ອານາຈັກສຸວັນນະໂຄມຄຳ ອານາຈັກທີ່ຈະເລີນຮຸ່ງເຮືອງເກົ່າແກ່ໃນອະດີດ

SA Game

Sourioudong Sundara

ອານາຈັກສຸວັນນະໂຄມຄຳເປັນຕົ້ນກຳເນີດຂອງອານາຈັກລາວລ້ານຊ້າງ ແລະ ອານາຈັກລ້ານນາ

ອານາຈັກສຸວັນນະໂຄມຄຳ ແມ່ນອານາຈັກທີ່ຈະເລີນຮຸ່ງເຮືອງເກົ່າແກ່ໃນອະດີດ ແລະ ເປັນຕົ້ນກຳເນີດຂອງອານາຈັກລາວລ້ານຊ້າງ ແລະ ອານາຈັກລ້ານນາ, ຮູບປັ້ນຫລໍ່ຂອງສົມເດັດພຣະເຈົ້າມະຫາຊີວິດສີຼສະຫວ່າງວົງສ໌ ທີ່ຫນ້າວັດສີຼເມືອງ ເມືອງສີຼສັດຕະນາຄ ນະຄອນຫລວງວຽງຈັນ ຫລໍ່ຂຶ້ນດ້ວຍທອງສຳຣິດ ທີ່ປະເທດສະຫະພາບໂຊຫວຽດ ເມື່ອປີ ຄສ 1975

ເມື່ອສຳເຣັດການຫລໍ່ແລ້ວກໍ່ເຄື່ອນຍ້າຍມາປະເທດລາວແລະປະດິດສະຖານໄວ້ທີ່ຫນ້າວັດສີຼເມືອງ ແລະຫໍພິພິທະພັນຫລວງພຣບາງ ເມື່ອປີ ຄສ 1976 ( ການຫລໍ່ໃນຄັ້ງນັ້ນ ແມ່ນຫລໍ່ ເປັນຈຳນວນ 2 ອົງຄ໌ ອົງຫນຶ່ງປະດິດສະຖານໄວ້ທີ່ນະຄອນຫລວງວຽງຈັນ ແລະອີກອົງຫນຶ່ງ ປະດິດສະຖານໄວ້ທີ່ຫລວງພຣະບາງ )

ຮູບປັ້ນຫລໍ່ນີ້ແມ່ນມີລັກສະນະທ່າຢືນ ມືຂວາຈັບປື້ມໃບລານ ທີ່ເປັນຂໍ້ຫລັກການ ລະບຽບຂອງລັດຖະທັມມະນູ ມືຊ້າຍຍົກຂຶ້ນພຽງຫູ ພຽງຕາ ເພື່ອມອບໃຫ້ປະຊາຊົນເຊິ່ງມີຄວາມຫມາຍໃນການສາບານ ສ່ວນແອວກໍ່ຄັດງ້າວ ໃສ່ຊຸດລາວພຶ້ນເມືອງ

SA Game
Art and Culture of Laos

ເຊິ່ງກ່ອນຫນ້ານັ້ນແມ່ນມີການຫລໍ່ຮູບປັ້ນຂອງສົມເດັດພຣະເຈົ້າສີຼສະຫວ່າງວົງສ໌ ທີ່ນະຄອນຫລວງວຽງຈັນ ເມື່ອປະມານປີ ຄສ 1968-1970 ແຕ່ຄະນະຜູ້ປັ້ນຫລໍ່ແມ່ນໄດ້ມີການຫລໍ່ຂຶ້ນແລ້ວ ແຕ່ເຈົ້າມະຫາຊີວິດສີຼສະຫວ່າງວັນທະນາ ເວົ້າວ່າຮູບປັ້ນນີ້ຄືບໍ່ຄືບິດາຂອງເຮົາເນາະ ເຊິ່ງເຮັດໃຫ້ຄະນະຜູ້ຈັດສ້າງແລະຫລໍ່ໃນຕອນນັ້ນ ບໍ່ກ້າເຮັດຫຍັງຕໍ່ ແລະຮູບປັ້ນອົງດັ່ງກ່າວ ທີ່ຍັງບໍ່ສົມບູນປານໃດນັ້ນ ກໍ່ຍັງເກັບໄວ້ໂຮງຫລໍ່ ບ້ານໂພນຕ້ອງ ນະຄອນຫລວງວຽງຈັນມາຮອດທຸກມື້ນີ້.

1. ໄດ້ມີການຄົ້ນພົບວັດຖຸບູຮານຕາມແຄມແມ່ນໍ້າຂອງ ແລະ ອະນຸລັກຮັກສາໄວ້ຢູ່ ວັດສຸວັນນະສີຣິໂຄມຄຳ ບ້ານຮົ່ມເຢັນ ເມືອງຕົ້ນເຜີ້ງ ແຂວງບໍແກ້ວ ຈຳນວນຫຼວງຫຼາຍ;
2. ຊາກວັດວາອາຮາມພະທາດນ້ອຍໄຫຍ່ຫັກພັງຢັ່ງຢາຍຕາມໝູ່ບ້ານ ຮົ້ວສວນ ທ້ອງທົ່ງນາ ແລະ ສວນກ້ວຍ;
3. ສີ່ງທີ່ຄົ້ນພົບ ແລະ ຮ່ອງຮອຍປະຫວັດສາດ ແມ່ນເປັນວັດຖຸພະຍານຫຼັກຖານອັນສຳຄັນທີ່ສຸດ ຄວນແກ່ການຮັກສາ ແລະ ຂື້ນທະບຽນເອົາໄວ້ເພື່ອສຶກສາຄົ້ນຄວ້າ;
4. ຕິດພັນກັບປະຫວັດພຣະເຈົ້າລ້ານຕື້ ພຣະພຸດທະຮູບຄຳ ທີ່ຈົມຢູ່ກາງລຳແມ່ນໍ້າຂອງລະຫວ່າງແຂວງບໍແກ້ວ ແລະ ຈັງຫວັດຊຽງຣາຍ, ຊື່ງໄຜໆກໍບໍສາມາດອະຣາທະນາອັງເຊີນຈາກນໍ້າຂອງຂື້ນມາໄດ້;
SA Game
Sourioudong Sundara
5. ປະຫວັດສາດແຫ່ງອະລິຍະທຳ ໄດ້ບົ່ງບອກເຖີງຄວາມຈະເລີນຂອງຊາດ, ພວກເຮົາລູກຫຼານຕ້ອງອະນຸລັກຮັກສາມໍລະດົກແຫ່ງຄວາມເປັນຊາດໃຫ້ຍືນຍົງ ວັດທະນາຖາວອນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Art and Culture of Laos and Sourioudong Sundara