ພຣະສົງຈາກ ສປປ ລາວ ໄດ້ຮັບລາງວັນສັນຕິພາບໂລກມອບໃຫ້ນັກບຸນ

SA Game

Thantachito Bhikkhu

ພຣະອາຈານ ປອ.ພວງປະເສີດ ພູມາວົງ ພຣະສົງຈາກ ສປປ ລາວ ໄດ້ຮັບລາງວັນສັນຕິພາບໂລກ

​ຖື​ວ່າ​ເປັນ​ກຽດ ແລະ ເປັນ​ຕົວ​ແທນ​ໃຫ້ ລາວ​ເຮົາ ສ້າງ​ໃຫ້​ພ​ຣະ​ສົງ​ຕ່າງໆ​ໃນ ສ​ປ​ປ ລາວ ເດີນ​ຕາມ​ທາງ​ໃນ​ການ​ປະ​ຕິ​ບັດ​ໃນ​ເສັ້ນ​ທາງ​ສາຍ​ທຳ​ຂອງ​ພ​ຣະ​ສົງ​ອົງ​ອື່ນໆ, ເຊິ່ງວ່າພຣະສົງຈາກປະເທດ ສປປ ລາວ ໄດ້ຖືກຄັດເລື່ອກໃຫ້ໄດ້ຮັບລາງວັນໃນຄັ້ງນີ້ແມ່ນ ພຣະອາຈານ ປອ.ພວງປະເສີດ ພູມາວົງ ຄະນະບໍລິຫານງານປະຈຳການ, ຮອງຫົວໜ້າກັມມາທິການສຶກສາສົງ ສູນກາງ ອພສ.

ຕາມການອາຣາທະນານິມົນ ຂອງພຣະອາຈານ ສັງຄະລາຊາ ມ໊ອກເທັກ (Sang galaja MOKTAK) ຈາກ ປະເທດສາທາລະນະລັດເກົາຫລີໃຕ້ ໄດ້ນິມົນພຣະສົງທີ່ມີຄຸນໝູປະການຕໍ່ພຣະພຸດທະສາສະໜາ ແລະ ມີຄວາມສະໜິດສະໝົມ ຮັກແພງເປັນພິເສດ ໃຫ້ມາຮ່ວມງານ ຈັດໂດຍ ສະມາຄົມຜູ້ນໍາພຣະພຸດທະສາສະໜາສາກົນ ຫລື International Buddhism Leader Association ເຊິ່ງເອີ້ນວ່າ WORLD BUDDHIST DHARMA-KING.

SA Game
Thantachito Bhikkhu

ພິທີດັງກ່າວ ໄດ້ຈັດແບບລຽບງ່າຍ ເລິ່ມຕົ້ນດ້ວຍ ມອບດອກໄມ້ ເຄື່ອງບູຊາ, ສູດມົນ-ຮ້ອງເພງສັນລະເສີນພຣະພຸດທະເຈົ້າ ແນະນໍາແຂກສຳຄັນ ທີ່ມາຮ່ວມງານ.

ໂດຍມີພຣະສົງທີ່ມີບົດບາດສຳຄັນ ເປັນຜູ້ນຳດ້ານພຣະພຸດທະສາສະໜາ ຈາກນາໆປະເທດ ປະກອບດ້ວຍ ປະເທດສະຫະພາບມ້ຽນມາ, ປະເທດ ສປປ ລາວ, ປະເທດຣາຊອານາຈັກໄທ, ສີລັງກາ, ມົງໂກເລຍ ມາຮ່ວມງານ ຢ່າງອົບອຸ່ນ.

SA Game
Thantachito Bhikkhu

ເຊິ່ງພຣະສົງຈາກ ສປປ ລາວ ໃນນາມເຈົ້າອະທິການວັດອົງຕື້ ວໍຣະມະຫາວິຫານ ເປັນອົງໄດ້ຮັບລາງວັນ ຊື່ລາງວັນວ່າ

ລາງວັນສັນຕິພາບໂລກ ເປັນກຽດໂດຍພຸດທະສາສະນິກະຊົນໂລກ ແລະ ມອບໃຫ້ນັກບຸນ” ຫລື World Peace Prize Honored by World Buddhists and Degree Awarded to a Saint ແລະ ໄດ້ມີການມອບລາງວັນຢ້ອງຍໍໃຫ້ພຣະສົງເກົາຫລີ ແລະ ບັນດາສະມາສິກ, ຈົບລົງດ້ວຍຊາວພຸດເກົາຫລີ ຂາບໄຫວ້ ຄະນະພຣະສົງເຖຣະ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Thantachito Bhikkhu