ຝ​ຣັ່ງ​ເປັນ​ຄູ່​ການ​ຄ້າ​ດ້ານ​ການ​ສົ່ງ​ອອກຢູ່​ໃນ​ອັນ​ດັບ​ທີ່ 24 ຂອງ​ ສ​ປ​ປ ລາວ

SA Game

ພາບ: laodaily.com.la

ຝຣັ່ງ ຢູ່​ໃນ​ອັນ​ດັບ​ທອບ 24 ຂອງ ສປປ ລາວ ໃນດ້ານການສົ່ງອອກ.

ໄດ້ມີ​ການຕ້ອນຮັບ ທ່ານ ນາງ ຟລໍຣັອງສ ຊັອງບລັອງ-ຣີສແລກ ( Florene Jean blan-Risler ) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະຝຣັ່ງ ປະຈໍາ ສປປ ລາວ ວັນທີ 14 ພຶດສະພາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມຄະນະນໍາກະຊວງ ເນື່ອງໃນໂອກາດ ທ່ານ ຄໍາແພງ ໄຊສົມແພງ ໄດ້ຮັບເລືອກເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຄົນໃໝ່.

ໂອກາດດັ່ງກ່າວ, ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວຕີລາຄາສູງຕໍ່ຜົນສໍາເລັດການຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ໂດຍສະເພາະແມ່ນການຄ້າ ການລົງທຶນແມ່ນຈັດຕັ້ງປະຕິບັດຕາມສັນຍາລົງທຶນສອງຝ່າຍ ( Bilateral Investment Agreement ) ແລະ ສິດທິພິເສດທາງການຄ້າ ເຊັ່ນ: EBA ( Everything But Arms ) ທີ່ EU ໄດ້ໃຫ້ແກ່ບັນດາປະເທດດ້ອຍພັດທະນາ.

SA Game
ພາບ: laodaily.com.la

ໄລຍະ 5 ປີຜ່ານມາ ຝຣັ່ງ ແມ່ນຄູ່ຄ້າອັນດັບ 24 ຂອງລາວ ( ດ້ານການສົ່ງອອກ ) ແລະ ອັນດັບ 19 ( ດ້ານການນໍາເຂົ້າ ); ບັນດາສິນຄ້າຫຼັກທີ່ລາວສົ່ງອອກມີເຄື່ອງນຸ່ງຫົ່ມ, ກາເຟ ( ບໍ່ທັນໄດ້ປຸງແຕ່ງ ), ເກີບ, ເຂົ້າ, ເຄມີ ແລະ ສານປະກອບອະນິນຊີ, ຂີ້ຄັ່ງ, ຍານຂີ້ຊີ, ນໍ້າຕານ, ຢາສູບ, ເມັດພືດ, ໝາກໄມ້ທີ່ມີນໍ້າມັນ, ເຟືອງ ແລະ ຫຍ້າ, ເຫຼົ້າ, ເບຍ, ວາຍ, ຊາ ( ບໍ່ທັນໄດ້ປຸງແຕ່ງ ) ແລະ ອື່ນໆ.

ສິນຄ້ານໍາເຂົ້າຫຼັກມີພາຫະນະທາງອາກາດ, ຊິ້ນສ່ວນອາໄຫຼ່, ເຫຼົ້າ, ເບຍ, ວາຍ, ອຸປະກອນກົນຈັກ, ເຄື່ອງມື ແລະ ອຸປະກອນທັດສະນະສາດ, ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້ ), ນໍ້າຫອມ, ເຄື່ອງສໍາອາງ, ຜະລິດຕະພັນການຢາ, ເຄື່ອງໄຟຟ້າ, ສິ່ງປຸງແຕ່ງອື່ນໆ.

ໂອກາດດຽວກັນ, ທ່ານ ນາງ ຟລໍຣັອງສ ຊັອງບລັອງ – ຣີສແລກ ໄດ້ສະແດງຄວາມຍິນດີທີ່ ທ່ານ ຄໍາແພງ ໄຊສົມແພງ ມາຮັບໜ້າທີ່ໃໝ່ຢູ່ກະຊວງ ອຄ ພ້ອມສະໜັບສະໜູນໃຫ້ການຮ່ວມມືບໍ່ວ່າຈະໃນອະດີດ ແລະ ຕໍ່ໜ້າ.

ພ້ອມທັງຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບຍຸດທະສາດການຮັບມືວິກິດໂຄວິດ – 19 ຂອງຂະແໜງ ອຄ ໃນບັນດາໂຮງຈັກ – ໂຮງງານອຸດສາຫະກຳ, ວິສາຫະກິດຂະໜາດນ້ອຍ, ໃຫຍ່, ວຽກງານຊັບສິນທາງປັນຍາ ໂດຍສະເພາະຮັບຮອງຖິ່ນກໍາເນີດຂອງຜະລິດຕະພັນລາວ, ບັນຫາການກະກຽມຄວາມພ້ອມດ້ານຕ່າງໆໃນການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ ແລະ ບັນຫາອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com