ມາ​ຮູ້​ຈັກ​ຕົ້ນ​ໄມ້​ມຸງ​ຄຸນ ຕາມ​ຄວາມ​ເຊືອ​ຂອງ​ຄົນບູ​ຮານ​ລາວ

SA Game

ອິນ​ໄຊ​ລາວ

5 ຕົ້ນໄມ້ມຸງຄຸນ ທີ່ຄວນ​ມີ​ໄວ້ຕາມເດີນບ້ານ ຈະ​ເຮັດ​ໃຫ້​ຊິ​ວິດ​ຈະ​ເລີນ​ຮຸ່ງ​ເຮືອງ.

ເປັນຄວາມ​ເຊືອ​ຂອງ​ຄົນ​ລາວ​ມາ​ແຕ່​ໃດໆ​ແລ້ວ​ເລືອງ​ການ​ປູກ​ຕົ້ນ​ໄມ້​ມຸງ​ຄຸນ​, ຫາກ​ມີ​ໄວ້​ໃນ​ບ້ານ​ແລ້ວ​ເຊືອ​ກັນ​ວ່າ​ຈະ​ມີ​ແຕ່​ສິ່ງ​ດີໆ​ເຂົ້າ​ມາ​ໃນ​ຊິ​ວິດ ແລະ ຄອບ​ຄົວ, ສະ​ນັ້ນ​ຕາມ​ຄວາມ​ເຊືອ​ນີ້​ເຮັດ​ໃຫ້ໃຜໆກໍຢາກໃຫ້ບ້ານຂອງໂຕເອງຮົ່ມເຢັນ ຢູ່ເຢັນເປັນສຸກ ຫຼາຍໆ ຄົນຈື່ງຄິດຢາກປູກຕົ້ນໄມ້ມຸງຄຸນໄວ້ພາຍໃນເດີນບ້ານ ເພື່ອເອົາໂຊກເອົາລາບ ຕາມຄວາມເຊື່ອຂອງຄົນໂບຮານ.

ຖ້າໃຜຍັງບໍ່ຮູ້ວ່າຄວນປູກຕົ້ນຫຍັງ ເພື່ອຄວາມເປັນສີຣິມຸງຄຸນ ແລະ ມື້ອື່ນນີ້ກໍແມ່ນວັນປູກຕົ້ນໄມ້ແຫ່ງຊາດ ເປັນໂອກາດດີທີ່ເຮົາຈະນໍາເອົາ 5 ຕົ້ນໄມ້ມຸງຄຸນ ທີ່ຄົນນິຍົມປູກຕາມເດີນບ້ານເພື່ອໃຫ້ທຸກຄົນໄດ້ໄປຊອກຫາມາປູກ ຖືໄດ້ວ່າ ໄດ້ທັງຄວາມເປັນສີຮິມຸງຄຸນ ແລະ ເພີ່ມຈຳນວນຕົ້ນໄມ້ໃຫ້ໂລກຂອງເຮົາອີກດ້ວຍ

  1. ຕົ້ນຄູນ

ຄົນລາວເຊື່ອກັນວ່າ ຖ້າເຮືອນໃດປູກຕົ້ນຄູນຈະຊ່ວຍໃຫ້ເຈົ້າຂອງບ້ານມີຄວາມຈະເລີນຮຸ່ງເຮືອງເຫຼືອງເຫຼືອມ ນອກຈາກນີ້ຍັງຊ່ວຍໃຫ້ບ້ານເຮືອນນັ້ນ ມີກຽດ ມີສັກສີ. ຄວນປູກໄວ້ທາງທິດຕະເວັນຕົກສຽງໃຕ້ຂອງບ້ານ

SA Game
ອິນ​ໄຊ​ລາວ
  1. ຕົ້ນໝາກຍົມ

ຟັງແຕ່ຊື່ກໍໜ້າກະຮູ້ແລ້ວເນາະ ວ່າເປັນຫຍັງຄົນຈື່ງນິຍົມປູກໄວ້ຕາມເດີນບ້ານ ເພາະຄົນບູຮານເຊື່ອວ່າ ການປູກຕົ້ນໝາກຍົມ ຈະເຮັດໃຫ້ມີຄົນນີຍົມ ມີຊື່ສຽງ ບໍ່ມີຄົນຄິດຮ້າຍ ແລະ ອີກຄວາມເຊື່ອໜື່ງແມ່ນຖ້າປູກຕົ້ນໝາກຍົມໄວ້ທິດຕະເວັນອອກຈະປ້ອງກັນສັດຕູໄດ້

SA Game
ອິນ​ໄຊ​ລາວ
  1. ຕົ້ນໝາກມ່ວງ

ນອກຈາກຈະເປັນຮົ່ມດີແລ້ວ ໝາກມ່ວງເອງກໍຍັງສາມາດເກັບມາກີນໄດ້ທັງສຸກ ແລະ ດີບ ນອກຈາກນີ້ຍັງມີຄວາມເຊື່ອທີ່ວ່າ ຖ້າປູກທາງທິດໃຕ້ຂອງບ້ານ ຈະຊ່ວຍໃຫ້ຜູ້ຢູ່ອາໄສ ຮັ່ງມີ ແລະ ຍັງປ້ອງກັນບໍ່ໃຫ້ຄົນອື່ນມາບຽດບຽນໄດ້ອີກດ້ວຍ

SA Game
ອິນ​ໄຊ​ລາວ
  1. ຕົ້ນກ້ວຍ

ໄດ້ໃຊ້ທັງປະໂຫຍດຈາກຕົ້ນກ້ວຍຫຼາຍໆຢ່າງເປັນຕົ້ນແມ່ນ: ໃບສະມາດເອົາມາຫໍ່ໝົກ ຫຼື ເຮັດໝາກເບັງຍາມວັນສີນ, ໝາກສາມາດເອົາມາກີນໄດ້ຕອນສຸກ, ປີກ້ວຍເອົາມາແກງໃສ່ໄກ່ ແລະ ອີກຫຼາຍປະໂຫຍດຈາກຕົ້ນກ້ວຍແລ້ວ. ຄົນລາວຍັງເຊື່ອວ່າການປູກຕົ້ນກ້ວຍ ແມ່ນຈະຊ່ວຍໃຫ້ເຮັດຫຍັງກໍງ່າຍ ສະດວກສະບາຍ ງ່າຍຄືກັບປອກກ້ວຍ ຄວນປູກຕາມທິດ ຕະເວັນອອກຂອງບ້ານ

SA Game
ອິນ​ໄຊ​ລາວ
  1. ຕົ້ນດອກເສດຖີ

ຕົ້ນໄມ້ທີ່ຄົນລາວນິຍົມປູກຫຼາຍອີກຊະນິດໜື່ງ ເພາະເຊື່ອວ່າຈະນຳໂຊກນໍາໄຊ ມາໃຫ້ ແລະ ຈະເຮັດໃຫ້ຄອບຄົວມີຄວາມສຸກ  ອີກຄວາມເຊື່ອແມ່ນ ຄວນໃຫ້ຜູ້ທີ່ມີອາຍຸສູງ ແລະ ໜ້າເຊື່ອຖືປູກໃຫ້ ໂດຍປູກທາງທິດໃຕ້ຂອງບ້ານ ອີກຢ່າງໜື່ງແມ່ນຄວນປູກວັນພຸດ ຈະເຮັດໃຫ້ອອກດອກດີ

SA Game
ອິນ​ໄຊ​ລາວ
ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.