ຈະ​ຂໍ​ສາວຕ້ອງ​ໄດ້​ຮູ້! ພິ​ທີ​ຄຳ​ກ່າວຂໍ​ສາວ​ການ​ຕໍ່​ລອງ​ແບບ​ລາວ​ບູ​ຮານ

SA Game

ອິນ​ໄຊ​ລາວ.

​ມາ​ຮູ້​ຈັກ​ກັບ​ການ​ສູ່​ຂໍ​ສາວ​ແບບ​ບູ​ຮານ​ລາວ ກັບ​ຄຳ​ຕໍ່​ລອງ​ອັນ​ໜ້າ​ສົນ​ໃຈ.

ຄິດ​ວ່າ​ຍັງ​ມີ​ຫລາຍໆ​ທ່ານ​ຍັງ​ຄົງ​ບໍ່​ຮູ້ ແລະ ການ​ໄປ​ສູ່​ຂໍ​ສາວ ຫລາຍໆ​ທ່ານ​ຄົງ​ຍັງ​ຕ້ອງ​ໄດ້​ຊອກ​ຜູ້​ຮູ້​ເປັນ​ຕົ້ນ​ແມ່ນ​ຜູ້​ຫລັກ​ຜູ້​ໃຫຍ່​ນຳ​ພາ​ໄປເພື່ອການ​ເວົ້າ​ຈາ​ໃຫ້​ຖືກ​ຕ້ອງ​ຊອດ​ຄ່ອງ, ການ​ຕໍ່​ລອງ ຫລື ການໂອມຂໍ ຫຼື ການສູ່ຂໍສາວແບບລາວບູຮານ, ເຊີ່ງປັດຈຸບັນ ແມ່ນມີການປັບແຕ່ງໄປນຳຍຸກສະໄໝແລ້ວ ໂດຍກ່ຽວກັບການກ່າວໂອມຂໍ ຫຼື ການສູ່ຂໍ ແມ່ນເພິ່ນຈະແຕ່ງຂັນ 5, ຄຳໝາກ 2 ຄຳ, ຢາສູບ 2 ກອກ, ເຫຼົ້າຂາວແກ້ວໜຶ່ງປ່ອນໃສ່ຂັນ ກ່ອນເດີນທາງໄປເຮືອນຝ່າຍຍິງ.

ຕາມ​ພິ​ທີ​ການ​ໃນ​ການ​ສູ່​ຂໍ​ສາວ​ຂອງ​ລາວ​ແບບ​ບູ​ຮານ​ແທ້ໆແລ້ວ, ເມືອ​ໄປ​ສູ່​ຂໍ​ສາວຫຼັງຈາກໄປຮອດເຮືອນຜູ້ສາວແລ້ວ ຈະມີການນັ່ງໂອ້ລົມ ປາໄສກັນຫຼາຍສົມຄວນ, ຕາມ​ທຳ​ນຽມ​ແລ້ວພໍ່ແມ່ທາງຝ່າຍຜູ້ບ່າວ ຈື່ງເລີ່ມເວົ້າຂຶ້ນວ່າ:

SA Game
ອິນ​ໄຊ​ລາວ.

ຝ່າຍຊາຍ “ຈັ່ງໃດນໍ! ພີ່ນ້ອງມາເຕົ້າໂຮມກັນໝົດແລ້ວບໍ່ນໍ?”

ຝ່າຍຍິງ “ເອີ! ໄດ້ມາເຕົ້າໂຮມກັນໝົດແລ້ວ. ໄປມາຈັ່ງໃດເດ? ມີຈຸດປະສົງຫຍັງເດ? ຄືມາກັນຫຼາຍຄົນແທ້?”

ຝ່າຍຊາຍ “ເອີ! ຢາກມາສັບຊ່າວລ່າວປ່ານີ້ແລ້ວ ທົ່ງໄຮ່ເຈົ້າຫຍັງໜາ ທົ່ງນາເຈົ້າຍັງກວ້າງ ບ່ອນລ້ຽງຊ້າງປ່າໄລ່ເຈົ້າມີຢູ່ບໍ່?”.

ຝ່າຍຍິງ “ເອີ! ຍັງມີຢູ່ດອກ”

ຝ່າຍຊາຍ “ເອີ! ດຽວນີ້ ເວລານີ້ ຝ່າຍລູກເຕົ້າໄດ້ມີຂັນດອກໄມ່ເຜິ້ງທຽນ, ມີຂັນໝາກມາຫາ ມີຂັນຢາມາສູ່ ພ້ອມທັງເຫຼົາຢາປາແປ້ງນີ້ແຫຼະ, ພາກັນມາຄູ້ເຂົ່າຫາ ຄູ້ຂາໄຫວ້. ມາຂໍມັກລູກເມຍ ມັກພໍ່ແມ່, ຂໍເປັນລູກເປັນເຕົ້າຂອງພໍ່ແມ່ນີ້ແຫຼະ! ຈິ່ງໄດ້ມີຂັນເຜິ້ງຂັນທຽນ ແລະ ດອກໄມ້ຍົກຂຶ້ນໄວ້ເທິງຫົວເທິງເກົ້າ ຂໍກ່າວໂອມເອົາລູກເຕົ້າ ທິດາຂອງພໍ່ແມ່ນີ້ແຫຼະ ຊື່ວ່ານາງ………. ຂໍພໍ່ແມ່ຈົ່ງໄດ້ເມດຕາປານີ ໂຜດຜາຍໃຫ້ໄດ້ຕາມຄວາມມຸ້ງມາດປາຖະໜາແດ່ທ້ອນ!”

