6 ມາດ​ຕະ​ການ​ຕ້ອງ​ປະ​ຕິ​ບັດ​ເຂັ້ມ​ງວດ​ໃນ​ການ​ຫລິ້ນ​ບຸນ​ປີ​ໃໝ່​ລາວ​ປີ​ນີ້

SA Game

ພາບ: Lao National Radio

​ການສະຫລອງປີໃໝ່ລາວຮຽກຮ້ອງໃຫ້ປະຕິບັດ 6 ມາດຕະການຢ່າງເຂັ້ມງວດ.

ເພື່ອຮັບມືກັບສະພາບການດັ່ງກ່າວ ລັດຖະບານເຮົາ ກະກຽມຄວາມພ້ອມ ແລະ ວາງມາດຕະການປ້ອງກັນແຕ່ຫົວທີໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ໄດ້ທົບທວນ ແລະ ປັບປຸງໃຫ້ສອດຄ່ອງກັບສະພາບການແຜ່ລະບາດຂອງພະຍາດເປັນແຕ່ລະໄລຍະ, ທຸກພາກສ່ວນໃນສັງຄົມ ໄດ້ເປັນເຈົ້າການໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆ ເຫຼົ່ານັ້ນ ຢ່າງເຂັ້ມງວດ.
ຕອນເຊົ້າວັນທີ 12 ເມສາ 2021 ທີ່ສໍານັກນາຍົກລັດຖະມົນຕີ ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຖະແຫລງ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ບາງຕອນສໍາຄັນທ່ານກ່າວວ່າ ໃນປີ ຜ່ານມານີ້ ບັນດາປະເທດໃນທົ່ວໂລກ, ລວມທັງ ສປປລາວ ຂອງພວກເຮົາໄດ້ປະເຊີນກັບ “ການລະບາດຢ່າງຮ້າຍແຮງຂອງພະຍາດCOVID-19” ເຊີ່ງໄດ້ແຜ່ລາມເປັນວົງກວ້າງນັບແຕ່ຕົ້ນປີ 2020 ມານີ້.
SA Game
ພາບ: Lao National Radio
ອີກ​ຢ່າງ​ໜຶ່ງ​ກໍ​ຄືການໄດ້ຮັບການຊ່ວຍເຫຼືອ ສະໜັບສະໜູນຈາກສັງຄົມ, ອົງການຈັດຕັ້ງ ແລະ ບັນດາປະເທດເພື່ອນມິດ ຈຶ່ງເຮັດໃຫ້ພວກເຮົາສາມາດເອົາຊະນະສັດຕູໂຕຮ້າຍກາດນີ້ໄດ້ໃນລະດັບໃດໜຶ່ງຊຶ່ງສະແດງອອກບໍ່ມີຜູ້ຕິດເຊື້ອພະຍາດ COVID-19 ພາຍໃນປະເທດ ເລີ່ມແຕ່ກາງເດືອນ ເມສາ 2020 ເປັນຕົ້ນມາ.ໄປຄຽງຄູ່ກັນນີ້ ລັດຖະບານ ກໍ່ໄດ້ຈັດຕັ້ງສັກຢາ ໃຫ້ກຸ່ມເປົ້າໝາຍ, ມາປະຈຸບັນ ໄດ້ສຳເລັດເຂັມທີ 1 ຈຳນວນ 140.000 ກວ່າຄົນ ແລະ ເຂັມທີ 2 ໄດ້ ເກືອບ 28.000 ຄົນ.
