ມາ​ຮູ້​ຈັກຄໍາວ່າ “ມົນ” ຄວາມໝາຍໃນພາສາລາວ​ແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ມົນ” ມີຄວາມໝາຍແນວໃດ?

​ຄໍາວ່າ “ມົນ” ໝາຍເຖິງຄໍາສັກສິດ, ຄໍາສໍາລັບສູດ ຫຼື ຄາຖາອາຄົມ ເປັນຄໍາທີ່ຈົ່ມ ຫຼື ເວົ້າ ມີຈຸປະສົງ ທາງໃສຍະສາດ ຫຼື ມີຜົນຕໍ່ທາງຈິດໃນ. ມົນແບ່ງອອກເປັນຫຼາຍປະເພດເຊັ່ນ: ມົນເພື່ອປີ່ນປົວຄົນ, ມົນ ເພື່ອເຮັດໃສ່ຄົນ, ມົນເພື່ອຊື້ໄດ້ຂາຍໝານ, ມົນເພື່ອຄຸ້ມຄອງຮັກສາໃນເດີນທາງ ການອອກເສີກ, ມົນເພື່ອ ປາບພຸດຜີປີສາດ ແລະ ສິ່ງຊົ່ວຮ້າຍ, ມົນເພື່ອສົ່ງເຄາະ ແລະ ອື່ນໆ.

ຄໍາວ່າ “ມົນ” ຍັງໝາຍເຖິງວົງກົມ ຫຼື ເປັນໜ່ວຍກົມບໍ່ມີລ່ຽມ, ເປັນວົງວຽນ ຫຼື ວົງມົນ ເຊັ່ນ: ຮູບວົງມົນ, ໝາກບານມົນເປັນໜ່ວຍມົນ, ທາງ ວົງວຽນ ມີຈຸດກາງເປັນວົງມົນ ເປັນຕົ້ນ. ນອກຈາກນັ້ນ ຍັງສາມາດນໍາໄປປະສົມກັບຄໍາອື່ນອີກ ເຊັ່ນ: ມົນຕີ, ສັງຄະມົນຕີ, ນາຍົກລັດຖະມົນຕີ, ມົນດົບ ໝາຍເຖິງເຮືອນຍອດມີ 4 ລ່ຽມ, ມົນທົນ ໝາຍເຖິງວົງ ລ້ອມ ຫຼື ບໍລິເວນ ເຂດແຂວງ, ມົນທຽນ ໝາຍເຖິງ ຜາສາດ, ມົນທາ, ມົນທິນ, ມົນທຽນບານ, ມົນລະ ພິດ, ມົນລະພາວະ, ນິມົນ ແລະ ອື່ນໆ. ອີກຄວາມໝາຍນຶ່ງໝາຍເຖິງຜ້າແພຜືນນ້ອຍໆ ເອີ້ນແພມົນ ຊຶ່ງຄົນນິຍົມເອົາໄວ້ເຊັດເຫື່ອ ຫຼື ນໍ້າຕາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ມົນ”.

“ມົນ” (1. ຄໍານາມ) ຄໍາສັກສິດ, ຄໍາສໍາລັບສູດ (ປ. ມັນຕະ), ຄາຖາ, ອາຄົມ. (2. ຄໍາກິລິຍາວິເສດ) ກົມອ້ອມບໍ່ມີລ່ຽມ, ຊື່ຜ້າຜືນນ້ອຍໆ ສໍາລັບໃຊ້ເຊັດໜ້າ.

ຕົວ­ຢ່າງ: 

  • ພໍ່ໝໍຈົ່ມມົນຢູ່ພືມໆ ເພື່ອເສກເຂົ້າສານປາບຜີ ທຸກຄົນນັ່ງນົບ ແລະ ຈ້ອງຕາເບີ່ງຢ່າງບໍ່ຂາດສາຍຕາ.
  • ຕີນລົດສ່ວນໃຫຍ່ເປັນວົງມົນ ຈິ່ງເຮັດໃຫ້ແລ່ນໄວໄດ້ ຍົກເວັ້ນລົດຊາ ແລະ ລົດດຸດ ທີ່ມີຕີນເປັນໂສ້ ຈິ່ງເຮັດໃຫ້ແລ່ນໄດ້ຊ້າກວ່າ.
  • ເນື່ອງຈາກບໍ່ກ້າເວົ້າສະນັ້ນ ຜູ້ສາວເອົາແພມົນສະລັກກາຫົວໃຈ ແລະ ຖັກຄໍາວ່າ ຮັກເດີ ໃຫ້ຜູ້ບ່າວ ຊຶ່ງເປັນການບອກຮັກ ອີກວິທີໜຶ່ງ.

ສະຫຼຸບ.

ຄໍາວ່າ “ມົນ”​ ໝາຍເຖິງຄໍາເວົ້າ ຄໍາຈົມ ກ່ຽວກັບໃສຍະສາດ ຫຼື ມີຜົນຕໍ່ທາງຈິດໃຈຂອງຄົນ ແມ່ນສິ່ງທີ່ ເຮົາເອີ້ນ ຄາຖາ ອາຄົມ ຫຼື ມົນ. ມາຍເຖິງວົງມົນ ຫຼື ສິ່ງທີ່ມົນກົມ. ນອກຈາກນັ້ນ, ຍັງແມ່ນຊື່ຜ້າຜືນ ນ້ອຍເອີ້ນແພມົນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo