​ດີ​ໃຈ! ບຸນຊ່ວງເຮືອເຕັມຮູບແບບໃກ້​ຈະ​ມາ​ຮອດ​ມາ​ເຖິງ​ແລ້ວ

SA Game

ນະຄອນຫລວງພຣະບາງ Luangprabang City

ກຽມ​ພ້ອມ​ຈັດ​ງານ​ເທ​ສະ​ການບູນ​ຊວງ​ເຮືອ​ທີ​ຫລວງ​ພະ​ບາງແບບ​ເຕັມ​ຮູບ​ແບບ​ອີກ​ຄັ້ງ

ຖື​ວ່າ​ດົນ​ນານ​ເຕີບ​ທີ່​ບໍ່​ໄດ້​ເຫັນ​ບູນ​ຊວງ​ເຮືອ​ທີ​ຫລວງ​ພະ​ບາງ, ແລະ ອີກບໍ່ດົນເກີນຄວນ ບັນດາຄຸ້ມວັດ ຄຸ້ມບ້ານ ກໍ່ຈະມີການປົວແປງເຮືອຊ່ວງກັນແລ້ວ ເພື່ອນຳໄປຫັດຮຽນ-ຫັດແອບເຮືອຊ່ວງຕາມນ້ຳຂອງ ນ້ຳຄານ ແລະປະຊາຊົນນ້ອຍໃຫຍ່ ກໍ່ຈະພາກັນໄປເບິ່ງ-ໄປຊົມ ໄປໂອ້ລົມ ໄປຂາຍເຄື່ອງ ກັນຕາມແຄມທ່າກັນແລ້ວ ແຕ່ປີນີ້ເປັນປີທີ່ທາງການໃຫ້ມີການເຮັດບຸນຊ່ວງເຮືອເຕັມຮູບແບບ ຫລັງຈາກທີ່ 2-3 ປີຜ່ານມາ ແມ່ນບໍ່ໄດ້ຈັດ ມີແຕ່ຄອບໄຂ່ວເທົ່ານັ້ນ

ບັນ​ຫາ​ຫລັກກໍແມ່ນ​ຢູ່​ຊ່ວງ​ການ​ລະ​ບາດ​ຂອງ​ໂຄວິດ19 ບ້ານເມືອງກໍ່ປິດກັນ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໄປມາບໍ່ໄດ້ ປີນີ້ແມ່ນມີການຈັດແລ້ວ ແຕ່ຫລາຍວັດ ຫລາຍບ້ານກໍ່ມີບັນຫາ ເລື່ອງຂາດການສະໜັບສະໜູນ ທັງອາຫານ ເສື້ອຜ້າ ແລະປັດໄຈໃນການບົວລະບັດເຮືອຊ່ວງ ເຮືອໃຫ້ຫລາຍວັດ ຫລາຍບ້ານຍັງຄິດສອງຈິດ-ສອງໃຈວ່າ ຈະເອົາປັດໄຈຢູ່ໃສເອົາເຮືອຊ່ວງລົງຊ່ວງ ?

SA Game
ນະຄອນຫລວງພຣະບາງ Luangprabang City
ຝົນຟ້າກໍ່ເລັ່ງເທມາ ສາຍທາລາ ກໍ່ຍຶ່ງຂຶ້ນເຕັມຕາຫລິ່ງ ບົ່ງບອກເຖິງເວລາແຫ່ງບຸນຊ່ວງເຮືອ ບຸນເຂົ້າປະດັບດິນ ບຸນເຂົ້າຫໍ່ໂປ້ ທີ່ສຶບທອດມາດົນນານແສນນານ
ຊາຍໜຸ່ມບ້ານນ້ອຍ ບ້ານໃຫຍ່ ກໍ່ດີໃຈເປັນທີສຸດ ເພາະຈະມີບຸນເດືອນເກົ້າ ບຸນເຂົ້າປະດັບດິນ ບຸ່ນຊ່ວງເຮືອທີ່ຍຶ່ງນ້ຳຄານ ເຊິ່ງນັບວ່າເປັນບຸນຂອງຊາວໜຸ່ມເພດຊາຍ ທີຈະປະຮອງກຳລັງວັງຊາກັນ ວ່າບ້ານໃດ ວັດໃດ ຄຸ້ມໃດ ຈະມີໄຊຊະນະຂອງບຸນຊ່ວງເຮືອ ເພາະຊາວຫນຸ່ມຈະຮ່ວມມື ຮ່ວມແຮງກັນເຝີກແອບ ເຝີກຫັດເຮືອຊ່ວງ
ໃນຕອນບ່າຍຂອງທຸກໆມື້ກ່ອນຈະຮອດມືຊ່ວງເຮືອນັ້ນ ຮອດເວລາປະມານ 13:00 ໂມງ ແຕ່ລະບ້ານ-ແຕ່ລະວັດ ຈະພາກັນຕີກອງ ຕີຝາງຫາດ ປ່າວປະກາດຮ້ອງໃຫ້ຊາວຫນຸ່ມ ໄປລົງເຮືອເຝີກແອບກັນເປັນແຖວ ບັນດາສາວໆ ກໍ່ຈະພາກັນໄປເບິ່ງ ບັນດາສີພາຍກໍ່ຈະຮ້ອງ ຈະເຊິ້ງເປັນກອນ ໃຫ້ສາວໆຕາມຕາຫລິ່ງແຄມນ້ຳ ຢອກໄຍກັນຢ່າງມ່ວນຊື່ນ ຕາມຍຶ່ງນ້ຳຄານ ກໍ່ຈະໄດ້ຍິນສຽງສີພາຍເຮືອຊ່ວງຮ້ອງວ່າ ເອີກຮົວະໆໆໆ ກັບສຽງໄມ້ພາຍກະທົບກັບນ້ຳດັງພົດສະນັ່ນຫວັ່ນໄຫວ
SA Game
ນະຄອນຫລວງພຣະບາງ Luangprabang City
ສຽງເຫລົ່ານັ້ນກະຕຸ້ນໃຫ້ຜູ້ຄົນຢູ່ໃນເຮືອນ ຮີບຟ້າວໃຈຮ້ອນລົງໄປທ່ານ້ຳຢ່າງວ່ອງໄວ ບາງຜ່ອງ ບາງຄົນ ກໍ່ເລາະໄປຊື້ເຂົ້າປຸ້ນຂົ້ວ ຕຳໝາກຮຸ່ງ ໃສ່ພາ ຫໍ່ໃສ່ກະໂທ ກິນຕາມແຄມທ່າ ເລາະຊື້ໝາກສີດາ ໝາກຂົມ ໝາກກໍ່ ໝາກເກັນ ໝາກແຕງ ໝາກກ້ຽງ … ມາກິນກັນ

ຮູບພາບຂອງການຫັດເຮືອຊ່ວງ ທີ່ຍຶ່ງນ້ຳຄານ ເມື່ອປີ ຄສ 2019 ໂດຍ Houmphet Manisouk

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ນະຄອນຫລວງພຣະບາງ