ມາ​ຮູ້​ຈັກ​7 ວັດເກົ່າແກ່ຂອງ ແຂວງ ຈຳປາສັກທີ່​ຕ້ອງ​ໄດ້​ໄປ​ສັກ​ກາ​ລະ

SA Game

ອິນ​ໄຊ​ລາວ.

​ມາ​ເບິ່ງ ​7 ວັດເກົ່າແກ່ຂອງ ແຂວງ ຈຳປາສັກທີ​ມີ​ຄວາມ​ສຳ​ຄັນ ແລະ ໜ້າ​ທ່ຽວ​ຊົມ.

ຖ້າ​ຈະ​ເວົ້າ​ເຖິງ​ສາດ​ສະ​ໜາ​ຮີດ​ຄອງ​ປະ​ເພ​ນີ​ຢູ່​ລາວ​ຖື​ວ່າ​ມີ​ຢ່າງ​ຫລວງ​ຫລາຍ ລວມ​ທັງ​ວັດ​ວາ​ອາ​ຮາມ​ທີ່​ເປັນ​ເອ​ກະ​ລັກ​ການ​ສ້າງ​ຂອງ​ແຕ່​ລະ​ເຂດ​ແຂວງ ແລະ ເມືອ​ເວົ້າ​ເຖິງ​ແຂວງ​ຈຳ​ປາ​ສັກ​ກໍ​ມີ​ຫລາຍ​ວັດ​ວາ​ອາ​ຮາມ​ທີ່​ເກົ່າ​ແກ່ແຝງ​ໄປ​ດ້ວຍ​ອະ​ລິ​ຍະ​ທຳ ແລະ ຄວາມ​ສວຍ​ງາມ​ຢູ່​ໃນ​ນັ້ນ ແລະ ຫາກ​ທ່ານ​ໃດ​ທີ່​ມັກ​ໃນ​ການ​ເຮັດ​ບູນ​ເຮັດ​ທານ​ແລ້ວ​ລະ​ກໍ​ຕ້ອງ​ພາດ​ບໍ່​ໄດ້​ເລີຍ​ກັບ 7 ວັດ​ເກົ່າ​ແກ່​ຂອງ​ແຂວງ​ຈຳ​ປາ​ສັກ.

ເລີ່ມຕົ້ນຈາກວັດຫຼວງ” ຕັ້ງຢູ່ໃຈກາງເທດສະບານ ນະຄອນປາກເຊ, ເປັນວັດທີ່ເກົ່າແກ່ ແຫ່ງໜຶ່ງໃນພາກໃຕ້ຂອງລາວ ແລະ ວັດແຫ່ງນີ້ ຍັງເປັນໂຮງຮຽນສົງ ແຫ່ງທຳອິດຂອງພາກໃຕ້ອີກດ້ວຍ. ວັດຫຼວງ ຖືກສ້າງຂຶ້ນໃນຊ່ວງ ຄສ 1935 ໂດຍມີສິລະປະແບບລາວດັ້ງເດີມ ປະສົມປະສານກັບສິລະປະສະໄຫມໃຫມ່.

SA Game
ອິນ​ໄຊ​ລາວ.

ວັດພະບາດ ຕັ້ງຢູ່ບ້ານພະບາດ ນະຄອນປາກເຊ ຕິດກັບວົງວຽນໃຫ່ຍ. ຖືວ່າເປັນວັດທີ່ມີຄວາມເກົ່າແກ່ອີກແຫ່ງໜຶ່ງຂອງນະຄອນປາກເຊ ແລະ ມີຮອຍພະບາດໄວ້ໃຫ້ໄດ້ກຣາບໄຫວ້ ສັກກາລະບູຊາ

SA Game
ອິນ​ໄຊ​ລາວ.

ວັດຈອມເພັດ ຕັ້ງຢູ່ຫ່າງຈາກນະຄອນປາກເຊ ປະມານ 7 ກິໂລແມັດ, ໂດຍຈຸດເດັ່ນຂອງວັດແຫ່ງນີ້ ແມ່ນພຣະພຸດທະຮູບອົງໃຫ່ຍ ສີເຫຼືອງທອງ ແລະ ພາຍໃຕ້ອົງພຣະຍັງສາມາດເຂົ້າໄປໄດ້. ນອກຈາກນີ້ແລ້ວ ວັດແຫ່ງນີ້, ຍັງຂຶ້ນຊື່ເລື່ອງການຂໍລູກ ໂດຍຄົນພາກໃຕ້ຈະຮູ້ກັນດີວ່າ ຖ້າຫາກໃຜມີລູກຍາກແລ້ວມາບະຢູ່ວັດແຫ່ງນີ້ ກໍຈະສົມປາຖະໜາວັດພະບາດ ຕັ້ງຢູ່ບ້ານພະບາດ ນະຄອນປາກເຊ ຕິດກັບວົງວຽນໃຫ່ຍ. ຖືວ່າເປັນວັດທີ່ມີຄວາມເກົ່າແກ່ອີກແຫ່ງໜຶ່ງຂອງນະຄອນປາກເຊ ແລະ ມີຮອຍພະບາດໄວ້ໃຫ້ໄດ້ກຣາບໄຫວ້ ສັກກາລະບູຊາ

SA Game
ອິນ​ໄຊ​ລາວ.

