ມາ​ຮູ້​ຈັກ ຮີດ 12 ຄອງ 14 ເປັນ​ຫຍັງ​ຈິງ​ສຳ​ຄັນ​ຕໍ​ຄົນ​ລາວ

SA Game

ໜັງ​ສື​ຮີດ 12 ມະ​ຫາ ສິ​ລາ ວິ​ຣະ​ວົງ​ສ໌

ຮີດ 12 ຄອງ 14 ຮີດ​ຄອງ​ທີ່ສຳ​ຄັນ​ຕໍ່​ກັບ​ປະ​ຊາ​ຊົນ​ລາວ​​ທົວ​ປະ​ເທດ.

ຖ້າ​ເປັນ​ຄົນ​ລາວ​ໃຜ​ກໍ​ຄົງ​ຈະ​ເຄີຍ​ໄດ້​ຍິນ​ເປັນ​ປະ​ຈຳ ຄົນຮຸ່ນລູກຮຸ່ນຫລານຂອງຕົນສະເຫມີໆ ວ່າ “ຄົນຊູມື້ນີ້ປະຮີດປະຄອງຫລືວ່າ “ຄົນສະໄຫມນີ້ ບໍ່ຖືຮີດຖືຄອງ ຫລືວ່າ “ລະຮີດຫມອງ ລະຄອງເສົ້າດັ່ງນີ້ເປັນຕົ້ນ ແຕ່ກໍບໍ່ໄດ້ຊີ້ແຈງວ່າ ຮີດຄອງນັ້ນແມ່ນຫຍັງແດ່? ແຕ່ກໍເຄີຍໄດ້ຍິນ ເພິ່ນເວົ້າຢູ່ສະເຫມີວ່າ ຮີດ 12 ຄອງ 14 ຮີດຍີ່ຄອງຈຽງ ຮີດເຂົ້າຂອງເຂີຍ ຮີດຜົວຄອງເມຍ ຮີດພະຄອງຈົວ ຮີດບ້ານຄອງເມືອງ ດັ່ງນີ້ເປັນຕົ້ນ.

ເພື່ອເປັນການເຜີຍແຜ່ໃຫ້ຄົນສະໄຫມໃຫມ່ ໄດ້ຮູ້ຈັກຮີດຄອງດັ່ງກ່າວນັ້ນ ຂ້າເຈົ້າຈິ່ງໄດ້ຊອກຄົ້ນຂຽນ ຮີດ 12 ລົງໃນຫນັງສືພິມໄຜ່ຫນາມ ຕະຫລອດ 12 ຮີດ ຫລື 12 ເດືອນ ແລະ ບັດນີ້ ໄດ້ແກ້ໄຂຕື່ມແຖມສ່ວນທີ່ຍັງຂາດເຂີນຢູ່ແດ່ນັ້ນໃຫ້ບໍລິບູນ ແລ້ວຈັດພິມເປັນເຫລັ້ມຂຶ້ນ ໂຮມທັງ 12 ຮີດ ຢູ່ໃນເຫລັ້ມດຽວກັນ ທັງນີ້ ເພື່ອສະດວກແກຜູ້ຕ້ອງ ການຄົ້ນຄວ້າສຶກສາຫາຄວາມຮູ້ ບູຮານໃນດ້ານຕາງໆ.

SA Game
ໜັງ​ສື​ຮີດ 12 ມະ​ຫາ ສິ​ລາ ວິ​ຣະ​ວົງ​ສ໌

ຄວາມຈິງ ທີ່ຄົນບູຮານຜູ້ເຖົ້າ ຜູ້ແກ່ເວົ້າວ່າ ຄົນສະໄຫມນີ້ ປະຮີດ ປະຄອງ ຫລື ບໍ່ຖືຮີດຖືຄອງນັ້ນກໍແມ່ນຢູ່ ເພາະ​ວ່າຮີດຄອງປະເພນີບູຮານ ລາງຮີດລາງຄອງນັ້ນ ມັນບໍ່ທັນສະໄຫມ ຫລ້າຫລັງ ຫລືຂັດຕໍ່ຄວາມຈະເລີນ ຂັດຕໍ່ຄວາມເປັນຈິງ ເຮັດແລ້ວບໍ່ມີປະໂຫຍດອັນໃດ ດັ່ງປະເພນີການຢູ່ກໍາເດືອນ ຕ້ອງນອນຂາງໄຟ ກິນນ້ໍາຮ້ອນທຸກເວລາ ເປັນເດືອນໆ ຫລືປະເພນີ ທີ່ຖືວ່າ ເດືອນ 6 ບໍ່ໃຫ້ຂີ່ມ້າ ເດືອນຫ້າບໍ່ໃຫ້ກົ່ນເສົາເຮືອນ ຫາມຜີບໍ່ໃຫ້ຂ້າມຂົວ ເຫລົ່ານີ້ເປັນຕົ້ນ ແຕ່ຮີດຄອງປະເພນີອັນດີ ຕົວຢ່າງຮີດ 12 ທີ່ກ່າວໃນຫນັງສືນີ້ ກໍບໍ່ເຫັນຜູ້ໃດປະລະເລີຍ ເຫັນແຕ່ດັດແປງ ສົ່ງເສີມກັນຢູ່ສະເຫມີ ແຕ່ວ່າອາດມີ.

