ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ພ​ຣະ​ປາງ​ຫ້າມ​ມານ​ທີ່​ຫລາຍ​ຄົນ​ຍັງ​ບໍ່​ຮູ້​ຈັກ

SA Game

ຮູບພາບ :​ Houmphet Manisouk

ມາ​ຮູ້​ຈັກ​ກັບ​ປະ​ຫວັດ​ຂອງ ພຣະປາງຫ້າມມານວັດສຸວັນນະຄີລີນະ​ຄອນຫລວງພຣະບາງ

​ຄິດ​ວ່າ​ບັນ​ດາ​ທ່ານ​ທັງ​ຫລາຍ​ທີ່​ເຫັນ​ພ​ຣະ​ອົງ​ນີ້​ແລ້ວ​ຄົງ​ຄິດ​ວ່າ​ເປັນ​ຄື​ພ​ຣະ​ພຸດ​ທະ​ເຈົ້າ​ທົ່ວ​ໄປ, ຜູ້ທີ່ມັກຮັກທາງດ້ານສິລະປະ ວັດທະນະທຳ ແລະວັດວາສາສະໜາ ທັງຫລາຍ ຮູ້ບໍ່ວ່າພຣະພຸດທະຮູບອົງນີ້ ແມ່ນປາງຫຍັງ ? ຢູ່ວັດໃດ ? ໃນຫລວງພຣະບາງ, ຫລາຍຄົນກໍ່ໃຫ້ຄວາມເຫັນ ບາງຄົນກໍ່ຮູ້ ບາງຄົນກໍ່ບໍ່ຮູ້ຈັກ ວ່າແມ່ນເປັນພຣະພຸດທະຮູບປາງຫຍັງ ແລະຢູ່ວັດໃດ ເພື່ອຢາກໃຫ້ຜູ້ຄົນໄດ້ຮູ້ຈັກ ແລະ ໄດ້ສຶກສາຄົ້ນຄວ້ານຳກັນ

ຕາມທີ່ຮູ້ມາແມ່ນພຣະພຸດທະຮູບປາງນີ້ ແມ່ນປາງຫ້າມມານ ຢູ່ໃນອະຣິຍະບົດປະທັບນັ່ງ ຂັດສະມາທິຮາບ ພຣະຫັດຊ້າຍວາງຫງາຍ ຢູ່ເທິງພຣະເພົາ (ຕັກ) ພຣະຫັດຂວາຍົກຂຶ້ນປ້ອງສະເໝີພຣະອຸຣະ (ເອີກ) ສະແດງອາກາດຫ້າມ, ສ່ວນ​ວ່າ​ຂໍ້​ມູນ​ນີ້ຈະຖືກຕ້ອງຫລືບໍ່ນັ້ນ ກໍ່ຕ້ອງຂໍຄວາມກະຣຸນາຜູ້ເປັນປາດ ຜູ້ມີຄວາມຮູ້ທາງດ້ານນີ້ຊ່ອຍແນະນຳກັນ​ເພີ່ມຕື່ມເດີ
SA Game
ຮູບພາບ :​ Houmphet Manisouk

ເຊິ່ງເປັນມີທີ່ມາຫລັງຈາກທີ່ພຣະສັມມາສັມພຸດທະເຈົ້າຊົງພິຈາຣະນາແລ້ວ ພຣະອົງຈຶ່ງສະເດັດໄປປະທັບຢູ່ກ້ອງຕົ້ນໄຊ ຈາກນັ້ນ ທິດາພຣະຍາມານ ສາມເອື້ອຍນ້ອງ ຄື : ນາງຣາຄະ ນາງຕັນຫາ ແລະນາງອະຣະດີ ໄດ້ຂານອາສາຈາກຜູ້ເປັນບິດາ ເພື່ອໄປທຳຮ້າຍຕະບະເດຊະຂອງພຣະສັມມາສັມພຸດທະເຈົ້າ ດ້ວຍການເມຣະມິດຮ່າງກາຍເປັນສາວທີ່ງົດງາມໃນໄວຕ່າງໆ ຕະຫລອດຈົນສະແດງການຟ້ອນລຳແລະຂັບຮ້ອງ ແຕ່ພຣະສັມມາສັມພຸດທະເຈົ້າບໍ່ຊົງເອົາພຣະໄທໃສ່ເລີຍ ແລະຊົງຂັບໄລ່ທິດາພຣະຍາມານໃຫ້ຫລີກໜີໄປ

ແລະອີກຕອນຫນຶ່ງກໍ່ແມ່ນໃນພັນສາສຸດທ້າຍ ຂອງພຣະຊົນມາຍຸ ພຣະຍາມານໄດ້ອະຣາດທະນາ ໃຫ້ພຣະສັມມາສັມພຸດທະເຈົ້າຊົງປະຣິນິພານ ພຣະສັມມາສັມພຸດທະເຈົ້າເຮັດປາງຫ້າມມານ ແລະໄດ້ບອກພຣະຍາມານວ່າ ພຣະຍາມານ ທ່ານຢ່າໄດ້ເກງໃຈເຮົ້າອີກເລີຍ ຄວາມປະຣິນິພານຈະມີຂຶ້ນໃນອີກບໍ່ຊ້ານີ້ ນັບແຕ່ນີ້ໄປອີກສາມເດືອນ ເຮົາຈະດັບຂັນປະຣິນິພານ ແລ້ວ ເມື່ອພຣະສັມມາສັມພຸດທະເຈົ້າຫ້າມມານແລ້ວ ພຣະຍາມານຈຶ່ງຕັດໃຫ້ຮັກສາວາຈາ ຈາກນັ້ນກໍ່ຫາຍຕົວໄປ.
SA Game
ຮູບພາບ :​ Houmphet Manisouk

ນີ້ຄືປະຫວັດຫຍໍ້ໆ ຂອງພຣະປາງຫ້າມມານ ເຊິ່ງພຣະພຸດທະຮູບອົງນີ້ແມ່ນປະດິດສະຖານຢູ່ວັດສຸວັນນະຄີລີ ( ຄີລີ ) ນະຄອນຫລວງພຣະບາງ .

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ນະຄອນຫລວງພຣະບາງ