ລາຄານໍ້າມັນຂື້ນສົ່ງຜົນກະທົບຕໍ່ການສະໜອງໃນ ສປປ ລາວຢ່າງ​ໜັກ.

SA Game

ເຮຮາການເງິນ

ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ຈາກ​ຕ່າງ​ປະ​ເທດ​ສົ່ງ​ຜົນ​ກະ​ທົບ​ຕ​ໍ່ ສ​ປ​ປ ລາວ ຈາກລາຄານໍ້າມັນໃນຕະຫຼາດໂລກ​ທີ່ເໜັງຕີງ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ຄຳແພງ ໄຊສົມແພງ, ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບສະພາບລາຄານໍ້າມັນເຊື້ອໄຟຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍ ໃນວັນທີ 13 ມີນາ 2022 ນີ້ໃຫ້​ຮູ້ວ່າ: ສປປ ລາວ ເປັນປະເທດນໍາເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ 100%, ລາຄານໍ້າມັນເຊື້ອໄຟພາຍໃນປະເທດ ແມ່ນຖືກກໍານົດໂດຍກົນໄກການເໜັງຕີງຂຶ້ນ-ລົງຂອງລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ.

ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ການເໜັງຕີງຂອງລາຄານໍ້າເຊື້ອໄຟໃນຕະຫລາດໂລກ ກໍໄດ້ຖີບໂຕສູງຂຶ້ນຈົນມາເຖິງທ້າຍເດືອນກຸມພາ ແລະ ມາຮອດປັດຈຸບັນ ທີ່ສະຖານະການຄວາມຕ້ອງການນໍ້າມັນເຊື້ອໄຟໂລກສູງຂຶ້ນ, ແຕ່ກໍາລັງການຜະລິດລວມຂອງກຸ່ມປະເທດຜະລິດນໍ້າມັນເຊື້ອໄຟ ພັດບໍ່ໄດ້ເພີ່ມຂຶ້ນ ເພື່ອຮອງຮັບຢ່າງພຽງພໍ ບວກກັບສະພາບຄວາມຂັດແຍ້ງທາງເສດຖະກິດຂອງປະເທດມະຫາອຳນາດ ແລະ ຂໍ້ຂັດແຍ້ງອື່ນໆ.
SA Game
ເຮຮາການເງິນ

ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍັງໃຫ້ຮູ້ວ່າ:

ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນ ແນ່ນອນວ່າ ມັນໄດ້ສົ່ງຜົນໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາ ກໍໄດ້ປັບຂຶ້ນເປັນເຊັ່ນດຽວກັນ ເຊິ່ງການປັບລາຄາໃນຄັ້ງວັນທີ 10 ມີນາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ, ເຖິງວ່າການປັບລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ຂຶ້ນ 1.710 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 1.430 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 1.570 ກີບ/ລິດ ແລ້ວກໍຕາມ.

ແຕ່ດ້ວຍປັດໄຈທີ່ກ່າວມາຂ້າງເທິງ ບັນດາໂຮງກັ່ນນໍ້າມັນ ແລະ ຜູ້ສະໜອງລາຍໃຫຍ່ ກໍບໍ່ສາມາດສະໜອງຕາມປະລິມາຄວາມຕ້ອງການໄດ້ ເນື່ອງຈາກສະຖານະການທີ່ບໍ່ແນ່ນອນ ບວກກັບຕົ້ນທຶນການຂົນສົ່ງນໍ້າມັນດິບຍັງສູງ, ບາງໂຮງກັ່ນ ກໍໄດ້ກັກຕຸນເພື່ອຂາຍໃນຍາມຈຳເປັນ ແລະ ເວລາທີ່ລາຄາສູງກວ່າ.

ພ້ອມກັນນີ້, ບັນດາບໍລິສັດຜູ້ນໍາເຂົ້ານ້ຳມັນເຊື້ອໄຟ ຂອງລາວເຮົາກໍປະສົບບັນຫາດັ່ງກ່າວ ໂດຍບໍ່ສາມາດນໍາເຂົ້າໄດ້ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າ ຫລື ມີການຊຳລະເງິນຄ່ານ້ຳມັນເຊື້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບຂຶ້ນທຽບກັບລາຄາໂລກ ເຮັດໃຫ້ບໍລິສັດຕ້ອງດຳເນີນທຸລະກິດໃນສະພາບຂາດທຶນ, ຈໍານວນນໍາເຂົ້າທີ່ຫລຸດລົງການນໍາມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງໄປນຳ ເຊິ່ງເປັນເຫດຜົນເຮັດໃຫ້ປໍ້ານໍ້າມັນເຊື້ອໄຟບາງປໍ້າ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈິ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫລື ໄດ້ຈຳໜ່າຍໝົດກ່ອນການສະໜອງ.

SA Game
ເຮຮາການເງິນ

ໂອກາດນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຂໍຮຽກຮ້ອງມາຍັງບັນດາຜູ້ປະກອບການທັງໝົດ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟເອົາປຽບຜູ້ຊື້ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ ແລະ ຫລາຍຄົນກໍພົບກັບສະພາບຂໍ້ຫຍຸ້ງຍາກຫລາຍຢ່າງທີ່ມາພ້ອມກັບໂຄວິດ-19. ພ້ອມກັນນັ້ນ, ກໍຊ່ວຍເປັນຫູເປັນຕາ ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ທ່ານສາມາດໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ WWW.lcp.gov.la ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມກົດໝາຍ ແລະ ລະບຽບການ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຫນັງສືພິມ ປະເທດລາວ