​ມາ​ຮູ້​ຈັກ​ກັບຄວາມ​ເຊື່ອ​ຂອງ​ເຜົ່າ​ລາວ-ໄຕ ໃນ​ຫລາຍ​ພັນ​ປີ​ກ່ອນ

SA Game

ອິນ​ໄຊ​ລາວ

ມາ​ເບິ່ງຄວາມເຊື່ອດັ້ງເດີມຂອງຊົນເຜົ່າລາວ-ໄຕ ໃນ​ສະ​ໄໝ​ບູ​ຮານ 3000-4000 ປີ​ກ່ອນ.

ລັກສະນະຄວາມເຊື່ອຢ່າງຝັງແຫນ້ນໃນເລື່ອງຜີສາງເທວະດາ ແລະສິ່ງສັກ​ສິດຕ່າງໆ ອັນເປັນແນວຄວາມເຊື່ອດັ້ງເດີມຂອງສັງຄົມລາວ, ດັ່ງປາກົດໃນວັນນະກໍຂຸນບູລົມ ຄືທຸກຢ່າງເກີດການບັນດານຂອງເທບໃນຄວາມນເຂົ້າໃຈວ່າ ເທບ ຫຼື ແຖນ ມີລິດມີອໍານາດຫຼວງຫຼາຍຄວບຄຸມຟ້າດິນ, ເມື່ອປະສົບຄວາມເດືອດຮ້ອນໄພພິບັດຕ່າງໆ ຈິ່ງມີການບອກຄວາມຊ່ວຍເຫຼືອຈາກແຖນໂດຍກົງ.

ຄວາມເຊື່ອດັ່ງເດີມຄື ຄວາມເຊື່ອທີ່ປາກົດໃນສັງຄົມປະຊາຊົນລາວ ກ່ອນໄດ້ຮັບອິດທິພົນພຸດທະສາສະຫນາເຂົ້າມາໃນອານາຈັກລາວລ້ານຊ້າງ. ເຊິ່ງສ່ວນໃຫຍ່ມະນຸດມີຄວາມເຊື່ອເຫຼົ່ານີ້ ກໍເພື່ອແກ້ເຫດແຫ່ງຄວາມກົວ ທີ່ມະນຸດຕ້ອງປະສົບກັບໄພທໍາມະຊາດ.

ດັ່ງນັ້ນ, ເກີດຄວາມເຊື່ອຂຶ້ນມາເພື່ອປົກປ້ອງ ຕົນເອງໃຫ້ພົ້ນຈາກໄພທໍາມະຊາດ, ເປັນຄວາມເຊື່ອຜູກພັນກ່ຽວກັບຜີສາງເທວະດາ ແລະ ສິ່ງສັກສິດຕ່າງໆ. ຄວາມເຊື່ອກ່ຽວກັບຜີວິນຍານໃນສັງຄົມລາວມາແຕ່ດັ້ງເດີມ ແລະ ໃຫ້ຄວາມສໍາຄັນຕໍ່ວິຖີຊີວິດເຊັ່ນ: ການຍຶດຫມັ້ນໃນຄະຕິຂອງບັນພະບູລຸດ, ຂະນົບທໍານຽມປະເພນີ, ເຊື່ອຖືໃນສິ່ງທີ່ສັກສິດ, ໂຊກລາງຂອງຂັງ.

SA Game
ອິນ​ໄຊ​ລາວ

ເທບ ຫຼື ເທວະດາຜູ້ມີຫນ້າທີ່ປົກປັກຮັກ. ປະຊາຊົນ ເອີ້ນວ່າ “ອາຮັກ” ຫຼື ມັກເອີ້ນກັນຈົນຕິດປາກວ່າ “ເທວະດາອາຮັກ” ເປັນອາຮັກຊັ້ນຫນຶ່ງ ປະຊາຊົນລາວເອີ້ນວ່າ ຟ້າ ຫຼື ແຖນ ຕໍ່ມາຈິ່ງປ່ຽນເປັນ ຜີແຖນ ເຊື່ອກັນວ່າຢູ່ສະຫວັນ ຫຼື ເທິງຟ້າ.

ການນັບຖືຜີຂອງປະຊາຊົນລາວໃນອະດີດນັ້ນ ບໍ່ໄດ້ຈໍາກັດສະເພາະວິນຍານຂອງຄົນທີ່ຕາຍແລ້ວເທົ່ານັ້ນ, ຍັງຄວບຄຸມໄປເຖິງສິ່ງແວດລ້ອມອື່ນໆ ຖືວ່າສັກສິດດ້ວຍ ຈິ່ງນັບວ່າຜີສາງເທວະດາມີອິດທິພົນຕໍ່ວິຖີການດໍາເນີນຊີວິດ ຂອງຄົນໃນສັງຄົມຢ່າງຍິ່ງ.

ປະຊາຊົນລາວຍຸກທໍາອິດມີສາສະຫນາດັ້ງເດີມ ຄື ການນັບຖືຜີ ຖືເທວະດາເປັນບັນພະບູລຸດຂອງຕົນ ແລະສືບເຊື້ອສາຍມາຈາກ ແຖນ. ຕະຫຼອດຮອດປະຊາຊົນທຸກວັນນີ້ ຍັງຢຶດຫມັ້ນໃນຄວາມເຊື່ອດັ້ງເດີມຢ່າງຫນຽວແຫນ້ນເຊັ່ນກັນ;

ດັ່ງຈະເຫັນໃນພິທີກໍາທົ່ວໄປເຊັ່ນ: ການລ້ຽງຜີບັນພະບູລຸດ ລ້ຽງປູ່ຕາ ແລະການຂາບໄຫວ້ບວງສວງຕໍ່ສານພະພູມເຈົ້າທີ່ ເປັນຕົ້ນ.

  1. ຄວາມເຊື່ອດັ້ງເດີມ
  2. ຄວາມເຊື່ອບູຊາໄທ້, ແຖນ
  3. ຄວາມເຊື່ອຜີບັນພະບູລຸດ
  4. ຄວາມເຊື່ອການສ່ຽງທວາຍ ແລະທໍານາຍ
  • ດວງຊາຕາ
  • ການຊັ່ງແນນ ແລະເບິ່ງແນນ
  • ເບິ່ງຄາງໄກ່ ແລະເບິ່ງຕີນໄກ່
  • ຄວາມຝັນ
  1. ປະເພນີບູຮານດັ້ງເດີມ
  2. ການເຕົ້າຂ່ວງ
  3. ການທວາຍຊື່ປິດສະຫນາດອກໄມ້
  4. ການນຸ່ງຖືເອ້ຢ້ອງ, ແຕ່ງໂຕ ແລະແຕ້ມຫນ້າ
  5. ການຫຼິ້ນແກວ່ງຄ້ອນໃສ່ຫນ້າກອງ ບອກກ່າວ ປັກຮັກສາ ​ເທວະດາອາຮັກ
  6. ການຫຼິ້ນຫມາກຄອນ
  7. ການເຂົ້າຖໍ້ (ເຂົ້າຖໍ້) ແລະອື່ນໆ.
ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ເວບ​ໄຊ​ອິນ​ໄຊ​ລາວ.