ມາ​ຮູ້​ຈັກຄໍາວ່າ “ຝົນ” ​ກັບຄວາມໝາຍໃນພາສາລາວ​ແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ຝົນ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຝົນ” ໝາຍເຖິງນໍ້າເປັນເມັດເກີດຈາກເມກ ຫຼື ຂີ້ເຝື້ອ ຕົກລົງມາຈາກເທິງຟ້າ ເອີ້ນເມັດຝົນ ແລະ ເວລາຕົກຫຼາຍໆ ເອີ້ນຫ່າຝົນ ຫຼື ຝົນຕົກ. ໃນກໍລະນີທີຕົກລົງມາເປັນເມັດນໍ້າກ້ອນ ເອີ້ນ “ໝາກເຫັບ” ແລະ ໃນກໍລະນີຝົນຕົກແລ້ວມີລະອອງນໍ້າເກີດຂຶ້ນເອີ້ນ “ໝອກ”. “ຝົນ” ສໍາຄັນຫຼາຍຕໍາການດໍາລົງຊີວິດຂອງມະນຸດ ຖ້າປີໃດຝົນດີ (ຝົນພໍດີ) ແລະ ຖືກຕ້ອງຕາມລະດູການກໍຈະເຮັດໃຫ້ຜົນລະປູກ ພຶດຜັກນາໆພັນ ຕົ້ນໄມ້ໃບຫຍ້າຂຽວງາມ ໃນທາງກົງກັນຂ້າມ ຖ້າຝົນຫຼາຍເກີນໄປກໍເຮັດໃຫ້ເກີດນໍ້າຖ້ວມ ແລະ ຖ້າບໍ່ຝົນ ກໍເກີດໄພແລ້ງ ສົ່ງຜົນກະທົບຕໍ່ການກະເສດ, ສິ່ງແວດລ້ອມ.

ຄົນເຮົາເອີ້ນ “ຝົນ” ຕາມເຫດການຕົວຈິງຂອງມັນ ເຊັ່ນ: ຟ້າຄື້ມເມກຝົນ,ສາຍຝົນ, ຝົນຕົກໜັກ, ຝົນແລ້ງ, ຝົນຝອຍ, ຝົນປີວ, ຝົນຫຼັ່ງ, ຝົນລິນ, ຝົນລົມ, ຝົນແຮງ, ພະຍຸຝົນ, ຝົນຟ້າດີ, ຝົນເອື້ອນ, ຝົນເຊົາ, ຝົນຮໍາ, ປຽກຝົນ, ຝົນທຽມ (ໝາຍເຖິງຝົນທີ່ມະນຸດໃຊ້ສານເຄມີບັງຄັບໃຫ້ເກີດຝົນ), ຝົນກໍແຊ່ງແລ້ງກໍດ່າ ແລະ ອື່ນໆ. ນອກຈາກນັ້ນ, ຄໍາວ່າ “ຝົນ” ຍັງໝາຍເຖິງການລັບສິ່ງໃດສິ່ງນຶ່ງໃຫ້ຄົມໃຫ້ແຫຼມ ເຊັ່ນ: ຝົນພ້າ, ຝົນມິດ, ຝົນເຫຼັກແຫຼມ. ສ່ວນຄໍາວ່າຝຶກຝົນ ແມ່ນການເຮັດໃຫ້ມີຄວາມອົດທົນ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຝົນ”.

“ຝົນ” (1. ຄໍານາມ) ນໍ້າທີ່ຕົກຈາກເມກເປັນເມັດນ້ອຍໆ, ຂວບປີ. (2. ຄໍາກິລິຍາ) ເອົາຫີນ ຫຼື ຂອງຊາໆ ຖູໄປຖູມາ. (3. ຄໍາກິລິຍາ)

ຕົວ­ຢ່າງ: 

  • ປີນີ້ຝົນຕົກດີ ເຮັດໃຫ້ອຸດົມສົມບູນໄປດ້ວຍເຂົ້າໃນນາ ປາໃນນໍ້າ. ການກະເສດກໍໄດ້ຮັບຜົນດີດ້ວຍເຊັ່ນການເຮັດນາເຂົ້າ, ການເຮັດໄຮ່, ການປູກຜັກ ແລະ ໝາກໄມ້.
  • ກົມອຸຕຸນິຍົມ ໄດ້ອອກແຈ້ງການໃຫ້ລະວັງພະຍຸລະດູຮ້ອນ ທີ່ອາດຈະກໍ່ໃຫ້ເກີດຝົນຕົກໜັກເປັນບໍລິ ເວນກວ້າງ ແລະ ອາດເກີດມີນໍ້າຖ້ວມຫຼາຍທ້ອງຖີ່ນ.
  • ສອງສາມມື້ນີ້ຝົນລິນບໍ່ເຊົາ ຊັກເຄື່ອງໄວ້ບໍ່ໄດ້ຕາກແດດ ເຮັດໃຫ້ມີກີ່ນອັບເກີດຂຶ້ນ ສົງໃສຊິໄດ້ຊັກຄືນ ໃໝ່ອີກ.
  • ຄົນສະໄໝກ່ອນລັບມິດ-ລັບພ້າ ແມ່ນໃຊ້ກ້ອນຫີນລັບພາ ຊຶ່ງຕ້ອງໃຊ້ຄວາມພຽນຄ່ອຍລັບຄ່ອຍຝົນ ແຕ່ປັດຈຸບັນ ສ່ວນໃຫຍ່ແມ່ນມັກໃຊ້ເມີນເຈຍເອົາທັງສະດວກ ແລະ ປະຫຍັດເວລາ.

ສະຫຼຸບ.

ຄໍາວ່າ “ຝົນ”​ ໝາຍເຖິງນໍ້າທີ່ຕົກຈາກຟ້າເປັນເມັດເກີດຈາກກ້ອນເມກ ຫຼື ຂີ້ເຟື້ອ ເອີ້ນ ເມັດຝົນ ເວລາຕົກຫຼາຍໆ ເອີ້ນຫ່າຝົນ ຫຼື ຝົນຕົກ. ພ້ອມກັນນັ້ນ, ຍັງໝາຍເຖິງການລັບ ສິ່ງຂອງໃຫ້ຄົມ ໃຫ້ແຫຼມ ເຊັ່ນ: ລັບພ້າ ລັບມິດ ອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo