ຢ​ຸນ​ນານ ສ​ປ ຈີນ ຊ່ວຍ​ເຫລືອ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແຂວງ​ບໍ່​ແກ້ວ

SA Game

ໜັງ​ສື່​ພິ​ມ​ແຂວງ​ບໍ່​ແກ້ວ

ຕຳຫລວດນ້ຳ ແຂວງຢຸນນານ ສປ ຈີນ ມອບອຸປະກອນການແພດ ໃຫ້ທະຫານແຂວງບໍ່ແກ້ວ.

ຄວາ​ມ​ສຳ​ພັນ​ລາວ​ຈີນ​ແມ່ນ​ມີ​ຄວາມ​ແໜ້ນ​ແຟ້ນ​ມາ​ແຕ່​ໃດໆ​ແລ້ວ ແລະ ໃຫ້​ຄວາມ​ຊ່ວຍ​ເຫລືອ​ເຊິງ​ກັນ ແລະ ກັນ​ມາ​ໂດຍ​ຕະ​ຫລອດ, ປະ​ຈຸ​ບັນ​ໃນ​ຂະ​ນະ​ທີ່​ມີ​ການ​ແພ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ກໍ​ຍັງ​ເປັນ​ໜຶ່ງ​ຂອງ​ປະ​ເທດ​ທີ່​ຊ່ວຍ​ເຫລືອ ສ​ປ​ປ ລາວ.

ໃນວັນທີ 27 ພຶດສະພາ 2021 ນີ້, ສູນປະສານງານລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ກອງບັນຊາການຕຳ ຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ນໍາເອົາອຸປະກອນການແພດ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະບາດພະຍາດ ໂຄວິດ-19.

ກ່າວມອບໂດຍ ສະຫາຍ ພົນຕີ ຢວນຢ່າພິງ ຫົວໜ້າກອງບັນຊາການຕຳຫລວດລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ໂສວັນ ພັນທັນນີ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ.

SA Game
ໜັງ​ສື່​ພິ​ມ​ແຂວງ​ບໍ່​ແກ້ວ

ອຸປະກອນການແພດ ທີ່ນຳມາມອບໃນຄັ້ງນີ້ ປະກອບມີຄື: ຢາປ້ອງກັນໂຄວິດ-19 ຈໍານວນ 300 ກັບ, ຜ້າອັດປາກ-ອັດດັງ KN95 ຈໍານວນ 500ອັນ, ຜ້າອັດປາກ-ດັງ 3.000 ອັນ, ເຈວລ້າງມື 20 ກ່ອງ, ນໍ້າຢາຂ້າເຊື້ອ 40 ຖັງ, ບັ້ງສີດຢາຂ້າເຊື້ອ 8 ອັນ, ເຫລົ້າ 75 ອົງສາ ຈໍານວນ 35 ລິດ, ເຄື່ອງວັດແທກອຸນຫະພູນ 7 ເຄື່ອງ, ຖົງມືຢາງ 15 ກັບ, ແວນຕາປອງກັນ 30 ອັນ ແລະ ຊຸດປ້ອງກັນພະຍາດ 30 ຊຸດ ຄິດເປັນມູນຄ່າ ທັງໝົດ 15.639 ຢວນ ຫລື ປະມານ 23 ລ້ານກວ່າກີບ.

ໂອກາດນີ້, ສະຫາຍ ພັນໂທ ໂສວັນ ພັນທັນນີ ກໍໄດ້ສະແດງຄວາມຂອບໃຈມາຍັງກອງບັນຊາການຕຳ ຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ທີ່ໄດ້ນໍາເອົາ ອຸປະກອນການແພດ ມາມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ບົນພື້ນຖານການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ເພີ່ມພູນຄູນສ້າງ ແລະ ງອກງາມຍຍິ່ງໆຂຶ້ນ.

SA Game
ໜັງ​ສື່​ພິ​ມ​ແຂວງ​ບໍ່​ແກ້ວ

ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາອຸປະກອນການແພດຈໍານວນດັ່ງກ່າວ ໄປແຈກຢາຍໃຫ້ບັນດາພະນັກງານ-ນັກຮົບໃນທົ່ວກົມກອງ ໃຫ້ທົ່ວເຖິງ ແລະ ນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດລາວ ເວົ້າລວມ ເວົ້າສະເພາະ ແຂວງບໍ່ແກ້ວ ໃຫ້ໄດ້ຮັບໝາກຜົນສູງສຸດ.

ໂອກາດດຽວກັນ, ສະຫາຍ ພົນຕີ ຢວນຢ່າພິງ ຍັງໄດ້ມອບອຸປະກອນການແພດໃຫ້ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ກອງບັນຊາການທະຫານເມືອງຕົ້ນເຜິ້ງ ຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ພິມ​ແຂວງ​ບໍ່​ແກ້ວ