ປັດຈຸບັນCOVID-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ໂລກ ແລະ ຕໍ່ປະເທດເຮົາ ນັບມື້ນັບເພີ່ມຂຶ້ນຊຶ່ງບໍ່ທັນສາມາດສະກັດກັ້ນ ໄດ້ຢ່າງຂາດຕົວເທື່ອ, ເຊື້ອພະຍາດໄດ້ກາຍພັນ ມີຄວາມສາມາດທຳລາຍຮ້າຍແຮງກວ່າເກົ່າ ເຮັດໃຫ້ການຕິດເຊື້ອເພີ່ມຂຶ້ນໄວ ຢູ່ປະເທດຕ່າງໆ ໃນໂລກ, ຫຼາຍປະເທດ ມີການລະບາດຮອບ 2, ຮອບ 3 ແລ້ວ, ມາຮອດມື້ນີ້ ພະຍາດດັ່ງກ່າວ ຍັງສືບຕໍ່ແຜ່ເຊື້ອໄປທົ່ວເຂດແຄວ້ນຂອງໂລກ, ມີຜູ້ຕິດເຊື້ອເກືອບ136 ລ້ານຄົນ, ມີຜູ້ເສຍຊີວິດ ທັງໝົດເກືອບ 3 ລ້ານຄົນ. ໃນນີ້ ຢູ່ປະເທດອ້ອມຂ້າງຂອງພວກເຮົາ ກໍກຳລັງມີການລະບາດຮຸນແຮງຂຶ້ນ, ມີການລະບາດໃນຮອບໃໝ່ ຊຶ່ງໄດ້ຂະຫຍາຍອອກສູ່ວົງກ້ວາງ ແລະ ຍາກທີ່ຈະສະກັດກັ້ນ ແລະ ຄວບຄຸມ ໄວ້ໄດ້, ຊຶ່ງມີຄວາມສ່ຽງສູງທີ່ອາດຈະແຜ່ລະບາດ ເຂົ້າມາປະເທດເຮົາ ເນື່ອງຈາກ ສັງຄົມ ເລີ່ມມີການລະເຫຼີງ, ຖືເບົາຕໍ່ມາດຕະການທີ່ຄະນະສະເພາະກິດວາງອອກ ແລະ ຍັງມີສະພາບການເຂົ້າເມືອງຜິດກົດໝາຍ ແລະ ກໍຍ້ອນວ່າພວກເຮົາໄດ້ຜ່ອນຜັນມາດຕະການຈຳນວນໜຶ່ງເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ຊຶ່ງໄດ້ມີການອະນຸຍາດ ໃຫ້ເດີນທາງເຂົ້າ-ອອກ ສປປ ລາວ ຈຶ່ງໄດ້ພົບຜູ້ຕິດເຊື້ອ ທີ່ເດີນທາງມາຈາກຕ່າງປະເທດ. ມາຮອດມື້ນີ້ ເຖິງວ່າ ຢູ່ ສປປ ລາວມີຜູ້ຕິດເຊື້ອສະສົມ ລວມທັງໝົດ 52 ຄົນ (ກໍລະນີໃໝ່ 3 ກໍລະນີ), ໃນນີ້ ປີ່ນປົວຫາຍດີ 47 ຄົນ ແລະ ຍັງສືບຕໍ່ປິ່ນປົວ 05 ຄົນ ແຕ່ມາຮອດວັນທີ 11 ເມສາ 2021 ໄດ້ພົບຄົນເຈັບຕິດເຊື້ອພາຍໃນປະເທດເປັນຄັ້ງທຳອິດໃນໄລຍະ 1 ປີຜ່ານມາ.
ອີງໃສ່ສະພາບການລະບາດ ຢູ່ບັນດາປະເທດໃນໂລກ ໂດຍສະເພາະປະເທດທີ່ີມີຊາຍແດນຕິດຈອດກັບປະເທດເຮົາ, ສົມທົບກັບໄລຍະນີ້ ຍັງມີແຮງງານທີ່ເດີນທາງຈາກປະເທດທີ່ມີການລະບາດຂອງພະຍາດ ເຂົ້າມາໃນປະເທດເຮົາ,ດັ່ງນັ້ນ ແຕ່ນີ້ ຕໍ່ໄປ ພວກເຮົາ ຕ້ອງພ້ອມກັນມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າ ແລະ ພ້ອມກັນເອົາໃຈໃສ່ປປະຕິບັດເຂັ້ມງວດໃນການປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ດັ່ງນີ້:
1. ສືບຕໍ່ປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ທີ່ອອກມາແລ້ວໃຫ້ເຂັ້ມງວດ ໂດຍສະເພາະ ຄຳສັ່ງເພີ່ມເຕີມ ກ່ຽວກັບການເພີ່ມທະວີການປະຕິບັດບັນດາມາດຕະການ ເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດCOVID-19ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວຫາທ້າຍເດືອນເມສາ.
