ມາ​ຮູ້​ຈັກ​ກັບວັດວິຊຸນນະຣາຊຂອງ​ນະ​ຄອນ​ຫລວງ​ພະ​ບາງ

SA Game

Houmphet Manisouk

ປະ​ຫວັດ​ຄວາມ​ເປັນ​ມາ ແລະ ຄວາມ​ໜ້າ​ຊົມ​ຂອງວັດວິຊຸນນະຣາຊ ໃນຍາມສຸຣິເຢດແຜ່ຣັດສະໝີ

​ວັດ​ວິ​ຊຸນ​ເປັນ​ວັດ​ໜຶ່ງ​ທີ່​ຕັ້ງ​ຢູ່​ໃຈ​ກາງ​ເມື່ອງ​ຫລວງ​ພະ​ບາງ ແລະ ປະ​ກາຍ​ລັດ​ສະ​ໝີ​ສວຍ​ງາມ​ໜ້າ​ທ່ຽວ​ຊົມ, ພຣະເຈົ້າວິຊຸນນະຣາຊທິບໍດີ ( ທ້າວພູໄພ ) ຊົງສ້າງວັດແຫ່ງນີ້ໃສ່ນາໄຮ່ດຽວ ຫລືຊາວບ້ານຊາວເມືອງພາກັນເອີ້ນວ່າ ນາເຂົ້າຈ້າວ ເມື່ອເດືອນ 6 ຂຶ້ນ 2 ຄ່ຳ ມື້ຮວາຍຍີ ມື້ເຊົ້າປີເຕົ້າສັນ ຈສ 874 ເສົາໄມ້ສູງ 15 ວາ 1 ຄືບ ໃຫຍ່ 13 ກຳ 5 ຫ້ອງ ກໍ່ແທ່ນ ມຸງດິນຂໍຝາແປ້ນ ລວຍາວວັດ 19 ວາ ລວງກວ້າງ 9 ວາ ເປັນກຳນົດ.
ພຣະຣາຊເທວີຂອງພຣະເຈົ້າວິຊຸນນະຣາຊທິບໍດີ ເພິ່ນກໍ່ປະກອບສັດທາໃນການສ້າງເຈດີຫລວງ ວັດຕໍ່ຫນ້າອາຮາມ ( ສິມ )
ພຣະເຈົ້າວິຊຸນນະຣາຊທີບໍດີ ພຣະອົງໄດ້ອັນເຊີນພຣະບາງຈາກວັດມະໂນຣົມ ໄປປະດິດສະຖານໄວ້ທີ່ແທ່ນພຣະບາງໃນອາຮາມຂອງວັດວິຊຸນ ເມື່ອປີ ກ່າເຮົ້າ ຈສ 875 ທຸກໆຮອດຂອບລະດູປີໃຫມ່ລາວມາຮອດ
SA Game
Houmphet Manisouk
ພຣະອົງກໍ່ຊົງຊ້າງພຣະທີ່ນັ່ງ ພ້ອມດ້ວຍເທວະດາຫລວງ ( ປູ່ເຍີ-ຍ່າເຍີ ) ພິກຂຸສາມະເນນ ແລະຣາຊດອນທັງຫລາຍໄປສົງນ້ຳພຣະບາງ ຈາກນັ້ນເທວະດາຫລວງກໍ່ຟ້ອນຖວາຍໃຫ້ຜູ້ຄົນທັງຫລາຍໄດ້ຊື່ນໄດ້ຊົມເບິ່ງ.
SA Game
Houmphet Manisouk
ພຣະເຈົ້າວິຊຸນນະຣາຊທິບໍດີ ຄອງຣາຊສົມບັດໄດ້ 20 ປີ ພຣະຊົນມີພັນສາໄດ້ 52 ປີ ກໍ່ສະຫວັນນະຄົດ ໃນວັນສຸກ ເດືອນ 12 ຂຶ້ນ 12 ຄ່ຳ ປີກົດສີ ຈສ 882
ປີກ່າມົດ ຈສ 885 ພຣະເຈົ້າໂພທິສາຣະນະຣິນທາທິຣາຊ ພຣະຣາຊໂອຣົສທົງແຕ່ຣາຊທູດໄປຂໍເອົາພຣະແຊກຄຳ ນຳພຣະເຈົ້າຊຽງໃຫມ່ມະຫາພົມມະຣາຊພຣະເມືອງເກສເກົ້າຜູ້ເປັນທີ 2 ພໍ່ເມຍມາໄວ້ເປັນຄູ່ພຣະບາງ ທາງເມືອງຊຽງໃຫມ່ໄດ້ແຕ່ງໃຫ້ພຣະເທພມົງຄຸລເຖຣະເປັນຜູ້ນຳມາພ້ອມດ້ວຍພຣະໄຕຣປີດົກ 60 ຄັມພີ.

ພຣະເຈົ້າໂພທິສາຣະນະຣິນທາທິຣາຊ ສະເດັດອຸປະສົມບົດ ທີ່ວັດວິຊຸນນະຣາຊແຫ່ງນີ້ເມື່ອປີ ຮັບເຮົ້າ ຈສ 887.

SA Game
Houmphet Manisouk

ປີເບີກສັນ ຈ.ສ 910 ພຣະເຈົ້າໄຊຍະເສດຖາທິຣາຊ ໄດ້ອະຣາດທະນາ ພຣະມະຫາມະນີຣັດຕະນະພູທທະປະຕິມາກອນແກ້ວມໍຣະກົຕ ກັບພຣະພຸທທະບຸດສະຍະຣັດຕະນະຈັກພັດຕິພິມົນມະນີມັຍຄືພຣະແກ້ວຂາວ ຫຼືພຣະຈັນຣັຕຕະນະ ຈາກເມືອງຊຽງໃຫມ່ມາພ້ອມພຣະອົງ ແລະອັນເຊີນປະດິດສະຖານໄວ້ທີວັດວິຊຸນນະຣາຊແຫ່ງນີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Houmphet Manisouk