ມາ​ຮູ້​ຈັກ​ກັບການ​ເຮັດ​ບຸນ​ປີ​ໃໝ່​ລາວ​ແບບ​ດັ້ງ​ເດີມ​ຂອງ​​ຄົນລາວ.

SA Game

ອິນ​ໄຊ​ລາວ.

ມາ​ເບິງວິ​ທີ​ການການ​ເຮັດພິທີການບຸນປີໃໝ່ລາວ ແບບບູຮານລາວແທ້ໆ.

ໃນ​ຕອນ​ນີ້​ເຮົາ​ຈະ​ມາ​ຮູ້​ກ່ຽວ​ກັບກຸດສົງການ ຫຼື ບຸນປີໃຫມ່ລາວ ເຊີ່ງເຮົາມັກຈະເຫັນຫຼາຍກິດຈະກຳ ທີ່ປິ່ນອ້ອມໃນໄລຍະ 3 ວັນນັ້ນ, ແຕ່ສຳລັບມື້ບຸນປີໃໝ່ແທ້ໆ ຕາມບູຮານແລ້ວ ແມ່ນຈະມີຂໍ້ຫ້າມ ແລະ ວິທິປະຕິບັດຕ່າງກັນໄປ ແລະ ໃນ​ຕອນ​ນີ້​ເຮົາ​ຈະ​ມາ​ເວົ້າ​ເຖິງຂໍ້ຫ້າມ ແລະ ຂໍ້ຄວນປະຕິບັດໃນມື້ບຸນຕ່າງໆ ໃນ 3 ມື້​ຂອງ​ປີ​ໃໝ່​ລາວ.

ວັນສັງຂານລ່ວງ, ວັນເນົາ ແລະ ວັນສັງຂານຂຶ້ນ (ຫ້າມເອົາເງິນອອກຈາກຄັງ ຫຼື ກະຖົງໃຫຍ່) ແຕ່ວັນບຸນຕ້ອງໄດ້ໃຊ້ເງິນ ທ່ານຈຶ່ງມີວິທີແກ້ວ່າ ໃຫ້ເອົາເງິນອອກຈາກຄັງ ຫຼືຖົງໃຫຍ່ແຕ່ກາງຄືນຂອງວັນກ່ອນຈະເປັນວັນສັງຂານສຸດ (ກຸດ) ຫຼື ວັນສັງຂານລ່ອງ (ລ່ວງ) ຄືໃຫ້ງົບປະມານວ່າ ໃນງານບຸນນີ້ຈະໃຊ້ເງິນຫຼາຍນ້ອຍເທົ່າໃດ? ໃຫ້ເອົາອອກເທົ່ານັ້ນ. ປິນີ້ ກໍໃຫ້ເອົາອອກຕັ້ງແຕ່ຄືນຂອງວັນທີ 13 ເພາະວັນທີ 14 ກໍເປັນວັນກຸດແລ້ວ.

SA Game
ອິນ​ໄຊ​ລາວ.

ຮອດວັນກຸດ (ສັງຂານລ່ວງ) ຕື່ນເຊົ້າໃຫ້ອາບນໍ້າແຕ່ເດີກ 3-4-5 ໂມງເຊົ້າ ຊໍາຮະຮ່າງກາຍ, ອະນາໄມເຮືອນຊານ ນັບແຕ່ 6 ໂມງໄປກໍໃຫ້ອາຣາດທະນາພຣະໃນເຮືອນລົງອະນາໄມຂັດສີຈົນ ສະອາດ ຕ້ອງອາລາດທະນາເພີ່ນລົງສົງ ສໍາຄັນຕ້ອງອະນາໄມ, ແບບບູຮານ ແມ່ນແຕ່ງນໍ້າ 3 ຢ່າງ ຄື :

