ມີ​ຂາຍ​ແລ້ວ! ປີ້​ລົດ​ໄຟ​ຂາຍ​ຢູ່​ໃນ​ຕົວ​ເມືອງ​ຊື້​ໄດ້​ທີ່​ຕືກວຽງ​ຈັນ​ເຊັນ​ເຕີ

SA Game

laoedaily.com

​ປັບ​ປຸງແລ້ວ ສຳ​ລັບ​ທ່ານ​ທີ່​ຈະ​ເດີນ​ທາງ​ດ້ວຍ​ລົດ​ໄຟສາ​ມາດຊື້ປີ້ລົດໄຟໃນວຽງຈັນເຊັນເຕີໄດ້ເລີຍ

ຖື​ວ່າ​ເປັນ​ບັນ​ຫາ​ມາ​ຕັ້ງ​ແຕ່​ມື້​ເລີມ​ຕົ້ນ​ເປີດ​ນຳ​ໃຊ້​ລົດ​ໄຟ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ່ 03 ທັນ​ວາ ປີ 2021 ຜ່ານ​ມາ, ຖື​ວ່າ​ເປັນ​ບັນ​ຫາ​ທີ່​ຫລາຍໆ​ຄົນ​ໄດ້​ໃຫ້​ຫາງ​ສຽງ​ກັນ​ທົ່ວ​ໄປ​ກ່ຽວ​ກັບ​ການ​ຈະ​ຊື້​ປີ້​ລົດ​ໄຟ, ບັນ​ຫາ​ການ​ຊື້​ໄປ​ເກັບ​ໄວ້​ເພື່ອ​ຂາຍ​ຕໍ່​ເກງ​ກ່ຳ​ໄລ ແລະ ຍັງ​ມີ​ຫລາຍໆ​ຮ້ານ ຫລື ບ​ຸກ​ຄົນ​ຮັບ​ເປັນ​ນາຍ​ໜ້າ​ໃນ​ການ​ຊື້​ປີ້​ຈ່ອງ​ປີ້​ລ​ົດ​ໄຟ​ນີ້ຖື​ວ່າ ສັງຄົມໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ ກ່ຽວກັບຂ່າວລົດໄຟ

ໂດຍສະເພາະການຊື້ປີ້ ເຫັນໄດ້ວ່າປັດຈຸບັນ ແມ່ນພົບຄວາມຫຍຸ້ງຍາກຫຼາຍ ຕ້ອງໄດ້ໄປຕໍ່ຄີວແຕ່ເຊົ້າ ໄດ້ຕາກແດດຕາກລົມເປັນເວລາດົນຢູ່ສະຖານີລົດໄຟເຮັດໃຫ້ເສຍເວລາ ຫຼື ບາງຄັ້ງກໍ່ໄປເສຍຖ້ຽວບໍ່ໄດ້ປີ້ ຈາກຈຸດນີ້ເຮັດໃຫ້ສັງຄົມຈົ່ມວ່າຫຼາຍຢາກໃຫ້ມີການປັບປຸງແກ້ໄຂ ແລະຫຼ້າສຸດນີ້ບໍລິສັດທາງລົດໄຟແຈ້ງວ່າຈະເລີ່ມຂາຍຢູ່ຈຸດບໍລິການໃນເມືອງທີ່ສູນການຄ້າວຽງຈັນເຊັນເຕີ້ແລ້ວ.

SA Game
laoedaily.com

ຕາມຂ່າວຈາກບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໃຫ້ຮູ້ວ່າ: ຈຸດຂາຍປີ້ ລົດໄຟຄວາມໄວສູງລາວ-ຈີນ ຢູ່ສູນການຄ້າວຽງຈັນເຊັນເຕີ້ຈະເລີ່ມໃຫ້ບໍລິການມວນຊົນຢ່າງເປັນທາງການ ເລີ່ມແຕ່ວັນທີ 25 ກຸມພາ 2022 ກົງກັບວັນສຸກ ເວລາ 10:00 ເປັນຕົ້ນໄປ.

ທັງນີ້, ກໍ່ເພື່ອຄວາມສະດວກ ແລະເພີ່ມທາງເລືອກແກ່ຜູ້ຕ້ອງການໃຊ້ບໍລິການລົດໄຟລາວ-ຈີນ ເຖິງແມ່ນວ່າຍັງບໍ່ທັນເປີດຂາຍທາງອອນລາຍ ແຕ່ຂາຍຢູ່ອາຄານສູນການຄ້າວຽງຈັນເຊັນເຕີຊັ້ນ1 ນະຄອນຫຼວງວຽງຈັນ ກໍ່ຖືວ່າໄດ້ຊ່ວຍປະຊາຊົນຜູ້ຕ້ອງການເດີນທາງຜ່ານລົດໄຟຫຼາຍສົມຄວນ ບໍ່ໃຫ້ໄດ້ໄປຢືນຕໍ່ຄີວຍາວດ້ານນອກອາຄານ, ບໍ່ເສຍເວລາຂີ່ລົດໄປໄກຮອດສະຖານີອີກຕໍ່ໄປ.

SA Game
laoedaily.com

ທາງນີ້ການຂາຍປີ້ລົດໄຟແມ່ນສາມາດຊື້ໄດ້ 3 ວັນລ່ວງໜ້າ ໃນຈຸດນີ້ນີ້ຕາມແຜນແມ່ນຈະຂາຍປີ້ລົດໄຟຈາກວຽງຈັນຫາບໍ່ເຕັນ, ເມືອງໄຊ ແລະ ຫຼວງພະບາງ. ເວລາຂາຍປີ້ໃນເບື້ອງຕົ້ນຈະເລີ່ມແຕ່ 10 ໂມງເຊົ້າ ຫາ 15 ໂມງ 30 ນາທີ. ສ່ວນວິທີຊື້ປີ້ສາມາດຈ່າຍຜ່ານການຮູບບັດທະນາຄານ ຫຼື ສະແກນ QR code, ໃນເບື້ອງຕົ້ນຂອງການຊື້ປີ້ຍັງບໍ່ຮັບເງິນສົດເທື່ອ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.