ຮັກສາວັດທະນະທຳ ແລະ ສິ່ງແວດລ້ອມທີ່ດີເພື່ອການທ່ອງທ່ຽວມີບັນຍາກາດດີ

SA Game

ໜັງ​ສື​ພິ​ມ​ລາວ​ພັດ​ທະ​ນາ

​ເພື່ອ​ໃຫ້ການທ່ອງທ່ຽວມີບັນຍາກາດ​ທີ່ດີ ​ຊ່ວຍ​ກັນຮັກສາວັດທະນະທຳ ແລະ ສິ່ງແວດລ້ອມທີ່ດີ

ທີ່ຜ່ານມາພວກເຮົາເຮັດໄດ້ດີແລ້ວ, ແຕ່ແນວໃດກໍດີຢາກໃຫ້ພວກເຮົາ ອະນຸລັກ ແລະ ສົ່ງເສີມວັດທະນະທໍາອັນດີງາມໃຫ້ເປັນທີ່ໜ້າສົນໃຈຕື່ມ ເພື່ອແຂກຕ່າງດ້າວທ້າວຕ່າງແດນ ຈຶ່ງຢາກມາຢ້ຽມຢາມ, ເມື່ອສາກົນຖືລາວເຮົາເປັນຈຸດໝາຍປາຍທາງທີ່ຄວນມາຮອດມາເຖິງທີ່ສຸດຂອງໂລກໃນປີ 2023, ພວກເຮົາຈົ່ງພ້ອມກັນຮັກສາຊື່ສຽງປະເທດ ເຮັດແນວໃດໃຫ້ແຂກຕ່າງດ້າວທ້າວຕ່າງແດນຈັບອົກຈັບໃຈ ໄດ້ມາທ່ຽວລາວແລ້ວກໍຢາກມາອີກ ແລະ ຊວນກັນມາ.

ວັດທະນະທໍາແມ່ນບັນດາຄຸນຄ່າທາງວັດຖຸ ແລະ ຈິດໃຈ ທີ່ມະນຸດສ້າງຂຶ້ນ ຊຶ່ງເມື່ອເວົ້າເລື່ອງນີ້, ພັກປະ ຊາຊົນ ປະຕິວັດລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຖືວ່າວັດທະນະທໍາແມ່ນຄຸນລັກສະນະ ແລະ ປັດໄຈພື້ນຖານຂອງການຄົງຕົວຂອງຊາດ, ແມ່ນກໍາລັງດັນ ແລະ ຈຸດໝາຍຂອງການພັດທະນາສັງ ຄົມຕາມທິດສັງຄົມນິຍົມ. ຂະນະດຽວກັນຍັງຖືເອົາວຽກວັດທະນະທໍາເປັນສະໜາມຮົບສໍາຄັນ ໂດຍໜ້າທີ່ໃຈ ກາງຂອງວຽກງານໃນສະພາບການໃໝ່ນີ້ ຕ້ອງຮັບປະກັນການຕໍ່ສູ້, ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນສັງຄົມໃຫ້ມີປະສິດທິຜົນທັງຕ້ອງເສີມຂະຫຍາຍ, ພັດທະນາ, ຍົກລະດັບຄຸນຄ່າວັດທະ ນະທໍາຂອງຊາດ, ປຸກຈິດສໍານຶກ ແລະ ສ້າງຄວາມຮັບຜິດຊອບຕໍ່ສັງຄົມ, ຕື່ນຕົວປະຕິບັດພັນທະ ແລະ ມີຈັນຍາບັນໃນການປະຕິບັດໜ້າທີ່ເພື່ອສັງຄົມຂອງຄົນລາວ.

