ບຸນມະໂຫລານ ກາເຟ-ຊາ ພູພຽງບໍລະເວນ ປີ 2022 ແຂວງຈໍາປາສັກ

SA Game

ຂ​ປ​ລ

ເປີດບຸນມະໂຫລານ ກາເຟ-ຊາ ແລະ ປະກາດ ປ່າສະຫງວນດົງຫົວສາວ ແລະ ດົງເຊປຽນ ເປັນອຸທິຍານແຫ່ງຊາດ

ວັນທີ 17 ກຸມພາ 2022 ແຂວງຈໍາປາສັກ ເປີດບຸນມະໂຫລານ ກາເຟ-ຊາ ພູພຽງບໍລະເວນ ປີ 2022 ແລະ ເປີດ ອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດເຊປຽນ

ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ, ມີ ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານເຈົ້າແຂວງ ສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ, ພ້ອມດ້ວຍຜູ້ປະກອບການ ເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວໃນພິທີບາງຕອນວ່າ: ການຈັດງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປະຈຳປີ 2022 ນີ້ ເປັນການສົ່ງເສີມການຜະລິດຂອງຊາວສວນກາເຟ-ຊາ ແຂວງຈຳປາສັກ ແລະ ບັນດາແຂວງ

SA Game
ຂ​ປ​ລ

ຜູ້ປະກອບການທຸລະກິດກາເຟ-ຊາຈາກທົ່ວປະເທດ ຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດຄວາມເປັນມາຂອງກາເຟ-ຊາ ພູພຽງບໍລະເວນ, ຄວາມຫລາກຫລາຍດ້ານແນວພັນ, ຊະນິດກາເຟ, ວິຖີຊີວິດຊາວສວນເມືອງປາກຊ່ອງ ທີ່ຕິດພັນກັບການສ້າງຄຸນຄ່າໃນການຜະລິດກາເຟ-ຊາ ຄຸນນະພາບ ແລະ ສ້າງຄ່ານິຍົມໃນໝູ່ຄົນລຸ້ນໃໝ່ໃຫ້ມີວັດທະນະທໍາການດື່ມກາເຟ-ຊາ ພູພຽງບໍລະເວນ;

ສ້າງຕ່ອງໂສ້ມູນຄ່າການຜະລິດ, ການສົ່ງເສີມການຕະຫລາດ ແລກປ່ຽນຊື້-ຂາຍ, ຈັບຄູ່ທຸລະກິດ ແລະ ການສົ່ງອອກ, ນັບແຕ່ຊາວສວນຜູ້ຜະລິດ ຜ່ານຂະບວນເຕັກນິກການຄັດເລືອກຄຸນນະພາບເມັດກາເຟ-ຊາ, ການຂົ້ວ, ການປຸງແຕ່ງໃນຫລາຍຂັ້ນຕອນ, ຈົນຮອດສິລະປະການຊົງກາເຟ ທີ່ເປັນເອກະລັກ ຮັກສາລົດຊາດສະເພາະກາເຟ-ຊາ ພູພຽງບໍລະເວນ ເວົ້າລວມ, ເວົ້າສະເພາະ ທີ່ເມືອງປາກຊ່ອງ ຜືນແຜ່ນດິນຄໍາ ແລະ ດິນພູໄຟ ສົມຄໍາຊ່າລື ຈາກສວນ-ສູ່ຈອກຂອງຜູ້ຊົມໃຊ້.

ການເຟ-ຊາ ແມ່ນສິນຄ້າ ຍຸດທະສາດ ຂອງແຂວງຈຳປາສັກ, ສ້າງລາຍຮັບທີ່ໝັ້ນທ່ຽງໃຫ້ແກ່ປະຊາຊົນ ຊາວສວນ ແລະລັດຖະບານ ເປັນສິນຄ້າສົ່ງອອກ, ສໍາລັບປີ 2021 ແຂວງຈໍາປາສັກສົ່ງອອກສິນຄ້າ ມູນຄ່າ 300 ລ້ານໂດລາ, ໃນນັ້ນ ກາເຟ-ຊາ ສົ່ງອອກມູນຄ່າ 70 ລ້ານໂດລາ ກວມ 23,33% ຂອງການສົ່ງອອກ ໄປໃນ 20 ປະເທດທົ່ວໂລກ.