2. ຈັດຕັ້ງການສັກວັກຊີນກັນພະຍາດ COVID-19ຢ່າງເລັ່ງດ່ວນໂດຍສະເພາະສຸມໃສ່ສັກໃຫ້ກຸ່ມອາຊີບທີ່ໃຫ້ການບໍລິການສາທາລະນະ ແລະ ຂະຫຍາຍໄປທຸກສາຂາອາຊີບຕາມແຜນທີ່ວາງໄວ້. ສະນັ້ນ ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊີນ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ ຊຶ່ງຢາວັກຊີນ ແມ່ນໄດ້ຮັບການຢັ້ງຢືນ ຈາກອົງການສາກົນ, ຫຼາຍປະເທດໃນໂລກ ກໍ່ໄດ້ນຳໃຊ້. ຜ່ານການສັກຢາວັນຊີນ ໃຫ້ກຸ່ມເປົ້າໝາຍໃນໄລຍະຜ່ານມາ ບໍ່ມີການລາຍງານກ່ຽວກັບຜົນຂ້າງຄຽງທີ່ຮ້າຍແຮງເກີດຂຶ້ນ.
3. ພ້ອມກັນນີ້ ກໍ່ສະເໜີໃຫ້ພາກທຸລະກິດ ເປັນເຈົ້າການປະກອບສ່ວນສະໜັບສະໜູນແຜນການສັກວັກຊີນ ໂດຍຜ່ານກະຊວງສາທາລະນະສຸກ.
4. ເພີ່ມທະວີການຕິດຕາມ, ກວດກາບໍລິເວນລຽບຕາມຊາຍແດນຢ່າງເຄັ່ງຄັດເພື່ອສະກັດກັ້ນການລັກລອບເຂົ້າປະເທດຂອງພົນລະເມືອງລາວ ແລະຊາວຕ່າງຊາດໂດຍສະເພາະຈຸດຂ້າມລອຍລະຫວ່າງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນເພື່ອໃຫ້ສາມາດນຳເອົາຜູ້ລັກລອບເຂົ້າເມືອງຜິດກົດໝາຍມາກວດວິເຄາະຊອກຫາເຊື້ອCOVID-19ແລະຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ໃຫ້ຄົບ 14 ວັນຕາມລະບຽບການ. ພ້ອມກັນນີ້, ກໍ່ຈະປະຕິບັດມາດຕະການ ເດັດຂາດ ຕໍ່ຜູ້ທີ່ລັກລອບເຂົ້າ-ອອກເມືອງ ຕາມກົດໝາຍແລະລະບຽບການກ່ຽວຂ້ອງ ກຳນົດ.
5. ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເພີ່ມທະວີ ໃນການປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະແກ້ໄຂການລະບາດຂອງພະຍາດCOVID-19ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
6. ປັບປຸງມາດຕະຖານສູນຈຳກັດບໍລິເວນ, ກວດວິເຄາະຫາເຊື້ອພະຍາດ ໃນກຸ່ມຄົນທີ່ມີອາການສົງໃສ ແລະ ມີຄວາມສ່ຽງ.
ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານ ມີແຜນສືບຕໍ່ສັກຢາວັກຊີນ ໃຫ້ພົນລະເມືອງ ໃນປີ 2021 ໃຫ້ໄດ້ 22% ແລະ ປີ 2022 ໃຫ້ໄດ້ 70% ຂອງຈຳນວນພົນລະເມືອງທັງໝົດ. ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ, ປະຊາຊົນລາວທຸກຖ້ວນໜ້າ ພະນັກງານ ທະຫານຕຳຫຼວດໃນຂອບເຂດທົ່ວປະເທດ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ກຳນົດໄວ້ໂດຍສະເພາະ ພະນັກງານຫຼັກແຫຼ່ງ ແກ່ນສານ ຈົ່ງເປັນແບບຢ່າງ ນຳໜ້າ ພ້ອມພຽງໜ້າກັນໄປຮັບການສັກຢາວັກຊີນຢ່າງຮີບດ່ວນໃຫ້ຄົບຖ້ວນ ເພື່ອຮັບປະກັນໃນການປ້ອງກັນການຕິດເຊື້ອ.
ຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ,ການຈັດຕັ້ງທາງສັງຄົມ ຈົ່ງເປັນກຳລັງແຮງໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ແຫລ່ງ​ທີ່​ມາ: Lao National Radio.