໃນ 7 ວັນນັ້ນຜ່າອ່າງ ( ຫາປາປືກ )

ວັດໂພນສະຫວ່າງ ບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງເປັນວັດທີ່ເກົ່າແກ່ ເມື່ອ 13 ປີ ລົງຫລັງນັ້ນວັດແຫ່ງນີ້ແມ່ນມີຊື່ວ່າ ວັດບ້ານອ່າງໃຫຍ່ ເປັນວັດເກົ່າແກ່ ບໍ່ມີຂໍ້ມູນໃນການສ້າງໃນເມື່ອປີໃດ ? ເປັນວັດທີ່ກ່ຽວພັນ ຕິດພັນກັບປາປຶກ ຂອງແມ່ນ້ຳຂອງເມືອງວຽງຈັນ

ບໍລິເວນທີ່ມີຄົນເອົາເຮືອໄປຫາຫລາຍສຸດກໍ່ແມ່ນແຖວດອນຂວາຍປູ ເພາະບ່ອນທີ່ຕັ້ງຂອງດອນແຫ່ງນັ້ນ ທາງພຶ້ນນ້ຳຈະມີຖ້ຳ ທີ່ປາປືກອາໄສຢູ່ຫລາຍ ໃນໄລຍະເວລາຫາປາປືກນັ້ນຜູ້ຄົນ ຈະມີການຮ້ອງລຳທຳເພງ ມີການເຊິ້ງລຳ ໃສ່ຜູ້ແສ້-ຜູ້ສາວ ດັ່ງຕົວຢ່າງບາງຕອນ ທີ່ວ່າ :
SA Game
Houmphet Manisouk
– ປາປືກບ້ອນ ເອົາຫາງຂຶ້ນກ່ອນ ເຊືອກປໍປ່ອນພັ້ນ ກົມອຸ້ມລຸ້ມ ປຸ່ມປ້ານປຸ່ມ xີ ຍຸ້ມເອົາໂxຍ … ກອນເຊິ້ງເອົາປາປືກ ຈະເປັນຄຳເຮີະ ຄ້າຍຄືການເຊິ້ງບັ້ງໄຟ ເຊິ້ງບຸນຊ່ວງເຮືອ ປະມານນັ້ນແລ
ພິທີຜ່າອ່າງປາປືກ ແມ່ນບໍ່ມີມາດົນນານແລ້ວ ແຕ່ຊາວບ້ານແຖວນັ້ນກໍ່ຍັງເລົ່າເລືື້ອງທີ່ເກີດຂຶ້ນໃຫ້ລູກໃຫ້ຫລານໄດ້ຟັງສຶບຕໍ່ໆມາ ແມ່ນວ່າພິທີຜ່າອ່າງປາປືກບໍ່ມີໃຫ້ເຫັນແລ້ວ ຕົກມາຮອດປີ ຄສ 2015 ມາຮອດປັດຈຸບັນນີ້ ປີ 2022 ທາງວັດກໍ່ໄດ້ຈັດໃຫ້ມີພິທີປ່ອຍປາປືກລົງນ້ຳຂອງ ໃນມື້ເພັງເດືອນສາມ ໃນພິທີດັ່ງກ່າວທາງເຖົ້າແກ່ແນວໂຮມຈະກ່າວເຖິງເຫດການຕ່າງໆທີ່ເກີດຂຶ້ນໃນອະດິດ ຂອງບ້ານອ່າງໃຫຍ່ ທີ່ເພິ່ນຜ່າອ່າງປາປືກ ໃຫ້ລູກຫລານຟັງ
ການເຮັດພິທີລ້ຽງບ້ານ ຂອງບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແມ່ນທາງບ້ານຈະຈັດຂຶ້ນ 2 ຄັ້ງ ຕໍ່ປີ ດ່ັງນີ້ :
– ຄັ້ງທີ່ໜຶ່ງ ແມ່ນພິທີລ້ຽງຂຶ້ນ ໃນຍາມເດືອນສອງ ຕອນເອົາເຂົ້າຂຶ້ນເລົ້າແລ້ວ
– ຄັ້ງທີ່ສອງ ແມ່ນລ້ຽງລົງແມ່ນຈະຈັດຂຶ້ນໃນເດືອນຫົກເພັງ ເຊິ່ງຈະກົງກັບວັດພຸດຂອງທຸກໆປີ.
SA Game
Houmphet Manisouk
ປັດຈຸບັນນີ້ຜູ້ຄົນມັກຈະໄປວັດແຫ່ງນີ້ເພາະທ່ານ້ຳຂອງວັດແຫ່ງນີ້ແມ່ນທາງວັດຈະສ້າງຂັ້ນໄດ້ລົງໄປນ້ຳຂອງ ເພື່ອໃຫ້ຜູ້ຄົນນຳເອົາອາຫານໄປໃຫ້ປາທີ່ນ້ຳຂອງ ຫລືໄປໂຜດປູປາແລະສັດນ້ຳທັງຫລາຍລົງສູ່ນ້ຳຂອງ ສູ່ທຳມະຊາດ ເຊິ່ງເປັນການອະນຸລັກຮັກສາ ແລະໄຖ່ຊີວິດສັດທັງຫລາຍ ໃຫ້ສູ່ອິດສະຫລະພາບ ແລະສັດທັງຫລາຍເຫລົ່ານັ້ນກໍ່ຈະລອຍໄປສູ່ຖ້ຳສູ່ວັງນ້ຳທີ່ເປັນບ່ອນເຮືອນຮັງເພື່ອຄວາມປອດໄພຂອງສັດເຫລົ່ານັ້ນແລ ຂໍບຸນກຸສົນທີ່ພວກທ່ານໄດ້ອ່ານ ໄດ້ມີສ່ວນຮ່ວມໃນການໄປໂຜດສັດເຫລົ່ານັ້ນຈົ່ງກໍ່ເກີດທີ່ສິ່ງດີງາມ ຮຸ່ງເຮືອງໃນຊີວິດ ໄປໃສມາໃສກໍ່ຂໍໃຫ້ປອດໄພ ດັ່ງທ່ານໃຫ້ຊິວິດສັດເຫລົ່ານັ້ນດ້ວຍເທິ້ນ…
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ:  Houmphet Manisouk