ໃນງານຄັ້ງນີ້ ມີຫລາຍກິດຈະກຳ ເປັນຕົ້ນ: ງານວາງສະແດງ ແລະ ຂາຍສິນຄ້າ ຜົນຜະລິດ ແລະຜະລິດຕະພັນກາເຟ, ຊາ, ພືດຜັກເມືອງໜາວ ແລະ ສິນຄ້າ ODOP ຈາກບັນດາເມືອງອ້ອມຂ້າງແຂວງ ຈໍາປາສັກ, ຊິມລົດຊາດການປຸງແຕ່ງກາເຟ-ຊາ ຂອງຮ້ານກາເຟ-ຊາ ຈາກບັນດາແຂວງໃນທົ່ວປະເທດ; ການສໍາມະນາວິທະຍາສາດ ໃນຫົວຂໍ້ ສໍາຄັນກ່ຽວກັບຍຸດທະສາດການພັດທະນາກາເຟລາວ, ກາລະໂອກາດການເຂົ້າເຖິງຕະຫລາດ ແລະ ສິ່ງທ້າທາຍການແຂ່ງຂັນໃນຕະຫລາດກາເຟສາກົນ;

SA Game
ຂ​ປ​ລ

ການປະກວດ ແລະ ແຂ່ງຂັນການຊົງ ແລະ ຊິມຄຸນນະພາບກາເຝ Barista ແລະ ທ່ຽວຊົມສວນກາເຟ ແລະ ແຫລ່ງທ່ອງທ່ຽວທຳມະຊາດ ທີ່ເມືອງປາກຊ່ອງ.

ຕິດພັນກັບງານດັ່ງກ່າວ, ຍັງມີ ພິທີ ປະກາດ ປ່າສະຫງວນດົງຫົວສາວ ແລະ ດົງເຊປຽນ ເປັນອຸທິຍານແຫ່ງຊາດ, ເຊິ່ງອຸດທະຍານແຫ່ງຊາດ ດົງຫົວສາວ ແມ່ນມີຄວາມໂດດເດັ່ນ ທິວທັດທຳມະຊາດທີ່ສວຍງາມ ມີພູພຽງ, ພູສູງ, ຄວາມຫລາກຫລາຍສາຍນໍ້າ, ມີນ້ຳຕົກຕາດຫລາຍແຫ່ງ ເຊິ່ງມີນໍ້າໄຫລຕະຫລອດປີ ແລະ ມີຄວາມຫລາກຫລາຍທາງດ້ານຊະນິດພັນສັດນ້ໍາ-ສັດປ່າ ແລະ ພືດປ່າ ກຸຫລາບພັນປີ ທີ່ຫາຍາກ

ເປັນທີ່ຍອມຮັບຂອງສາກົນ ວ່າເປັນອຸດທິຍານ ທີ່ມີຄວາມອຸດົມສົມບຸນທີ່ເຕັມໄປດ້ວຍຊີວະນາໆພັນອັນລ້ຳຄ່າ, ເປັນເຮືອນຮັງຂອງສັດປ່າ ແລະ ມີຄວາມຫລາກຫລາຍຂອງຊະນິດພັນໄມ້ໃນລະບົບນິເວດປ່າໄມ້ເຂດຮ້ອນ ທີ່ເປັນເອກະລັກທາງດ້ານຄຸນຄ່າຊີວະວິທະຍາ ທີ່ມີຄວາມສໍາຄັນຕໍ່ວົງສາຄະນະຍາດແຫ່ງຊາດ ແລະ ໃນໂລກ.

ອຸດທະຍານແຫ່ງຊາດ ເຊປຽນ ແມ່ນມີຄວາມໂດດເດັ່ນທາງດ້ານຊະນິດພັນສັດປ່າ ຈໍາພວກຕະກຸນລີງ ທະນີ ແລະ ນົກນໍ້າຂະໜາດໃຫຍ່ ແລະ ປ່າດົງດິບເຂດຮາບພຽງຂະໜາດໃຫຍ່ ປະເພດປ່າແຄມນໍ້າ ເປັນທີ່ຢູ່ອາໄສທີ່ມີຄຸນຄ່າຕໍ່ສັດນ້ຳ-ສັດປ່ານາໆ ຊະນິດ, ໃນຂອບເຂດປ່າສະຫງວນ ເຊປຽນ ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ໄດ້ສ້າງຄຸນຄ່າ ແລະ

ປະໂຫຍດ ຈາກຄວາມອຸດົມສົມບູນຂອງລະບົບນິເວດ ພາຍໃນເຂດປ່າສະຫງວນແຫ່ງນີ້ ໃນການດໍາລົງຊີວິດ ຕິດພັນກັບການອະນຸລັກ ປົກປັກຮັກສາປ່າສະຫງວນແຫ່ງຊາດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ປະເທດລາວ Pathedlao