ບຸນຊ່ວງເຮືອເດືອນເກົ້າ ​ນະ​ຄອນ​ຫລວງ​ພະ​ບາງປະຈຳ ປີ 2022

SA Game

Houmphet Manisouk

ນະ​ຄອນຫລວງ​ພະ​ບາງຊ່ວງ​ເຮືອ​ເດືອນ​ເກົ້າ​ບູນ​ເຂ​ົ້າ​ປະ​ດັບ​ດິນ

​ສຳ​ເລັດ​ໄປ​ກັບ​ບຸນ​ຊ່ວງ​ເຮ​ືອ​ຫລວງ​ພະ​ບາງ ແລະ ຖື​ວ່າ​ເປ​ັນ​ສີ​ສັນ​ອັນ​ສວຍ​ງາມ​ໄດ້​ກັບ​ຄືນ​ມາ​ອີກ​ຄັ້ງ​ຫລັງ​ຈາກ​ພັກ​ກັນ​ໄປ​ຫລາຍ​ປີ​ຈາກ​ການ​ລະ​ບາດ​ຂອງ​ໂຄວິດ-19, ຜົນການແຂ່ງຂັນ ບຸນຊ່ວງເຮືອເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນ ປະຈຳ ປີ 2022 ທີ່ຍື່ງນ້ຳຄານ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຄັ້ງວັນທີ 26 ສິງຫາ 2022 ມີເຮືອຊ່ວງເຂົ້າຮ່ວມຊິງໄຊທັງຫມົດ 23 ລຳ ແລະມີເຮືອໄດ້ອັນດັບຕ່າງໆດັ່ງຕໍ່ໄປນີ້ :​