ວັດພູງອຍ ຫຼື ວັດພູມະໂລງ ຕັ້ງຢູ່ ເປີ້ຍພູມະໂລງ ບ້ານຫົວປາຂໍ້ ເມືອງ ຈຳປາສັກ ແຂວງ ຈຳປາສັກ ເຊີ່ງຢູ່ລະຫວ່າງກາງ ນະຄອນປາກເຊ ແລະ ເມືອງ ຈຳປາສັກ. ເປັນວັດໜຶ່ງທີ່ມີຄວາມສວຍສົດງົດງາມຂອງວິວທຳມະຊາດ

SA Game
ອິນ​ໄຊ​ລາວ.

ທາດສາມປາງ ຕັ້ງຢູ່ ເມືອງສຸຂຸມາ ແຂວງ ຈຳປາສັກເປັນສະຖານບູຮານທີ່ເກົ່າແກ່ ຂອງເມືອງສຸຂຸມາ ກໍ່ຄືແຂວງຈໍາປາສັກ. ຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ. ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊໄປທາງຕາເວັນຕົກສຽງໃຕ້ປະມານ 72 ກິໂລແມັດ, ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງ ເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ

SA Game
ອິນ​ໄຊ​ລາວ.

ວັດພູອາສາ ຕັ້ງຢູ່ບ້ານກຽດໂງ້ງ ໃນພື້ນທີ່ດິນບໍລິເວນນໍ້າ ຣາມຊາ ບຶງກຽດໂງ້ງ, ເມືອງປະທຸມພອນ ແຂວງຈໍາປາສັກ. ເປັນບູຮານສະຖານແຫ່ງໜຶ່ງ ທີ່ມີຄຸນຄ່າທາງດ້ານປະຫວັດສາດ ສະຖາປັດ ຕະຍະກຳ ແລະ ບູຮານວິທະຍາ. ວັດແຫ່ງນີ້, ໄດ້ຖືກຮັບຮອງ ເປັນມໍລະດົກແຫ່ງຊາດ 27 ກວ່າປີ (13/11/1993), ມີອາຍຸ 200 ກວ່າປີ ເມື່ອຂຶ້ນສູ່ຈຸດສູງສຸດຂອງ ວັດພູອາສາ ທ່ານຈະສາມາດແນມເຫັນ ວິວທຳມະຊາດ ທີ່ແສນສວຍງາມ ຂອງພື້ນທີ່ດິນບໍລິເວນນໍ້າ ຣາມຊາ ບຶງກຽດໂງ້ງ. ຈຸດເດັ່ນຂອງວັດແຫ່ງນີ້ແມ່ນ ເສົາ ຮູບຊົງດອກເຫັດ ອ້ອມຮອບບໍລິເວນວັດ ເປັນສິ່ງກໍ່ສ້າງ ແລະ ສະຖານບູຮານ ທີ່ບໍ່ຄືໃຜມາກ່ອນ

SA Game
ອິນ​ໄຊ​ລາວ.

ວັດໂຕະໂໝະ ຫຼື ອຸໂມງເຮືອນຫີນ ແມ່ນພື້ນທີ່ແບບດຽວກັນກັບວັດພູ, ຕັ້ງຢູ່ເຂດຄຸ້ມຄອງຂອງບ້ານໂຕະໂໝະທ່າ, ຫ່າງຈາກສຳນັກງານເມືອງປະທຸມພອນ ປະມານ 4,5 ກິໂລແມັດ, ວັດນີ້ສ້າງຂຶ້ນເປັນສອງແລວ ໂດຍມີແມ່ນ້ຳໂຕະໂໝະ ເປັນພົມແດນ, ເຂື່ອນກັ້ນນ້ຳແມ່ນໄດ້ສ້າງຂື້ນຍາວຢຽດ ຕາມແຄມແມ່ນ້ຳອ້ອມຮອບພື້ນທີ່ສັກສິດ

SA Game
ອິນ​ໄຊ​ລາວ.

ນອກຈາກ, 7 ວັດທີ່ອິນໄຊລາວ ນຳສະເໜີແລ້ວ ພາຍໃນແຂວງຈຳປາສັກ ຍັງມີແຫຼ່ງທ່ອງທ່ຽວດ້ານວັດທະນະທຳອີກຫຼາກຫຼາຍ. ໂດຍສະເພາະກໍແມ່ນວັດພູຈຳປາສັກ ທີ່ທຸກຄົນຮູ້ຈັກກັນດີຢູ່ແລ້ວ ແລະ ອີກຫຼາຍກວ່າ 60 ແຫ່ງໃນທົ່ວແຂວງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ:  ອົງການພັດທະນາການທ່ອງທ່ຽວ