ນໍ້າສົ້ມ ທີ່ບູຮານເຮົາປະດິດໄດ້ ຄື ເອົາກ້ານໝາກນັດມາມັດໃສ່ກັນຈັກ 10 ມັດ, ເອົາຂີ້ຫູດ(ໝາກກູດ) ສົ້ມປ່ອຍ ທັງໝາກທັງໃບ ມາຕົ້ມໃສ່ກັນຕົ້ມສຸກແລ້ວແບ່ງເປັນສອງສ່ວນ ສ່ວນທີນຶ່ງຂັດສີພຣະຢູ່ເຮືອນ ສ່ວນທີ່ສອງເຮັດໄປ ຂັດພຣະທີ່ວັດ(ຕອນເອົາພຣະລົງສົງ ເຊິ່ງທາງວັດ ຫຼືອົງການຈັດຕັ້ງບ້ານ ຈະນັດເວລາຕ່າງຫາກ, ເມື່ອໄຫວ້ພຣະແລ້ວ ກໍອາຣາດທະນາພຣະລົງ ແລ້ວເອົາພຣະແບ່ງກັນໄປຂັດ ບົວລະບັດ ຂັດສີ ຂັດຈົນກ້ຽງຂາວ ແລ້ວລ້າງດ້ວຍນໍ້າສະອາດ ຈຶ່ງເອົາໄປໄວ້ທີ່ຮ້ານສົງພຣະແລ້ວຈຶ່ງນິມົນພຣະສົງ ສາມະເນນລົງມາສົງນໍ້າອົບນໍ້າຫອມພຣະໂດຍການສູດຊະຍັນໂຕ ແລ້ວຍາດໂຍມຈຶ້ງສົງພຣະຕາມທີຫຼັງ, ສ່ວນເຮັດທີ່ເຮືອນກໍສົງພຣະຕາມໃຈຕາມຂັ້ນຕອນ.

ວິທິເຮັດນໍ້າຫອມແບບບູຮານ ເຮົາຈະເກັບດອກໄມ້ທີ່ມີກິ່ນຫອມຕາກແຫ້ງໄວ້ແຕ່ເດືອນສາມ ເຊັ່ນດອກຂະຍອມ, ດອກຈໍາປາແດງ ແລະ ດອກໄມ້ອື່ນໆທີ່ມີກິ່ນຫອມ ເຮັດວັນສັງຂານລ່ວງ ເຂົາຈະຕົ້ມນໍ້າປະໄວ້ອຸ່ນໆແລ້ວແຊ່ດອກໄມ້ລົງ ນໍ້າແບບນີ້ເຂົາວ່ານໍ້າອົບ ນໍ້າຫອມ, ນໍ້າອົບນໍ້າຫອມແບບນີ້ແລ້ວເໝາະແກ່ການສົງພຣະເຂົາຈະບໍ່ເອົານໍ້າທົ່ວທີບ ແຕ່ປັດຈຸບັນນີ້ ມີນໍ້າອົບຫອມສັງເຄາະຫາຊື້ງ່າຍ

  • ວັນສັງຂານລ່ວງ ບາງຄອບຄົວຖືໂອກາດທໍາບຸນ ທີ່ເຮືອນ ທີ່ບ້ານດ້ວຍການສູດມົນລ້ຽງເຊົ້າ ແລະ ເພນພຣະ ເປັນສີຣິມຸງຄຸນກໍໄດ້, ອີກອັນໜຶ່ງວັນສັງຂານລ່ວງ ຖືໂອກາດສົມມາພໍ່ແມ່ປູ່ຍ່າ, ຕາ ຍາຍ
  • ວັນເນົາ ຫ້າມນອນເວັນ ຕ້ອງຫຼິ້ນ, ໄປທ່ຽວ, ໄປທໍາບຸນ ຫຼື ໄປສົມມາຄາລະວະບັນພະຊົນ ຊັກດູກ ອຸທິດກຸສົນ ຫຼື ຈະຊັກຊວນກັນເຮັດຕົ້ນກັນຫຼອນໄປຖວາຍພຣະກະເປັນວັດທະນະທໍາ ວິທີທໍາບຸນອີກແບບໜຶ່ງ (ກັນຫຼອນແມ່ນຫຍັງກັນຫຼອນຄືການເຮັດຕົ້ນກາລະພຶກ ໂດຍການຮິບໂຮມປັດໄຈກັນ ແລ້ວກໍແຫ່ໄປຕາມຄຸ້ມບ້ານ ໃຫ້ຊາວບ້ານໄດ້ເພາະບຸນ ອຸໂປໂມທະນານໍາ ແລ້ວກໍແຫ່ເຂົ້າວັດໄປມົນຄູບາຮັບ ແຕ່ວ່າການແຫ່ຕົ້ນໄປບໍ່ໄດ້ບອກ ຫຼື ນະມົນພຣະໄວ້ກ່ອນລ່ວງ ໜ້າ ຄືໄປແບບຫຼອນ ຈຶ່ງຮັກວ່າກັນຫຼອນ ແບບນີ້ທ່ານວ່າໄດ້ອະນິສົງຫຼາຍ) (ວັນເນົາຫ້າມນອນເວັນ ຜູ້ເຖົ້າແກ້ວ່າມັນຊິເນົ່າທັງປີວ່າຈັງຊັ້ນ) ບາງເຮືອນສວຍໂອກາດຈັດງານລ້ຽງ.
  • ວັນສັງຂານຂຶ້ນ ຕື່ນຂຶ້ນມາອາບນໍ້າແຕ່ເດິກ 3-4-5 ໂມງ, ຮອດ 6 ໂມງພາສະມາຊິກຄອບຄົວ ໄຫວ້ພຣະ ເອົາພຣະຂຶ້ນຮ້ານພຣະທີ່ເຮືອນແຕ່ເຊົ້າ, ຄາລະວະພຣະພຸດ ແລະ ພໍ່ແມ່ ຜູ້ອາວຸໂສໃນເຮືອນ ແລະໃຫ້ພອນລູກ ຜູ້ແຂນໃຫ້ກັນແຕ່ເຊົ້າ, ໄປທໍາບຸນທີ່ວັດ ຫຼື ວ່າຈະມົນພຣະມາທີ່ເຮືອນກໍໄດ້ ບາງຄອບຄົວເຮັດແຕ່ວັນອື່ນໆມາແລ້ວ ຢາກເຮັດບາສີວັນນີ້ກໍໄດ້ ຫຼື ບໍ່ເຮັດກໍໄດ້ ຫາກເຮັດວັນອື່ນແລ້ວ ກໍບໍ່ເປັນຫຍັງ ແຕ່ວ່າປະເພນີແມ່ນຖືວັນນີ້ເປັນວັນອວຍພອນໃຫ້ກັນແລະກັນ ຫາກເຮັດວັນອື່ນແລ້ວ ກໍໃຫ້ເຮັດສະເພາະຄອບຄົວແຕ່ເຊົ້າ ຈຶ່ງໄປເຮັດກິດຈະກໍາອື່ນ
SA Game
ອິນ​ໄຊ​ລາວ.

