ປິດ​ກິດ​ຈະ​ການ! ຫລາຍ​ປ້ຳ​ນ້ຳ​ມັນ​ໃນ ສ​ປ​ປ ລາວ​ ປິດ​ລົງ​ຍ້ອນ​ນ້ຳ​ເຂົ້າ​ບໍ່​ພຽງ​ພໍ

SA Game

TARGET Magazine

​ຕ້ອງ​ການ​ຫລາຍ ນຳ​ເຂົ້າ​ໜ້ອຍເປັນ​ເຫດ​ໃຫ້ຫຼາຍປໍ້ານໍ້າມັນ ຢູ່ລາວ ໄດ້ປິດລົງ

ເລີມ​ເດືອດ​ຮ້ອນ​ແລ້ວ ການສະໜອງນ້ຳມັນເຊື້ອໄຟໃນ​ຫລາຍໆ​ປ້ຳບໍ່ພຽງພໍຕໍ່​ການ​ສະ​ໜອງ​ໃຫ້​ຜູ້​ຊົມ​ໃຊ້, ໃນໄລຍະຜ່ານມາ, ບັນດາບໍລິສັດ ຜູ້ນໍາເຂົ້ານ້ຳມັນເຊື້ອໄຟ ຂອງລາວ ໄດ້ປະສົບບັນຫາສະພາບລາຄາ ແລະ ການສະໜອງນ້ຳມັນເຊື້ອໄຟບໍ່ພຽງພໍ ເນື່ອງຈາກການເໜັງຕີງຂອງລາຄານໍ້າເຊື້ອໄຟໃນຕະຫລາດໂລກ ໄດ້ຖີບໂຕສູງຂຶ້ນເລື້ອຍໆ, ແຕ່ກໍາລັງການຜະລິດລວມຂອງກຸ່ມປະເທດຜະລິດນໍ້າມັນເຊື້ອໄຟ ພັດບໍ່ໄດ້ເພີ່ມຂຶ້ນ.
ເຊິ່ງມັນເຮັດໃຫ້ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ບໍ່ສາມາດນໍາເຂົ້າໄດ້ຕາມປະລິມານຄວາມຕ້ອງການ ເນື່ອງຈາກຕ້ອງໄດ້ຊຳລະເງິນຄ່ານ້ຳມັນເຊື້ອໄຟໃນມື້ນຳເຂົ້າ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ໄດ້ປັບຂຶ້ນ ເມື່ອທຽບກັບລາຄານ້ຳມັນໂລກທີ່ປັບຂຶ້ນຕະຫຼອດເວລາ, ເຮັດໃຫ້ບໍລິສັດຕ້ອງດຳເນີນທຸລະກິດ ໃນສະພາບຂາດທຶນ ແລະ ເຮັດໃຫ້ຈໍານວນນຳເຂົ້າຫລຸດລົງ.
SA Game
ຂປລ
ຂະນະທີ່ ນ້ຳມັນທີ່ນຳມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງ ເປັນເຫດໃຫ້ບາງປໍ້ານໍ້າມັນເຊື້ອໄຟ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈຶ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫລື ໄດ້ຈຳໜ່າຍໝົດກ່ອນການສະໜອງ, ແລະ ກໍມີຫລາຍປໍ້າໄດ້ປິດລົງ.
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ສຳພາດແກ່ສື່ມວນຊົນ ໃນວັນທີ 13 ມີນາ ຜ່ານມາວ່າ: ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນ ແນ່ນອນວ່າມັນໄດ້ສົ່ງຜົນໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມໂຕ ເຊິ່ງການປັບລາຄາຂຶ້ນ ແມ່ນມີຄວາມຈໍາເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ ເນື່ອງຈາກບັນດາໂຮງກັ່ນນໍ້າມັນ ແລະ ຜູ້ສະໜອງລາຍໃຫຍ່ ບໍ່ສາມາດສະໜອງຕາມປະລິມານຄວາມຕ້ອງການໄດ້.
ຍ້ອນສະຖານະການທີ່ບໍ່ແນ່ນອນ ບວກກັບຕົ້ນທຶນການຂົນສົ່ງນໍ້າມັນດິບຍັງສູງ, ບາງໂຮງກັ່ນ ກໍໄດ້ກັກຕຸນເພື່ອຂາຍໃນຍາມຈຳເປັນ ແລະ ເວລາທີ່ລາຄາສູງກວ່າ.
SA Game
ຂປລ
ສ່ວນປະກົດການກ່ຽວກັບບັນຫາການກັກຕຸນ ນໍ້າມັນເຊື້ອໄຟ ຂອງບັນດາປໍ້ານໍ້າມັນ ຢູ່ ສປປ ລາວ ກ່ອນການປັບລາຄານໍ້າມັນເຊື້ອໄຟ ໃນໄລຍະຜ່ານມາ ກໍໄດ້ມີປໍ້າຈຳນວນໜຶ່ງໄດ້ປິດ ເພື່ອລໍຖ້າຂາຍໃນລາຄາປັບຂຶ້ນ ເຊິ່ງມັກເກີດຂຶ້ນໄລຍະ 1 ມື້ຫາສອງມື້ກ່ອນການປັບລາຄາ.
ເຖິງຢ່າງໃດກໍຕາມ, ຜ່ານມາ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ, ແຂວງຈໍາປາສັກ ແລະ ບັນດາແຂວງຈຳນວນໜຶ່ງ ກໍໄດ້ຍົກສູງຄວາມຮັບຜິດຊອບ ລົງກວດກາປໍ້ານ້ຳມັນ ທີ່ປິດໂດຍບໍ່ມີເຫດຜົນ ແລະ ເຫັນວ່າເນື່ອງຈາກສະພາບລາຄາ ແລະ ການສະໜອງບໍ່ພຽງພໍ ບາງປໍ້າກໍປິດລົງ ຍ້ອນບໍ່ມີນໍ້າມັນສະໜອງໃຫ້ ຫລື ບາງປ້ຳອາດປິດລົງດ້ວຍເຈດຕະນາ.
ເຊິ່ງທາງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນຈະໄດ້ສືບຕໍ່ຕິດຕາມ, ຊຸກຍູ້ບັນດາພະແນກບັນດາແຂວງ ເພື່ອເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂປລ.