ເຄື່ອນຍ້າຍພຣະຍານາກຄະຣາຊ ວັດສີຼບຸນເຮືອງເມືອງຕົ້ນເຜິ້ງແຂວງບໍ່ແກ້ວ

SA Game

Houmphet Manisouk

ພິທີ່ເຄື່ອນຍ້າຍພຣະຍານາກຄະຣາຊ ທີ່ສ້າງຂຶ້ນ ໂດຍພຣະອາຈານຂັດຕະຍະບາຣະມີ ທີ່ວັດສີຼບຸນເຮືອງເມືອງຕົ້ນເຜິ້ງ

 ໄດ້ມີການເຄື່ອນຍ້າຍພຣະຍານາກຄະຣາຊ ທີ່ມີການສ້າງຂຶ້ນ ໂດຍພຣະອາຈານຂັດຕະຍະບາຣະມີ ທີ່ວັດສີຼບຸນເຮືອງ ເມືອງຕົ້ນເຜິ້ງ ຂື້ນໃສລົດ ອອກຈາກ ຣັດຕະນະເຈດີສີຼບຸນເຮືອງ (ທາຕຸດອຍມ່ອນ ) ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວໃນວັນທີ 31 ພຶດສະພາ 2022 ກົງກັບວັນຂື້ນ 1 ຄ່ຳ ເດືອນ 7, ເຊິ່ງອອກມາແຕ່ວັນທີ 28/05/2022 ຜ່ານແຂວງຫລວງນ້ຳທາ ແຂວງອຸດົມໄຊ ແຂວງຫລວງພຣະບາງ ແຂວງວຽງຈັນ ແລະເດີນທາງຜ່ານເສັ້ນທາງດ່ວນວັງວຽງ-ນະຄອນຫລວງວຽງຈັນ ຜ່ານອຸໂມງທາງດ່ວນ (ແຕ່ຕ້ອງມີການຕັດສ້ຽນອອກເພາະຄວາມສູງຂອງພຣະຍານາກບໍ່ສາມາດຜ່ານເຂົ້າອຸໂມງໄດ້ )

ຕອນເຊົ້າວັນທີ 31/05/2022 ອອກຈາກວັງວຽງ ສູ່ນະຄອນຫລວງວຽງຈັນ ອອກຈາກທາງສີເກີດ ຜ່ານໄປເສັ້ນທາງດົງໂດກເຂົ້າສູ່ເສັ້ນທາງໃຫຍ່ ຜ່ານປະຕູໄຊ ແລະເສັ້ນທາງທ່າເດືອ ສູ່ເສັ້ນທາງບ້ານຫອມ ເຂົ້າສູ່ວັດໂພທອງ ໜອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເມື່ອເວລາປະມານ 15:45 ໂມງ.

( ພະຍານາກຄະຣາຊ 7 ສຽນ 7 ຂົດ ສູງ 7 ແມັດ ນ້ຳໜັກ 7 ໂຕນ ເດີນທາງຈາກ ວັດສີຼບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຖິງ ວັດປ່າໂພທອງ ໜອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ )
SA Game
Houmphet Manisouk
ພິທີການກຳນົດການຕ່າງໆປະກອບມີ :
1. ວັນອັງຄານ ຂຶ້ນ 1 ຄ່ຳ ເດືອນ 7 ກົງກັບ ວັນທີ 31 ພຶດສະພາ 2022 ຂະບວນເດິນທາງຂົນຍ້າຍຮູບປັ້ນພຣະຍານາກຄະຣາຊ ມາຮອດວັດໂພທອງ ຫນອງຄຳແສນ.
2. ວັນພຸດ ຂຶ້ນ 2 ຄ່ຳ ເດືອນ 7 ກົງກັບ ວັນທີ 01 ມີຖຸນາ 2022
– 09:00-12:00 ໂມງ ກະກຽມຄວາມພ້ອມຮູບປັ້ນພຣະຍານາກຄະຣາຊຂຶ້ນແທ່ນ.
– 14:00-17:00 ໂມງ ກະກຽມສະຖານທີເພື່ອຈະປະກອບພິທີກັມຕ່າງໆ.
3. ວັນພະຫັດ ຂຶ້ນ 3 ຄ່ຳ ເດືອນ 7 ກົງກັບວັນທີ 02 ມິຖູນາ 2022
– 07:30 ໂມງ ສູດບູຊາທິດທັງ 4 ແລະກະກຽມຕ້ອນຮັບຄະນະສົງແລະແຂກ
– 08:45 ໂມງ ເຕົ້າໂຮມແລະກຽມເຂົ້າຮ່ວມພິທີ.
– 09:09-10:00 ໂມງ ເລິ່ມພິທີ ໄຫວ້ພຣະຮັບສິນ ສູດມຸງຄຸລ ຟັງທັມມະເທສະຫນາ ບັນຍາບາາຣະມີ…
– 10:09-10:59 ໂມງ ສູດໄຊຍັນໂຕ ພິທີຍົກຮູບປັ້ນພຣະຍານາກຂຶ້ນແທ່ນ ແລະລົງເຄື່ອງມຸງຄຸລໃນໃນອົງພຣະຍານາກ.
– 11:00 ໂມງ ສຳເລັດພິທີ
– 11:09 ໂມງ ນິມົນພຣະສົງສັນເພນ.
– 11:22-13:00 ໂມງ ເຊີນແຂກແລະຜູ້ຄົນທັງຫລາຍທີີມາຮ່ວມພາເຂົ້າສາມັກຄີ.
– 14:00-17:00 ໂມງ ຕົບແຕ່ງແລະປະດັບປະດາເກັບລາຍລະອຽດຕ່າງໆ.
SA Game
Houmphet Manisouk

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  Houmphet Manisouk