ຂະແໜງໂຍທາສ້າງສໍາເລັດຫຼາຍເສັ້ນທາງເຊື່ອມຈອດພາຍໃນ ແລະ ພາກພື້ນ

SA Game

laoedaily.com

ພາຍ​ໃນ 3ປີ ການ​ສ້າງ​ພື້ນ​ຖານ​ໂຄງ​ຮ່າງ ຂະແໜງໂຍທາສ້າງສໍາເລັດຫຼາຍເສັ້ນທາງ.

ດັ່ງ​ທີ່​ໄດ້​ເຫັນ​ກັນ​ປະ​ຈັກ​ຕາ​ແລ້ວ​ວ່າ ສ​ປ​ປ ລາວ ໄດ້​ເລັ່ງ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ຮ່າງ​ພາຍ​ໃນ​ຕົວ​ເມືອງ​ກໍ​ຄື​ການ​ເຊືອມ​ຈອດ​ຫາ​ພາກ​ພື້ນ​ຕ່າງໆ, ໃນໄລຍະ 3 ປີຜ່ານມາ (2019-2021) ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ພັດທະນາໂຄງລ່າງດ້ານເສັ້ນທາງຄົມມະນາຄົມໃຫ້ເຊື່ອມຈອດພາຍໃນ ທັງພາກພື້ນ ແລະ ສາກົນ, ແມ່ນມີຫຼາຍໂຄງການທີ່ພົ້ນເດັ່ນເຊັ່ນ:

ການກໍ່ສ້າງເສັ້ນທາງດ່ວນ, ປັບປຸງທາງເລກທີ 13 ເໜືອ ສີເກີດ-ໂພນໂຮງ, ຂົວຂ້າມນໍ້າຂອງປາກຊັນ-ບຶງການ, ຂົວຂ້າມນໍ້າຂອງ ກ້ອນຕື່ນ-ຫ້ວຍແກ້ວ ແລະ ໂຄງການອື່ນໆ.

ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນການ ແລະ ບັນດາວຽກງານພົ້ນເດັ່ນ ໃນໄລຍະ ປີ 2019-2021 ຂອງກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ຕໍ່ກອງປະຊຸມ ຍທຂ ທົ່ວປະເທດ ປີ 2022 ວ່າ: ສະເພາະວຽກງານການພັດທະນາໂຄງລ່າງດ້ານເສັ້ນທາງຄົມມະນາຄົມ ໃຫ້ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ດ້ານໂຍທາທິການ ແລະ ຂົນສົ່ງ

SA Game
laoedaily.com

ເຊິ່ງອັນພົ້ນເດັ່ນ, ໄດ້ເອົາໃຈໃສ່ໃນການປັບປຸງກໍ່ສ້າງຍົກລະດັບທາງຫຼວງແຫ່ງຊາດຫຼາຍເສັ້ນເປັນຕົ້ນ: ປັບປຸງກໍ່ສ້າງຍົກລະດັບທາງຫຼວງແຫ່ງຊາດທາງເລກ 9 ຕອນທາງແຕ່ ເທດສະບານນະຄອນໄກສອນພົມວິຫານ ຫາ ເຊໂນ ຊາຍແດນ ລາວ-ຫວຽດນາມ, ຍົກລະດັບທາງຫຼວງແຫ່ງຊາດທາງເລກ 13 ເໜືອ ຕອນທາງແຕ່ ສີເກີດ-ໂພນໂຮງ (ຄວາມຄືບໜ້າ 54,64%) ແລະ ທາງເລກ 13 ໃຕ້ ຕອນທາງ ກົມ 71 ຫາ ກມ 346 (ຄວາມຄືບໜ້າ 3,80%), ສຳເລັດການສຶກສາຄວາມເປັນໄປໄດ້ ເພື່ອປັບປຸງກໍ່ສ້າງຍົກລະດັບທາງຫຼວງແຫ່ງຊາດທາງເລກ 8 ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກ KOICA ແລະ ທາງຫຼວງແຫ່ງຊາດທາງເລກ 12 ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກ NEDA.

ດ້ານວຽກພັດທະນາໂຄງລ່າງດ້ານເສັ້ນທາງຄົມມະນາຄົມ ໃຫ້ເຊື່ອມຈອດພາຍໃນ: ໃນໄລຍະ 3 ປີ ຜ່ານມາ ສາມາດຈັດຕັ້ງປະຕິບັດສໍາເລັດການກໍ່ສ້າງເສັ້ນທາງເຊື່ອມຈອດພາຍໃນລວມທັງໝົດຈໍານວນ 4 ເສັ້ນທາງ ຄື:

1) ເສັ້ນທາງເລກ 6 ຕອນທາງແຕ່ ວຽງໄຊ ຫາ ນ້ຳໂສຍ

2) 6A ຕອນທາງແຕ່ ຫາງລ້ອງ ສົບເບົາ ແຂວງຫົວພັນ ໂດຍໄດ້ຮັບທຶນຈາກ ADB

3) ເສັ້ນທາງທາງເລກ 4B ຕອນທາງແຕ່ ຫົງສາ ແຂວງໄຊຍະບູລີ-ຊຽງແມນ ແຂວງຫຼວງພະບາງ ໂດຍໄດ້ຮັບທຶນຈາກ NEDA

4) ເສັ້ນທາງທາງເລກ 2.6313 ຕອນທາງແຕ່ ທ່າປາງທອງ-ຕຸ້ມລານ ແຂວງສະຫວັນນະເຂດ ໂດຍໄດ້ຮັບທຶນຈາກ ບໍລິສັດ ນໍລິງໂກ້ (NORINCO) ສປ ຈີນ.

SA Game
laoedaily.com

ສຳລັບວຽກກໍ່ສ້າງຂົວມິດຕະພາບ ແລະ ຂົວພາຍໃນປະເທດ ຕາມທາງຫຼວງສາມາດຈັດຕັ້ງປະຕິບັດສຳເລັດການກໍ່ສ້າງຂົວພາຍໃນ 4 ແຫ່ງ ຄື: ຂົວ 2 ແຫ່ງ ຕາມທາງຫຼວງແຫ່ງຊາດທາງເລກ 9 ແຂວງສະຫວັນນະເຂດ (ຂົວເຊນ້ຳມວກ ແລະ ຂົວເຊກຸມກາມ) ແລະ ຂົວຂ້າມນ້ຳຮຸ່ງ 2 ແຫ່ງ ຢູ່ເທດສະບານແຂວງໄຊຍະບູລີ, ປະຈຸບັນ ກໍາລັງສືບຕໍ່ກໍ່ສ້າງຂົວຂ້າມນໍ້າຂອງ 2 ແຫ່ງ ຄື: ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 ປາກຊັນ ແຂວງບໍລິຄໍາໄຊ-ຈັງວັດບຶງການ ແລະ ຂົວຂ້າມນໍ້າຂອງ ກ້ອນຕື່ນ-ຫ້ວຍແກ້ວ ແຂວງບໍ່ແກ້ວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com