ປະຫວັດຄວາມ​ເປັນ​ມາ​ຂອງວັດນາກໃຫ່ຍ​ໂດຍ ພຣະອາຈານບຸນຍາດ

SA Game

ອີນ​ໄຊ​ລາວ

ມາ​ຟັງປະຫວັດຂອງວັດນາກໃຫ່ຍ ຈາກການເລົ່າຂອງ ພຣະອາຈານບຸນຍາດ ເຈົ້າອະທິການ ວັດນາກໃຫ່ຍ.

ຖື​ວ່າ​ກຳ​ລັງ​ເປັນ​ທີ່​ຮື​ຮາ​ກັນ​ໃນ​ຊ່ວງ​ໜຶ່ງ​ໃນ​ກະ​ແສ​ສື່​ສັງ​ຄົມ​ອອນ​ລາຍ, ເນື່ອງ​ຈາກ​ຍັງ​ມີ​ຫລາຍໆ​ທ່ານ​ທີ່​ຍັງ​ຄົງ​ບໍ່​ເຄີຍ​ເຫັນ ແລະ ບໍ່​ເຄີຍ​ໄດ້​ຮູ້​ກ່ຽວ​ກັບ​ວັດ​ນາກ​ໃຫຍ່​ເຊິງ​ຫລັງ​ຈາກ​ມີ​ຜູ້​ໄດ້​ໄປ​ທ່ຽວ​ຊົມ ແລະ ໄດ້​ພາບ​ງາມໆ​ມາ​ກໍ​ເຮັດ​ໃຫ້​ເປັນ​ທີ່​ສົນ​ໃຈ​ຂອງ​ຫລາຍໆ​ທ່ານ ແລະ ພະ​ຍາ​ຍາມ​ຊອກ​ຫາ​ຂໍ້​ມູນ​ເພື່ອ​ໄປ​ກາບ​ໄວ້​ສັກ​ຂະ​ລະ​ບູ​ຊາ​ໃຫ້​ໄດ້.

ເຊິງວັດນາກໃຫ່ຍ ຕັ້ງຢູ່ ບ້ານ ທ່າພະລານໄຊ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ, ແລະ ວັດນາກໃຫ່ຍ ຍັງເປັນວັດເກົ່າແກ່ ແລະ ເລື່ອງລືມາແຕ່ບູຮານນະການ ເຊິ່ງເປັນປູຊະນີຍະສະຖານ ອັນສັກສິດ. ເພາະນະທີ່ນີ້ ມີຮູພະຍານາກ ຢູ່ໃຈກາງຂອງວັດ. ວັດແຫ່ງນີ້ຖືກສ້າງຂຶ້ນມາແຕ່ສະໄໝໃດແມ່ນບໍ່ມີຂໍ້ມູນທີ່ຊັດເຈນ ຮູ້ພຽງແຕ່ວ່າເປັນວັດທີ່ຕິດພັນກັບປະຫວັດສາດເມືອງວຽງຈັນ ແຕ່ບູຮານ.

SA Game
ອີນ​ໄຊ​ລາວ

ພຣະອາຈານ ບຸນຍາດ ເຈົ້າອະທິການວັດນາກໃຫ່ຍ ໄດ້ເລົ່າໃຫ້ທີມງານອິນໄຊລາວຟັງວ່າ: ມີການບ່ອກເລົ່າກັນມາວ່າ  ຢູ່ໃຈກາງຂອງວັດຈະສັງເກດເຫັນໂພນໃຫ່ຍ ທີ່ຄ້າຍຄືກັບອູບມຸງ ທີ່ບັນຈຸສິ່ງສັກສິດອັນໃດອັນໜື່ງໄວ້ທາງໃນນັ້ນ.

SA Game
ອີນ​ໄຊ​ລາວ

ອີງຕາມຕໍາລາອຸລັງຄະທາດ ແລະ ໜັງສືໃບລານ ໄດ້ຂຽນໄວ້ວ່າ:​ ພະທາດຢູ່ໃຈກາງວັດນັ້ນເປັນຫຼັກຂອງປະເທດລ້ານຊ້າງ, ນອກຈາກນັ້ນຍັງມີເລື່ອງເລົ່າສືບຕໍ່ກັນມາອີກວ່າ: ຍັງມີລຸງຈັນ ໄປໃສ່ໄຊຖືກລູກພະຍານາກ ພໍຕົກຄໍ່າມາ ພໍ່ຂອງພະຍານາກແປງໂຕເປັນຄົນຮົ່ມຂາວ ແລ້ວມາລົມກັບລຸງຈັນວ່າ ເຈົ້າປ່ອຍລູກຂ້ອຍ ຂ້ອຍຈະຊ່ວຍເຈົ້າທຸກຢ່າງ,  ລຸງຈັນເຫັນວ່າ ຮົ່ມຜ້າຂາວນັ້ນ ຄົງຈະເປັນຜູ້ມີສິນທໍາ ຈຶ່ງປ່ອຍລູກຂອງພະຍານາກໄປ.

SA Game
ອີນ​ໄຊ​ລາວ

ຫຼາຍປີຕໍ່ມາຝົນບໍ່ຕົກຕາມລະດູການ ລຸງຈັນກໍຕີກອງສັນຍານໃຫ້ນາກຂຶ້ນມາຊ່ວຍ ຫຼື ປີໃດມີນໍ້າຖ້ວມລຸງຈັນກໍຕີກອງສັນຍານຂຶ້ນມາຊ່ວຍເຊັ່ນກັນ. ຈົນບ້ານເມືອງຂອງລຸງຈັນຈະເລີນຮຸ່ງເຮື່ອງ ແຕ່ບັງເອີນມີນາກຈໍານວນໜື່ງຂຶ້ນມາທໍາຮ້າຍຜູ້ຄົນ ລຸງຈັນຈື່ງຮ້ອງຂໍໃຫ້ພະຍານາກຜູ້ປົກຄອງເມືອງ ໃຫ້ອັດຮູຂອງພະຍານາກໄວ້. ຈຶ່ງກາຍເປັນພະທາດຢູ່ກາງວັດນາກໃຫ່ຍ ແລະ ເອີ້ນວ່າພະທາດອັດຮູ ພະຍານາກ ຈົນຮອດປະຈຸບັນນີ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາ​ວ.