ຈັດແຂ່ງຂັນກິລາ ແລະ ຕະຫຼາດນັດວາງສະແດງຜະລິດຕະພັນ ຖວທ

SA Game

Lao National Radio

ກະຊວງຖະແລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດງານວາງສະແດງຜະລິດຕະພັນໃນຂົງເຂດ ຖວທ

ໃນວັນທີ 31 ມີນາ 2023 ທີ່ສະຖານີໂທລະພາບແຫ່ງຊາດລາວ, 3 ອົງການຈັດຕັ້ງມະຫາຊົນ, ກະຊວງຖະແລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດຂະບວນການແຂ່ງຂັນກິລາ ແລະ ຕະຫຼາດນັດວາງສະແດງຜະລິດຕະພັນໃນຂົງເຂດ ຖວທ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ, ພ້ອມດ້ວຍບັນ ດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ຈຸດປະສົງການຈັດງານໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງ, ຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ ເປັນຕົ້ນ: ວັນ ສ້າງ ຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ ຄົບ ຮອບ 68 ປີ ແລະ ວັນສ້າງຕັ້ງອົງການຈັດຕັ້ງມະຫາຊົນ ໃຫ້ເປັນຂະບວນຟົດຟື້ນ

ເວົ້າລວມ, ເວົ້າສະເພາະ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງ ຖວທ, ມະຕິກອງປະຊຸມໃຫຍ່ຂອງສາມອົງການຈັດຕັ້ງມະຫາ ຊົນກະຊວງ, ບັນດາແຜນດຳເນີນງານຂອງສາມອົງການຈັດຕັ້ງມະຫາຊົນ ໃນແຕ່ລະໄລຍະ, ແຜນພັດທະນາວຽກງານ ຖວທ ໃຫ້ປະກົດຜົນເປັນຈິງ.

SA Game
Lao National Radio

ນອກຈາກນີ້ ຍັງເປັນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນອົງການຈັດຕັ້ງມະຫາຊົນໃຫ້ ກາຍເປັນກຳລັງແຮງສັງລວມອັນສຳຄັນຂອງພັກ-ລັດໃນການປະກອບສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ພັດທະນາວຽກງານ ຖວທ ໃຫ້ບັນລຸຜົນຕາມລະດັບຄາດໝາຍທີ່ວາງໄວ້, ເປັນການປູກຈິດສຳນຶກໃຫ້ສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນ ສາມາດກໍາໄດ້ ແລະ ເປັນການລະລຶກເຖິງວັນສຳຄັນຂອງພັກ, ຂອງອົງການຈັດຕັ້ງມະຫາຊົນ, ເປັນການຝຶກຝົນຫຼໍ່ສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນ ຕາມທິດພັດທະນາຕົນເອງ 5 ຕ້ານທີ່ກະຊວງສຶກສາວາງອອກຄື:

ຄຸນສົມບັດສຶກສາ, ປັນຍາສຶກສາ, ສິລະປະສຶກສາ, ກຳມະສຶກສາ (ກີລາ) ແລະ ອອກແຮງງານສຶກສາ, ທັງເປັນການຊຸກ ຍູ້ສົ່ງເສີມຜະລິດຕະພັນຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີການພັດທະ ນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໃນໂອກາດນີ້ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ ໄດ້ໃຫ້ກຽດກ່າວເປີດງານຢ່າງເປັນທາງການ, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການຈັດ ງານໃນຄັ້ງນີ້ ເຊີ່ງຈະປະກອບສ່ວນສໍາຄັນໃນການ ສ້າງຈິດສຳນຶກໃຫ້ສະມາຊິກຂອງສາມອົງການຈັດຕັ້ງມະຫາຊົນກະຊວງ ຖວທ ສາມາດກຳໄດ້ ແລະ ເປັນການລະລຶກເຖິງວັນສຳຄັນຂອງພັກ, ຂອງສາມອົງການຈັດຕັ້ງມະຫາຊົນ, ທັງ ໄດ້ເຮັດໃຫ້ສະມາ ຊິກສາມອົງການຈັດຕັ້ງມະຫາຊົນ ໄດ້ພົບປະແລກປ່ຽນບົດຮຽນ ແລະ ຜະລິດຕະພັນຮ່ວມກັນ ແລະ ຈະເປັນຈຸດລິເລີ່ມຫົວຄິດປະດິດສ້າງໃນການສ້າງເສດຖະກິດ ກໍ່ຄືວິທີ ຫາລາຍໄດ້ສ້າງຄັ້ງຂອງສາມອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ.

SA Game
Lao National Radio

ສໍາລັບຂະບວນການແຂ່ງຂັນກິລາ ແລະ ຕະຫຼາດນັດວາງສະແດງຜະລິດຕະພັນໃນຂົງເຂດ ຖວທ ມີແຂ່ງຂັນກິລາ 2 ປະເພດ ຄື: ກິລາເປຕັງ ແລະ ກິລາບານເຕະ, ໃນນີ້ ກິລາເປຕັງມີນັກກິລາເຂົ້າຮ່ວມແຂ່ງຂັນ 27 ທີມ ແລະ ບານເຕະ ມີ 2 ທີມຄື:

ທີມນັກກິລາຂອງສາມອົງການຈັດຕັ້ງມະຫາຊົນກະຊວງ ຖວທ ແລະ ທີມນັກກິລາບານ ເຕະຂອງສາມອົງການຈັດຕັ້ງສູນກາງຊາວໜຸ່ມ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ສ່ວນງານຕະຫຼາດນັດວາງສະແດງຜະລິດຕະພັນ ມີບັນດາກົມ, ສະຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດ ເຂົ້າຮ່ວມວາງສະແດງ ທັງໝົດ 24 ພາກສ່ວນ, ລວມມີ 28 ບູດ, ໃນນັ້ນພິເສດພາກທຸລະກິດຄືກາເຟພູເບຍ ກໍ່ເຂົ້າຮ່ວມ. ນອກຈາກນີ້ ພາຍໃນງານຍັງມີຂະບວນການສະແດງສິລະປະ:ຈະມີການສະແດງບົດຟ້ອນ, ບົດລຳ, ລະຄອນ ແລະ ກິດຈະກໍາເທິງເວທີຕະຫຼອດວັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio