ການຂົນສົ່ງຂອງທາງລົດໄຟ ຈີນ-ລາວ ຄື “ໜຶ່ງແລວໜຶ່ງເສັ້ນທາງ”

SA Game

ຂ​ປ​ລ

ການຂົນສົ່ງຂອງທາງລົດໄຟ ຈີນ-ລາວ ເປັນຮູບແບບໃໝ່ດ້ານການຮ່ວມມື

ຕ້ອງຍອມ​ຮັບ​ວ່າ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ເສັ້ນ​ທາງ​ໜຶ່ງ​ທີ່​ດີ​ທີ່​ສຸດ​ໃນ​ການ​ຂົນ​ສົ່ງ ແລະ​ໂດຍສານ​ໃນ​ປະ​ຈຸ​ບັນ, ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຫວ່າງມໍ່ໆມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ເປັນປະທານຈັດກອງປະຊຸມເປິກສາຫາລື ແລະຊຸກຍູ້ວຽກງານທາງລົດໄຟ ຈີນ-ລາວ ໂດຍກ່າວວ່າ: ຕ້ອງຍົກສູງປະສິດທິພາບ ແລະຄວາມສາມາດ ສັງລວມຂອງທາງລົດໄຟ ລາວ-ຈີນ, ຮັບໃຊ້ສະພາບລວມດ້ານການກໍ່ສ້າງ ປະຊາຄົມຮ່ວມຊາຕາກຳ ລາວ-ຈີນ ຢ່າງແທ້ຈິງ.

ນັບແຕ່ທາງລົດໄຟ ຈີນ-ລາວ ເປີດນຳໃຊ້ເປັນຕົ້ນມາໄດ້ສ້າງຄວາມສະ ດວກຢ່າງຫລວງຫລາຍໃຫ້ແກ່ການແລກປ່ຽນກັນທາງດ້ານເສດຖະກິດ, ການທ່ອງທ່ຽວ ແລະວັດທະນະທຳ ລະຫວ່າງສອງປະເທດ ເຊິ່ງບໍ່ພຽງແຕ່ ໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງປະເທດເທົ່ານັ້ນ, ຍັງໄດ້ ສະໜັບສະໜູນການພັດທະນາເສດຖະກິດສັງຄົມຂອງປະເທດລາວ ຢ່າງເຂັ້ມແຂງອີກດ້ວຍ. ບົນພື້ນຖານດັ່ງກ່າວ, ການຍົກສູງປະສິດທິພາບ ແລະຄວາມສາມາດດ້ານການຂົນສົ່ງຂອງທາງລົດໄຟຈີນ-ລາວ ຢ່າງບໍ່ຢຸດຢັ້ງ ໄດ້ກາຍເປັນຄວາມຮັບຮູ້ຮ່ວມຂອງລັດຖະບານ ກໍຄືປະຊາຊົນສອງປະເທດ.

SA Game
ຂ​ປ​ລ

ໃນດ້ານການຂົນສົ່ງຜູ້ໂດຍສານ, ນັບແຕ່ເປີດນຳໃຊ້ເປັນເວລາຫລາຍກວ່າ 1 ປີມານີ້, ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟ ຈີນ-ລາວ ໄດ້ທະລຸ 10.000.000 ເທື່ອຄົນ. ວັນທີ 4 ມີນານີ້, ການຂົນສົ່ງຜູ້ໂດຍສານຂອງທາງລົດ ໄຟ ຈີນ-ລາວ ພາຍໃນມື້ໜຶ່ງໄດ້ທະລຸ 10.000 ຄົນເຊິ່ງເປັນການສ້າງສະຖິຕິ ໃໝ່. ການຄົມມະນາຄົມທີ່ສະດວກວ່ອງໄວໄດ້ດຶງດູດນັກທ່ອງທ່ຽວ ຈຳນວນ ຫລວງຫລາຍມາທ່ຽວປະເທດລາວ.

ໃນປີ 2022, ນັກທ່ອງທ່ຽວຕ່າງປະເທດ ທີ່ມາທ່ຽວ ນະຄອນຫລວງວຽງຈັນ ປະເທດລາວມີຫລາຍກວ່າ 600.000 ເທື່ອຄົນ ເຊິ່ງເກີນຕົວເລກຄາດຄະເນໄວ້ຫລາຍກວ່າ 1 ເທົ່າ.