ຝ່າຍຍິງ ເອີ! ຄັນຖ້າຝ່າຍລູກເຕົ້າ ບໍ່ມີຕິດີຮ້າຍ, ບໍ່ຕິທຸກຍາກ ບໍ່ຕິພໍ່ແມ່ແນວໃດແລ້ວ ທາງຝ່າຍພໍ່ແມ່ກໍ່ບໍ່ມີຫຍັງດອກ. ລູກເຕົ້າໄດເບິ່ງຄັກແລ້ວບໍ່?, ພໍ່ແມ່ກໍ່ມີພຽງສ່ຳເຫັນນີ້ແຫຼະ, ໃຫ້ລູກເຕົ້າເບິ່ງ ແລະ ຄິດຄັກໆໃດ໋

ຝ່າຍຊາຍ “ເອີ! ຝ່າຍລູກນີ້ ໄດ້ເບິ່ງຄັກແລ້ວ, ບໍ່ມີຄວາມຕ້ອງຕິຫຍັງ ມີແຕ່ຄວາມພໍອົກພໍໃຈຢ່າງລົ້ນ ເຫຼືອແລ້ວພໍ່ແມ່ເອີຍ!”

ຝ່າຍຍິງ “ເອີ! ຖ້າຝ່າຍລູກເຕົ້າຫາກບໍ່ມີຄວາມຕິຕຽນຫຍັງ ມີແຕ່ຄວາມດີອົກດີໃຈແທ້ ຝ່າຍພໍ່ແມ່ກໍ່ມີແຕ່ຄວາມດີອົກດີໃຈເປັນຢ່າງຍິ່ງ ຄືກັນຫັ້ນແຫຼະ!”

ຝ່າຍຊາຍ “ເຊີນທ້ອນ! ຕົກລົງຮັບເອົາຂັນກ່າວຂັນໂອມ, ຕົກລົງຕາມຈຸດປະສົງຂອງລູກເຕົ້າສາ!”

ພ້ອມກັນນັ້ນ, ພໍ່ແມ່ຜູ້ສາວກໍ່ຍໍມື ຮັບເອົາຂັນກ່າວຂັນໂອມ. ຈາກນັ້ນກໍ່ເອົາຄຳໝາກ ກອກຢາຢູ່ໃນຂັນນັ້ນ ຢາຍໃຫ້ກັນຄ້ຽວ, ສູບທັງເວົ້າວ່າ: ດູດຢາຫອມປາກ, ຄ້ຽວໝາກຫອມຄໍນໍ”. ຕາມປະເພນີແລ້ວ ຜູ້ໃດກໍຕ້ອງໄດ້ຄ້ຽວໝາກ, ສູບຢາແລະ ດື່ມເຫຼົາ. ສະເພາະແມ່ນພໍ່ແມ່ຄີງ ຜູ້ທີ່ບໍ່ເຄີຍດື່ມເຫຼົ້າສູບຢາມາກ່ອນນັ້ນ ກໍ່ຕ້ອງໄດ້ຄ້ຽວໄດສູບ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ພິທີການຂໍສາວ, ທັງມີຄວາມໝາຍວ່າ ເພື່ອເປັນຮີດເປັນຄອງ ໃຫ້ຄ້ຳຄູນບ່າວສາວ

ຈາກນັ້ນ, ກໍ່ປຶກສາຫາລືກັນຢ່າງລະອຽດກ່ຽວກັບຄ່າດອງ, ຄ່າສິນສອດ ແລະ ອື່ນໆໄປນຳ ໂດຍແມ່ນຝ່າຍຊາຍເປັນຜູ້ຖາມກ່ອນວ່າ: ຈັ່ງໃດນໍ! ເລື່ອງຄ່າຫົວ ຄ່າແກ່ວ ຄ່າດອງເດ, ພໍ່ແມ່ຊິວ່າແນວໃດ? ຂໍພໍ່ແມ່ຢ່າໄດ້ຄາດຄ່າຫຼາຍ ຢາຍຄ່າກວ້າງທ້ອນ! ລູກເຕົ້າ ບໍ່ມີຫຼາຍ” ທາງຝ່າຍຍິງກໍ່ຕອບຄືນວ່າ: ເອີ! ພໍສົມມາພາຄວນນີ້ຫຼະ!”

ນັ້ນແມ່ນ ວິທີກ່າວໂອມ (ຂໍສາວ ຫຼື ສູ່ຂໍ) ແບບທີ 1 ເທົ່ານັ້ນ, ຖ້າທຸກຄົນສົນໃຈຢາກໃຫ້ແອັດມິນນຳສະເໜີແບບທີ່ສອງ ສາມາດຄອມເມັ້ນມາໄດ້ເດີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ອີນ​ໄຊ​ລາວ.