* ລາງວັນເຮືອຊ່ວງງາມຖືກຕ້ອງຕາມແບບຂອງຫລວງພຣະບາງ :
ອັນດັບທີ 1 : ເຮືອຊ່ວງ ວັດຊຽງທອງ 2
ຮັບເງີນສົດ ມູນຄ່າ 3,500,000 ກີບ.
ເຮືອລຳນີ້ມີຊື່ວ່າ : ນາງບົວລອຍ 2 ສ້າງຂຶ້ນໃຫມ່ເມື່ອປີ 2018 ບັນຈຸສີພາຍ 55 ຄົນ ເກັບຮັກສາແລະພາຍໂດຍສີພາຍຈາກທະຫານ ກຸ່ມສາງ ອ 6 ດອນໂມ .
SA Game
Houmphet Manisouk
ອັນດັບທີ 2 : ເຮືອຊ່ວງ ວັດໃຫມ່-ສວນລາດແລງ ບ້ານປ່າຂາມ
ຮັບເງີນສົດ ມູນຄ່າ 2,500,000 ກີບ
ເຮືອລຳນີ້ມີຊື່ວ່າ : ນາງເຢັນແຂ ຊື້ມາແຕ່ແຂວງໄຊຍະບູລີ ເປັນໄມ້ແຄນ ເປັນເຮືອຄູນ ( ເຮືອຂຸດແບບພື້ນເມືອງຫລວງພຣະບາງໂດຍແທ້ ) ບັນຈຸສີພາຍ 45 ຄົນ.
ເຮືອວັດໃຫມ່ ປີນີ້ການສຽບໝາກເບັງຂອງເຮືອວັດໃຫມ່ບໍ່ງາມເລີຍ ( ເຕື່ອຍລົງຕ່ຳໂພດ ) ປີນີ້ກໍ່ບໍ່ຫຍົ້ມຫົວເຮືອແບບທີ່ມີມາ…
ອັນດັບທີ 3 : ເຮືອຊ່ວງ ພຣະທາດຫມາກໂມ ກຸ່ມວິຊຸນ
ຮັບເງີນສົດ ມູນຄ່າ 1,500,000 ກີບ
ເຮືອລຳນີ້ມີຊື່ວ່າ : ນາງນອນຮຽວ ຊື້ມາແຕ່ແຂວງໄຊຍະບູລີ ເປັນໄມ້ແຄນ ເປັນເຮືອຄູນ ( ເຮືອຂຸດແບບພື້ນເມືອງຫລວງພຣະບາງໂດຍແທ້ ) ບັນຈຸສີພາຍ 45 ຄົນ.
ໝາຍເຫດ : ນາງເຢັນແຂ ຜູ້ເອື້ອຍ ເຮືອວັດໃຫມ່ ສຸວັນນະພູມາຣາມ ກັບ ນາງນອນຮຽວ ຜູ້ນ້ອງ ເຮືອວັດອາໄພ ແມ່ນສ້າງຂຶ້ນດ້ວຍໄມ້ຕົ້ນດຽວກັນ ແຕ່ອອກ 2 ງ່າ ດັ່ງນັ້ນຈຶ່ງເປັນເຮືອເອື້ອຍນ້ອງກັນ.
SA Game
Houmphet Manisouk
ຈາກນັັ້ນຄະນະກຳມະການ ຍັງມອບເງິນສົດໃຫ້ ເຮືອນາງດໍາ-ນາງດ່ອນ ທີ່ເຂົ້າຮ່ວມເປີດການແຂ່ງຂັນຄັ້ງນີ້ລໍາລະ 3,500,000 ກີບ ໂດຍໃຫ້ກຽດຂຶ້ນການມອບຂອງຂວັນລາງວັນແມ່ນ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ພັດປ່ຽນກັນຂຶ້ນມອບຕາມລໍາດັບ
SA Game
Houmphet Manisouk
ອັນດັບທີ 1 : ນະຄອນຫລວງວຽງຈັນ ບໍລິສັດແສງເພັດ ເກັບກູ້ລະເບີດ
ຮັບຂັນຄອງ 1.5 ກິໂລກຣາມ
ຮັບຂັນເງິນສົດ 1 ກິໂລກຣາມ
ໄດ້ຮັບເງິນສົດ ມູນຄ່າ 17,000,000 ກີບ
ອັນດັບທີ 2 : ພັນທະມິດກຣຸບ – ແຂວງໄຊຍະບູລີ
ຮັບຂັນເງິນສົດ 0.8 ກຣາມ
ໄດ້ຮັບເງິນສົດ ມູນຄ່າ 16,000,000 ກີບ
ອັນດັບທີ 3 : ທະນາຄານພັດທະນາລາວ LDB
ຮັບຂັນເງິນສົດ 0.5 ກິໂລກຣາມ
ໄດ້ຮັບເງິນສົດ ມູນຄ່າ 15,000,000 ກີບ
ອັນດັບທີ 4 : ເຮືອຊ່ວງ ວັດຊຽງທອງ 2
ໄດ້ຮັບເງິນສົດ 14,000,000 ກີບ
ອັນດັບທີ 5 : ເຮືອຊ່ວງ ເມືອງຊຽງເງິນ ( ທະເລປາກຂັນ )
ໄດ້ຮັບເງິນສົດ ມູນຄ່າ13,000,000 ກີບ
ອັນດັບທີ 6 : ເຮືອຊ່ວງ ບ້ານນູນສະຫວາດ
ໄດ້ຮັບເງິນສົດ ມູນຄ່າ 12,500,000 ກີບ
ອັນດັບທີ 7 : ເຮືອຊ່ວງ ນາວາຜານາກ ເມືອງປາກອູ
ໄດ້ຮັບເງິນສົດ ມູນຄ່າ 12,000,000 ກີບ
ອັນດັບທີ 8 : ເຮືອຊ່ວງ ວັດສັງຄະໂລກ ລາວແກັສ
ໄດ້ຮັບເງິນສົດ 11,500,000 ກີບ
ອັນດັບທີ 9 ຮ່ວມ ປະກອບດ້ວຍ :
1. ເຮືອຊ່ວງ ວັດໃຫມ່-ສວນລາດແລງ ບ້ານປ່າຂາມ
2. ເຮືອຊ່ວງ ບ້ານໂພນສະອາດ
3. ເຮືອຊ່ວງ ບ.ຫາດຮ່ຽນ
4. ເຮືອຊ່ວງ ພະແນກສຶກສາທິການ ແລະ ກິລາ ແຂວງ
ໄດ້ຮັບເງີນສົດ ລຳລະ 11,000,000ກີບ
ອັນດັບທີ 13 ຮ່ວມ ປະກອບດ້ວຍ :
1. ເຮືອຊ່ວງ ບ້ານຊຽງລ້ອມ
2. ເຮືອຊ່ວງ ວັດຊຽງທອງ 1
3. ເຮືອຊ່ວງ ບ້ານຖິ່ນຊົມ
4. ເຮືອຊ່ວງ ບ້ານພັນຫລວງ
ໄດ້ຮັບເງີນສົດ ລຳລະ 10,500,000 ກີບ
ອັນດັບທີ 17 ຮ່ວມ ປະກອບດ້ວຍ :
1. ເຮືອຊ່ວງ ບ້ານຈອມງົວ
2. ເຮືອຊ່ວງ ພຣະທາດຫມາກໂມ ກຸ່ມວິຊຸນ
3. ເຮືອຊ່ວງ ບ້ານຄົກມັນ
4. ເຮືອຊ່ວງ ບ້ານປາກເຊືອງ
5. ເຮືອຊ່ວງ ບ້ານສະເລື່ອນ
6. ເຮືອຊ່ວງ ບ້ານຄອຍ ສະຖາບັນການເງິນຈຳປາລາວ
7. ເຮືອຊ່ວງ ບ້ານທາດຫລວງ ກຸ່ມວັດທາດ
ໄດ້ຮັບເງີນສົດ ລຳລະ 10,000,000 ກີບ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ເຮືອຍາວຄູ່ນະທີ