SA Game
ໜັງ​ສື​ພິ​ມ​ລາວ​ພັດ​ທະ​ນາ

ວັດທະນະທໍາຂອງຊາດລາວ ແມ່ນສິ່ງຍອດຍິ່ງຂອງຄົນລາວ ແມ່ນຄວາມເອກອ້າງທະນົງໃຈທັງແມ່ນສິ່ງຊຸກຍູ້ປຸກຈິດໃຈຄົນໃນຊາດ. ເມື່ອເວົ້າເລື່ອງການ ທ່ອງທ່ຽວກໍຕ້ອງເວົ້າເລື່ອງວັດທະນະທຳການບໍລິການທັງການໄປມາ, ການພັກເຊົາຢູ່ກິນກໍແມ່ນວັດທະນະ ທຳໜຶ່ງທີ່ດີງາມ.. ຊຶ່ງທັງພາກລັດ, ເອກະຊົນ ແລະ ປະຊາຊົນ ຕ້ອງຮ່ວມກັນໃຫ້ດີ, ມີມາດຕະຖານດີເພື່ອ ສ້າງຄວາມເຊື່ອໝັ້ນ ແລະ ການຍ້ອງຍໍຂອງຜູ້ໃຊ້ບໍລິການ.

ການບໍລິການດີແມ່ນຄວາມຕ້ອງການຂອງຜູ້ໃຊ້ບໍລິການ ຊຶ່ງບໍ່ຄວນເລືອກປະຕິບັດ ຫລື ເຮັດແບບຕາມມີຕາມເກີດໂດຍທຸກມື້ນີ້ຕ້ອງຫັນເປັນມືອາຊີບ,ຖອດ ຖອນບົດຮຽນທີ່ດີຈາກບ້ານເພິ່ນເມືອງທ່ານວ່າ ເພິ່ນບໍລິການໄດ້ດີແນວໃດ ແຂກທັງນອກທັງພາຍໃນຈຶ່ງຕິດອົກຕິດໃຈ?. ຄວາມຈິງແລ້ວ, ການທ່ອງທ່ຽວ ແມ່ນການຫາອາຫານໃຈຢ່າງໜຶ່ງໝາຍວ່າໄປທ່ຽວຕ້ອງມ່ວນ ຕ້ອງໄດ້ກິນອາຫານແຊບຊ້ອຍ ລາຄາບໍ່ແພງທັງໄດ້ປະສົບການດີໃນຊີວິດແຫ່ງການເດີນທາງ…ບໍ່ມີນັກທ່ອງທ່ຽວໃດຢາກເຫັນຢາກພົບການບໍລິການ ທີ່ໜ້າເບື່ອ ນັບແຕ່ພວມຈະຍ່າງເຂົ້າປະຕູ. ຢ່າໃຫ້ເລື່ອງເລັກນ້ອຍກາຍເປັນເລື່ອງໃຫຍ່, ບໍ່ຄວນປະໝາດ, ຮູ້ແລ້ວຕ້ອງຮີບຊ່ວຍກັນແກ້ໄຂບໍ່ວ່າຈະເປັນຄວາມຫຍໍ້ທໍ້ຈາກການ ຊື້ປີ້ໂດຍສານ…ການບໍລິການຈອງບ່ອນພັກ, ຄ່າບໍໍລິການ, ມາດຕະຖານການບໍລິການ, ລາຄາສິນຄ້າ, ບັນ ດາສະພາບແວດລ້ອມອໍານວຍ ແລະ ອື່ນໆ. ພວກເຮົາຕ້ອງຮູ້ຈັບເອົາກາລະ ແລະ ໂອກາດ ເປັນດັ່ງຄົນເບິ່ງກວ້າງເຫັນໄກ, ບໍ່ກິນເຂົ້າຄໍາໃຫຍ່ທີ່ກິນໄດ້ເທື່ອດຽວ, ເບິ່ງບັນຫາໃຫ້ຊອດ.

ການຈະດຶງດູດຄົນພາຍໃນ ແລະ ພາຍນອກມາໃຊ້ຈ່າຍບໍລິການທ່ອງທ່ຽວບໍ່ແມ່ນວ່າມີແຕ່ໂຄສະນາເປັ້ງໆ ຫລາຍຮູບຫລາຍສີ, ມັນກ່ຽວຂ້ອງກັບການບໍລິການທີ່ເປັນມືອາຊີບ, ມາດຕະຖານດີທີ່ຜູ້ບໍລິການສ່ວນຫລາຍຍອມຮັບ. ພ້ອມກັນເປັນເຈົ້າເຮືອນເຈົ້າຊານ ເປັນເຈົ້າບ້ານເຈົ້າເມືອງທີ່ດີຕ້ອນຮັບແຂກ ມາຢາມ, ມາແລ້ວຢາກມາຕື່ມອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