ບ້ານຫ້ວຍວາງເກົ່າ ເມືອງໃຫມ່ ຜົ້ງສາລີ ຕົວແບບໃນການປູກຜັກເຮືອນຮົ່ມ 

SA Game

Media Laos

ປະ​ຊາ​ຊົນ​ຫລາຍ​ຄົວ​ເຮືອນ ບ້ານຫ້ວຍ​ວາງ​ເກົ່າ​ສາ​ມັກ​ຄີກັນປູກຜັກເຮືອນຮົ່ມໃຫ້​ເປັນ​ບ້ານ​ຕົວ​ແບບ

 ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລົງເກັບກຳຂໍ້ມູນ ບ້ານຕົວແບບໃນການປູກຜັກເຮືອນຮົ່ມ ບ້ານ ຫ້ວຍວາງ ເກົ່າ ເມືອງໃໝ່ ແຂວງຜົ້ງສາລີໃນຕອນເຊົ້າຂອງ ວັນທີ 19 ສິງຫາ 2022 ນີ້, ການລົງເກັບກຳຂໍ້ມູນໃນຄັ້ງນີ້ ແມ່ນ ນ້ຳໂດຍ ທ່ານ ນ ຄຳຫຼ້າ ອິນທະວົງ ຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍທີມງານ.

ທ່ານ ຮ່າວອີງ ຮອງເລຂາພັກບ້ານຮອງນາຍບ້ານຫ້ວຍວາງເກົ່າ ໃຫ້ຮູ້ວ່າມີປະຊາຊົນບ້ານຫ້ວຍ ວາງ ເກົ່າມີຜູ້ປະກອບການເຂົ້າປູກຜັກເຮືອນຮົ່ມທັງໝົດມີ 18 ຄອບຄົວ ປີ 1 ສາມາດຂາຍໄດ້ 140 ກວ່າລ້ານກີບ.

ການລົງເກັບກຳຂໍ້ມູນໃນຄັ້ງນີ້ ທ່ານ ນາງ ຄຳຫຼ້າ ອິນທະວົງ ພ້ອມດ້ວຍທີມງານ ໄດ້ສຳພາດ ແລະ ບັນທຶກເກັບກຳ ເອົາຂໍ້ມູນໃນການຈັດຕັ້ງປະຕິບັດກິດຈະກຳ ການປູກຜັກເຮືອນຮົ່ມ ເຖິງວິທີໃນການບົວລະບັດຮັກສາ ການຕັ້ງຕູບຮົ່ມ ເພື່ອທີຈະສາມາດປູກຜັກໄດ້ທຸກລະດູ ຕາມການລາຍງານໃນເມື່ອກ່ອນສາມາດປູກຜັກໄດ້ແຕ່ລະດູດຽວບໍສາມາດປູກຜັກໃນລະດູຝົນ

SA Game
Media Laos

ດັ່ງນັ້ນຈຶ່ງເຮັດໃຫ້ລາຍໄດ້ໃນການປູກຜັກຍັງບໍ່ທັນສູງ ຫຼັງຈາກນັ້ນຊາວບ້ານຈຳນວນໜຶ່ງຈຶ່ງຫັນມາໃຊ້ວິທີການປຸກຜັກເຮືອນຮົ່ມ ເຊິ່ງສາມາດປູກໄດ້ທຸກລະດູການ ຈົນເຮັດໃຫ້ມີລາຍຮັບເພີ່ມຂື້ນ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການ ກ່ຽວກັບເງິນທຶນ, ແນວພັນ, ວັດຖຸ ແລະ ອຸປະກອນຕ່າງໆໃນການທຳການຜະລິດໃນເບື້ອງຕົ້ນມີໂຄງການອີຟີກັດ,ໂຄງການອີຟັດ,ໂຄງການອາຫານໂລກ,ໂຄງການສາລີ,ໄດ້ສະໜອງອຸປະກອນອື່ນຯ ລວມມູນຄ່າທັງໝົດ 270.000.000ກີບ

ປະຈຸບັນນີ້ປະຊາຊົນບ້ານຫ້ວຍວາງເກົ່າຜູ້ທີປະກອບການໃນການປູກຜັກເຮືອນຮົ່ມ ສາມາດມີລາຍຮັບເຂົ້າໃນຄອບຄົວ ໃນການຂາຍຜັກ ປະມານ 39.280.000 ກີບ/ຄຄ ຈົນເຮັດຊາວບ້ານສ່ວນໃຫຍ່ຫັນມາປູກຜັກເປັນອາຊີບຫຼາຍຂື້ນກວ່າເກົ່າ

SA Game
Media Laos

ນອກຈາກນັ້ນ ທ່ານ ນ ຄຳຫຼ້າ ອິນທະວົງ ຍັງໄດ້ຊົມເຊີຍ ເຖິງຄວາມດຸໜັ່ນຂະຫຍັນພຽນຂອງຊາວບ້ານ ທີ່ຕັ້ງໜ້າເອົາໃຈໃສ່ໃນການທຳການຜະລິດຈົນກາຍເປັນສີນຄ້າ ຈົນສາມາດພັດທະນາເສດຖະກິດຄອບຄົວ ໃຫ້ພົ້ນຈາກຄວາມທຸກຍາກຂາດເຂີນ ແລະ ຊຸກຍູ້ໃຫ້ມີການທຳການຜະລິດໃນການປູກຜັກເປັນອາຊີບໃຫ້ຫຼາຍຂື້ນກ່ວາເກົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຫ້ອງການ ຖວທ ເມືອງໃໝ່.