ລາງຄົນ ຍັງບໍ່ຮູ້ຈັກຕົ້ນສາຍປາຍເຫດຂອງຮີດ 12 ຫລື ປະເພນີບຸນປະຈໍາ ເດືອນທັງ 12 ເດືອນ ໃນປີຫນຶ່ງໆນັ້ນວ່າ ເປັນມາຢ່າງໃດ ບໍ່ແຕ່ທໍ່ນັ້ນ ອາດຈະມີຜູ້ຢາກຮູ້ຕື່ມອີກວ່າ ຄອງ 14 ຮີດຍີ່ຄອງຈຽງ ຮີດເຂົ້າຄອງເຂີຍ ຮີດຜົວຄອງເມຍ ຮີດພະຄອງຈົວ ຮີດບ້ານຄອງເມືອງ ນັ້ນເປັນຢ່າງໃດ?

– ສະນັ້ນ ຂ້າເຈົ້າຜູ້ຂຽນ ຈະໄດ້ຊອກຄົ້ນຫາເອົາຮີດຄອງເຫລົ່ານັ້ນ ມາຂຽນໄວ້ເພື່ອໃຫ້ທ່ານຜູ້ຕ້ອງການຮູ້ ຕ້ອງການສຶກສາ ໄດ້ອ່ານໃນໂອກາດ ຕໍ່ໄປ ແຕ່ໃນສະບັບນີ້ ຈະຂໍບັນຍາຍແຕ່ຮີດ 12 ຫລືປະເພນີບຸນປະຈໍາເດືອນທັງ 12 ເດືອນນີ້ຟັງກ່ອນ ການບັນຍາຍປະເພນີບຸນ ປະຈໍາເດືອນ ຫລື ຮີດ 12 ນີ້ ຂ້າເຈົ້າບໍ່ໄດ້ບັນຍາຍ ພິທີການບຸນ ຫລືວິທີບຸນ ຫລືວິທີເຮັດບຸນນັ້ນໆ ໂດຍລະ ອຽດ ເພາະເຫັນວ່າ ບັນດາຊາວລາວທັງຫລາຍ ຜູ້ທີ່ເຄີຍເຮັດບຸນເຫລົ່ານັ້ນ ມາທຸກໆປີ ຄົງຈະເຂົ້າໃຈດີ ແລະອີກປະການຫນຶ່ງ ວິທີການເຮັດບຸນປະຈໍາ ເດືອນທັງ 12 ເດືອນນີ້ ກໍອາດຕ່າງກັນແດ່ເລັກໆນ້ອຍໆ ຕາມທ້ອງຖິ່ນທີ່ມີຄວາມຈະເລີນແຕກຕ່າງກັນ ຈຶ່ງບໍ່ສາມາດບັນຍາຍ ໃຫ້ລະອຽດໄດ້.

ແຕ່ສ່ວນສໍາຄັນ ທີ່ຂ້າເຈົ້າບັນຍາຍໃນຫນັງສືນີ້ ແມ່ນມູນເຫດທີ່ພາໃຫ້ ເຮັດບຸນນັ້ນໆ ອັນນີ້ ກໍເພື່ອໃຫ້ຜູ້ອານໄດ້ຮູ້ຕົ້ນເຫດຄວາມເປັນມາ ຂອງບາງ ບຸນ​ຕ່າງໆປະຈໍາເດືອນທັງ 12 ເດືອນ ຕາມຄວາມເປັນຈິງນັ້ນເອງ.

ສະນັ້ນ, ຈິ່ງຫວັງວ່າ ຫນັງສືນີ້ ຈັກເປັນອຸປະກາລະແກ່ນັກຮຽນ ແລະ ນັກຄົ້ນຄວ້າ ສຶກສາເປັນອັນມາກ ແຕ່ເຖິງແນວໃດກໍດີ ຂ້າເຈົ້າຍັງເຂົ້າໃຈຢູ່ວ່າ ມູນເຫດຂອງບຸນຕ່າງໆ ທີ່ບັນຍາຍໄວ້ໃນຫນັງສືນີ້ ອາດຈະບໍ່ກົງກັບຕໍາລາ ຫລື ຄວາມເຫັນຂອງທ່ານນັກຮູ້ລາງທ່ານ ຈິ່ງຂໍອະໄພມາໃນທີ່ນີ້ດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ຮີດ 12 ມະ​ຫາ ສິ​ລາ ວິ​ຣະ​ວົງ​ສ໌