ໃນດ້ານການຂົນສົ່ງສິນຄ້າ, ທາງລົດໄຟ ຈີນ-ລາວ ໄດ້ດຳເນີນມາເປັນ ເວລາ 15 ເດືອນແລ້ວ, ປັດຈຸບັນ, ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາຍ ແດນໄດ້ປົກຄຸມ 10 ກວ່າປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.

ຈຳນວນຖ້ຽວລົດໄຟໄດ້ເພີ່ມຂຶ້ນຈາກສະເລ່ຍ 2 ຖ້ຽວຕໍ່ມື້ເປັນ 12 ຖ້ຽວຕໍ່ມື້. ສິນຄ້າໄດ້ເພີ່ມຂຶ້ນຈາກ 100 ກວ່າຊະນິດໃນເບື້ອງຕົ້ນເປັນ 2.000 ກວ່າຊະ ນິດໃນປັດຈຸບັນເຊັ່ນ: ສິນຄ້າເອເລັກໂຕຣນິກ, ເຄື່ອງຜະລິດໄຟຟ້າດ້ວຍ ແສງຕາເວັນ, ໝາກໄມ້ແຊ່ເຢັນ ແລະອື່ນໆ.

ປະລິມານ ແລະຄຸນນະພາບ ດ້ານການຂົນສົ່ງຂອງທາງລົດໄຟ ຈີນ-ລາວ ໄດ້ຍົກສູງຂຶ້ນໄປພ້ອມໆກັນ, ບົດບາດດ້ານການຂົນສົ່ງຂອງທາງລົດໄຟສາຍນີ້ກໍນັບມື້ນັບພົ້ນເດັ່ນຂຶ້ນ.

ປີນີ້ແມ່ນປີທີ່ຈີນ ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ໃນບົດລາຍງານວຽກງານລັດຖະບານຂອງກອງປະຊຸມ ສອງສະພາຂອງ ຈີນ ໃນປີນີ້ກໍໄດ້ລະບຸຫລາຍເທື່ອວ່າ: ຈີນຈະເພີ່ມທະວີການເປີດປະຕູສູ່ພາຍ ນອກຕື່ມອີກ, ປະຕິບັດຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນ ທາງ” ໃຫ້ເຂົ້າສູ່ລວງເລິກ. ໃນຖານະເປັນແບບຢ່າງທີ່ມີຊີວິດຊີວາໃນການ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະຊົມໃຊ້ຜົນປະໂຫຍດຮ່ວມ ກັນ, ທາງລົດໄຟ ຈີນ-ລາວ ໄດ້ກາຍເປັນໂຄງການທີ່ເປັນສັນຍະລັກຂອງ ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.

SA Game
ຂ​ປ​ລ

ພາຍໃຕ້ບົດບາດການເປັນແບບຢ່າງ ທີ່ດີຂອງທາງລົດໄຟ ຈີນ-ລາວ, ການທົດລອງນຳໃຊ້ທາງລົດໄຟຄວາມໄວສູງ ຈາກາກຕາ-ບັນດຸງ ຂອງອິນໂດເນເຊຍ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ການສ້າງທາງລົດໄຟ ຈີນ-ໄທ ໄດ້ເລັ່ງຄວາມໄວການກໍ່ສ້າງ, ຄວາມກະຕືລືລົ້ນ ໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງປະເທດຕ່າງໆໃນ ພາກພື້ນໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ.

ທາງລົດໄຟ ຈີນ-ລາວ ໄດ້ສ້າງເສັ້ນທາງແຫ່ງຄວາມສຸກໃຫ້ແກ່ປະຊາຊົນ ຈີນ ແລະລາວ, ໃນອະນາຄົດ, ຈີນຈະສືບຕໍໍ່ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຊື່ອມຈອດກັບຍຸດທະສາດການພັດທະນາ ຂອງຝ່າຍຕ່າງໆຢ່າງຕັ້ງໜ້າ, ເພີ່ມພະລັງໃໝ່ໃຫ້ແກ່ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງອາຊີປາຊີຟິກ ກໍຄືທົ່ວໂລກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