ນອກຈາກນີ້ແລ້ວ, ວັນສັງຂານຂຶ້ນ ຍັງຕ້ອງບາສີເຮືອນ ຄືໃຫ້ບາສີ ເສົາແຮກ, ເສົາຂວັນ (ຄອບບອກແມ່ທໍລະນີທີ່ເສົາຂວັນ ມີດອກໄມ້ 1 ຄູ່ ທຽນ ທູບ ຢ່າງລະຄູ ຈູດຄອບບອກ) ບາສີອຸນໍ້າ,(ຕູ້ເຢັນ) ບາສີກ້ອນເສົ້າຄີໄຟ ຕຽງນອນ ຫົວຂັ້ນໃດ ແລະ ປະຕູເຮືອນ.

ໂດຍສິ່ງທີ່ຈະນຳມາບາສີປະກອບມີ: ໃຫ້ເອົາ ດອກ-ໃບ ຄູນ ໃບຍົມ ມາມັດດ້ວຍຝ້າຍຂາວຍາວ ໃຫຍ່ໃຫ້ເໝາະສົມກັບສິ່ງທີ່ຈະຜູກ ນັ້ນແລ້ວກໍເວົ້າຕາມຄວາມຕ້ອງການ ສ່ວນໃຫຍ່ເວົ້າແຕ່ເລື່ອງຢູ່ດີມີສຸກ ໃນພອນ 4 ອາຍຸ ວັນນະສຸຂະຜະຫຼະ ຫຼື ຈະຫຍາຍຄວາມໄປຕາມໃຈມັກ

ຕົກຕອນແລງ ມີການຂົນດິນເຂົ້າວັດ ແລະ ຕົບພະທາດຊາຍ ສິ່ງທີ່ກຽມໄປ ຄື ນໍ້າມົນ, ທຸງຊໍ່, ທຸງໄຊ,(ເທົ່າອາຍຸ) ທຸກເຫຼັກ ທຸງທອງ ທຸງເງິນ (ແນວລະເທົ່າໃດຕາມໃຈ ແຕ່ 1 ອັນຂຶ້ນໄປ) ວິທີເຮັດພຣະທາດຊາຍ ຈະເຮັດລວມກັນ ຫຼື ເຮັດສະເພາະຕົນກໍໄດ້ ຫາກເຮັດລວມກັນ ຈະເຮັດເປັນກອງໃຫຍ່ ເປັນຮູບຕ່າງໆສວຍງາມ ແລ້ວເອົາສິ່ງທີ່ກຽມມາ ໄປປັກໄວ້

ແລະ ຖືວ່າຈົບພິທີການເຮັດບຸນປີໃໝ່ແບບບູຮານ ທີ່ເປັນວັດທະນະທໍາແບບໜຶ່ງຂອງຊາວລາວ ທີ່ຄວນອານຸລັກຮັກສາ ແລະ ສືບສານສົ່ງຕໍ່ໃຫ້ລູກຫຼານສືບໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ອີນ​ໄຊ​ລາວ.