ວັດຖໍ້າພະບາດພູສະພອງກຽມງານສົມໂພດພຣະພຸດທະຮູບ

SA Game

Media Laos

ກຽມງານສົມໂພດພຣະພຸດທະຮູບ ທີ່ວັດຖໍ້າພະບາດພູສະພອງ ເມືອງ ສາມັກຄີໄຊ

ໃນມື້ ວັນພຸດ ຂຶ້ນ 15 ຄໍ່າ ເດືອນ 5 ລາວ, ກົບກັບວັນທີ 5 ເມສາ 2023, ອົງການພຸດທະສາສະໜາສຳພັນລາວ ຮ່ວມກັບການຈັດຕັ້ງ ພັກ-ລັດ ເມືອງສາມັກຄີໄຊ ພ້ອມດ້ວຍຜູ້ເປັນເຈົ້າມູນລະສັດທາສ້າງພຣະພຸດທະຮູບ ແລະ ພໍ່ແມ່ປະຊາຊົນພາຍໃນ ແຂວງ ອັດຕະປື ເປັ້ນເຈົ້າຮ່ວມກັນນັ້ນໃຫ້ໄດ້ດຳເນີນໄປຕາມແຜນທີ່ວາງໄວ້, ເພື່ອເປັນການຕິດຕາມກວດການໃຫ້ແກ່ງານພຸດທະພິເສກສົມໂພດພຣະພຸດທະຮູບ ທີ່ວັດຖໍ້າພະບາດພູສະພອງ ລັດຕະນະຣາມ ບ້ານສີວິໄລ ເມືອງ ສາມັກຄີໄຊ.

ວັນທີ 31 ເມນາ 2023 ຄະນະຮັບຜິຊອບຊີ້ນໍາງານພຸດທະພິເສກສົມໂພດພຣະພຸດທະຮູບ ວັດຖໍ້າພະບາດພູສະພອງ ລັດຕະນະຣາມ ບ້ານສີວິໄລ ເມືອງ ສາມັກຄີໄຊ ເຊິ່ງນຳໂດຍ ທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງ ສາມັກຄີໄຊ ໄດ້ລົງເຄື່ອນໄຫວຕິດຕາມກວດກາສະຖານທີ່ກຽມຄວາມພ້ອມໃຫ້ແກ່ງານບຸນໃຫຍ່ພິທີສະເຫຼີມສະຫຼອງບຸນງານພຸດທະພິເສກສົມໂພດພຣະພຸດທະຮູບ

SA Game
Media Laos

ເຊິ່ງການຕິດຕາມກວດກາໃນຄັ້ງນີ້ ແມ່ນໄດ້ກວດກາບ່ອນສະຖານທີ່ຈອດລົດ, ສະຖານທີ່ປະຕິສັງຂອນພຣະພຸດທະຮູບ ແລະ ສະຖານທີ່ອ້ອມຮອບໃນບໍລິເວນການຈັດງານສະເຫຼີມສະຫຼອງ ເພື່ອໃຫ້ຮັກສາໄດ້ຄວາມສະອາດສວຍງາມ ແລະ ງານດັ່ງກ່າວ ແມ່ນຈະໄດ້ ຈັດຂຶ້ນໃນມື້ ວັນພຸດ ຂຶ້ນ 15 ຄໍ່າ ເດືອນ 5 ລາວ ພສ 2566 , ກົບກັບວັນທີ 5 ເມສາ 2023 ພສ 2566.

ທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງ ສາມັກຄີໄຊ ໄດ້ຢັ້ງຢືນໃນການກະກຽມຄວາມພ້ອມຕໍ່ງານສະເຫຼີມສະຫຼອງຄັ້ງນີ້ວ່າ: ມາຮອດປັດຈຸບັນການຫ້າງຫາກະກຽມພຸດທະພິເສກສົມໂພດພຣະພຸດທະຮູບ ທີ່ວັດຖໍ້າພະບາດພູສະພອງ ລັດຕະນະຣາມ ບ້ານສີວິໄລ ທາງອຳນາດການປົກຄອງສາມັກຄີໄຊ ແມ່ນໄດ້ມີຄວາມພ້ອມສູງສົມຄວນ (90%) ບັນຫາສຳຄັນແມ່ນສຳເລັດການສ້ອມແປງເສັ້ນທາງ

ໄດ້ກະກຽມໃນການເຕົ້າໂຮມປຶກສາຫາລືທາງອົງການພຸດທະສາສະໜາສຳພັນລາວ ເພື່ອກຳນົດວັນເວລາ, ໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດຊອບຝ່າຍສົງ ແລະ ຝ່າຍອຳນາດການປົກຄອງໃນຄະນະນຳພັກ-ລັດ ແມ່ນໄດ້ສຳເລັດໂດຍພື້ນຖານ ແລະ ສາມາດຮັບປະກັນໄດ້ໃນວັນສຳຄັນຄື: ໃຫ້ແກ່ງານພຸດທະພິເສກສົມໂພດພຣະພຸດທະຮູບ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດ ແລະ ຮັກສາໄດ້ວັດທະນະທຳອັດດີງາມ.

SA Game
Media Laos

ສະນັ້ນ, ຕໍ່ງານອັນສຳຄັນດັ່ງກ່າວ ທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງ ສາມັກຄີໄຊ ໄດ້ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທ່ານພຸດທະບໍລິສັດທັງຫຼາຍຮ່ວມງານບຸນ (ສົມໂພດພຣະ) ຢູ່ໃນທົ່ວແຂວງ ອັດຕະປື ຈົ່ງໄດ້ເຂົ້າຮ່ວມອະນຸໂມທະນາທຳບຸນຮ່ວມກັນ ໃຫ້ສົມກັບເປັນງານບຸນປາງໃຫຍ່ທີ່ອົງການພຸດທະສາສະໜາສຳພັນລາວ ແລະ ອຳນາດການປົກຄອງເມືອງ-ແຂວງ ອັດຕະປື ໄດ້ພ້ອມພຽງກັນຈັດຕັ້ງປະຕິບັດ, ທຸກພາກສ່ວນຕ້ອງໄດ້ເຂົ້າຮ່ວມເປັນເຈົ້າໂມທະນາປະກອບສ່ວນຕາມຄວາມສັດທາຂອງທຸກພາກສ່ວນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos