ມາ​ຮູ້​ຈັກ​ກັບ ກີ່ແອວ ອຸປະກອນຈາກພູມປັນຍາຂອງແມ່ຍິງເຜົ່າກະຕູ

SA Game

ອີນ​ໄຊ​ລາວ

ອຸປະກອນຕ່ຳແຜ່ນແພ “ກີ່ແອວ” ເປັນ​ສິ່ງ​ທີ່​ມາ​ຈາກພູມປັນຍາຂອງແມ່ຍິງເຜົ່າກະຕູ

ຈາກ​ບົດ​ທີ່​ຜ່ານ​ມາ​ເຮົາ​ໄດ້​ເວົ້າ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ ແລະ ວິ​ຖີ່​ຊິ​ວິດ​ການ​ເປັນ​ຢູ່​ຂອງ​ເຜົ່າ​ກະ​ຕູ ທີ່ມ​ຮີດ​ຄອງ​ປະ​ເພ​ນີ​ທີ່​ແຕກ​ຕ່າງ​ຈາກ​ຊົນ​ເຜົ່າ​ອື່ນໆ ແລະ ມີ​ເອ​ກະ​ລັກ​ຂອງ​ບ້ານ ຫລື ເຮືອນ​ຊານ​ທີ່​ສວຍ​ງາມທີ່​ສາ​ມາດ​ສັງ​ເກດ​ໄດ້​ໃນ​ຮູບ​ຊົງ​ທີ່​ມີ​ເອ​ກະ​ລັກ, ພ້ອມ​ນັ້ນ​ຍັງ​ມີ​ວິ​ຖີ່​ຊິ​ວິດ​ທີ່​ໜ້າ​ສົນ​ໃຈ ແລະ ໜ້າ​ຄົ້ນ​ຫາ, ນອກ​ຈາກ​ສິ່ງ​ທີ່​ເວົ້າ​ມາ​ແລ້ວ​, ເສື້ອ​ຜ້າ​ໜ້າ​ແພ​ຂອງ​ຊົນ​ເຜົ່າ​ກະ​ຕູ​ກໍ​ສວຍ​ງາມ ແລະ ຕຳ​ແຜ່ນ​ແພ​ອອກ​ມາ​ຢ່າງ​ປາ​ນີດ.

ສ່ວນ​ບົດ​ນີ້​ເຮົາ​ຈະ​ມາ​ເວົ້າ​ເຖິງ “ກີ່ແອວ” ອຸປະກອນທີ່ໃຊ້ເຂົ້າໃນການຕ່ຳແຜ່ນແພ ແມ່ນເປັນການສະແດງເຖິງ ພູມປັນຍາຂອງແມ່ຍິງ ຊົນເຜົ່າກະຕູ ທີ່ມີໜ້າທີ່ຕ່ຳແຜ່ນຜ້າ ເພື່ອໃຊ້ເປັນເຄື່ອງນຸ່ງຫົ່ມ, ໂດຍການຕ່ຳແຜ່ນຜ້າຂອງແມ່ຍິງຊົນເຜົ່າກະຕູ ຈະໃຊ້ “ກີ່ແອວ” ເປັນຫຼັກ ທີ່ມີຄວາມຍາວປະມານ 4-5 ວາ, ໃຊ້ວິທີການນັ່ງຕ່ຳ ໂດຍການຢຽດຂາອອກ ແລ້ວໃຊ້ຕີນທັງສອງເບື້ອງຢັນໄມ້ໄວ້ ເຊິ່ງການໃຊ້ ກີ່ແອວ ຕ່ຳແຜ່ນແພນີ້ ແມ່ນຈະໄດ້ຜ້າແພທີ່ກວ້າງປະມານ ເຄິ່ງແມັດ.

SA Game
ອີນ​ໄຊ​ລາວ

ການໃຊ້ “ກີ່ແອວ” ສຳລັບແມ່ນຍິງຊົນເຜົ່າກະຕູ ແມ່ນຖືວ່າມີຄວາມສະດວກສະບາຍ ແລະ ສາມາດເກັບມ້ຽນ, ພົກພາໄດ້ສະດວກ ເນື້ອຜ້າທີ່ໄດ້ຈາກການຕ່ຳຈະໜາ ແລະ ຫຍາບ ເນື່ອງຈາກຜະລິດດ້ວຍມື, ສີທີ່ໃຊ້ຍ້ອມໄດ້ຈາກທຳມະຊາດ.

SA Game
ອີນ​ໄຊ​ລາວ

ສຳລັບ ລວດລາຍຂອງຜືນຜ້າ ຈະເປັນລາຍລີ້ວນ້ອຍ ແລະ ໃຫຍ່ ສະຫຼັບສີກັນ, ແຕ່ສ່ວນທີ່ເປັນຈຸດເດັ່ນ ຂອງການຕ່ຳຜ້າ ຄືການປັກລູກປັດສີຂາວ ລົງໄປໃນເສັ້ນໄໝເປັນລວດລາຍຢ່າງເປັນລະບຽບ, ຜ້າທີ່ຕ່ຳແບບນີ້ ຈະໃຊ້ມາເປັນສິ້ນນຸ່ງ ຫຼື ຕີນສິ້ນ, ການຕ່ຳຜ້າດ້ວຍ “ກີ່ແອວ” ອາດໃຊ້ເວລາດົນກວ່າຈະໄດ້ແຕ່ລະຜືນ ເພາະເປັນງານສີມື ແລະ ຖືເປັນງານສິລະປະ ທີ່ລະອຽດອ່ອນ ແລະ ມີຄຸນຄ່າທາງຈິດໃຈເມື່ອໄດ້ເປັນເຈົ້າຂອງ.

SA Game
ອີນ​ໄຊ​ລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອີນ​ໄຊ​ລາວ