ມາ​ຮູ້​ຈັກ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ ຊົນເຜົ່າຫໍ້ ແລະ ຮີດ​ຄອງ​ປະ​ເພ​ນີ

SA Game

ອິນ​ໄຊ​ລາວ

ຊົນເຜົ່າຫໍ້ ແລະ ​ປະ​ຫວັດ​ຄວາມ​ເປັນ​ມາຮີດຄອງປະເພນີ, ຄວາມເຊື່ອ ແລະ ວັດທະນະທຳ.

ຊົນເຜົ່າຫໍ້ ຈະ​ເຫັນ​ໄດ້​ຫລາຍ​ຢູ່​ທາງ​ພາກ​ເໜືອ​ຂອງ​ລາວ ແລະ ແມ່ນຊົນເຜົ່າໜຶ່ງ ທີ່ຂຶ້ນກັບວົງຄະນະຍາດແຫ່ງຊາດລາວ ແລະ ຈະອາໄສຢູ່ທາງພາກເໜືອຂອງປະເທດລາວ ໂດຍສະເພາະແມ່ນ ແຂວງ ອຸດົມໄຊ​, ຜົ້​ງ​ສ​າ​ລີ ແລະ ຫລວງ​ນ້ຳ​ທາ. ເຊິ່ງພວກເຂົາມີພາສາປາກເວົ້າ ແລະ ມີຕົວໜັງສືຂຽນເປັນຂອງໂຕເອງ ໂດຍຊົນເຜົ່າຫໍ້ ຍັງຮັກສາຄວາມເຊື່ອຖືທາງດ້ານຮີດຄອງປະເພນີ ແລະ ວັດທະນະທໍາ ທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ.

ເວົ້າເຖິງຄອບຄົວ ແລະ ເຊື້ອສາຍ: “ຊົນເຜົ່າຫໍ້” ແມ່ນສືບທອດຕະກຸນທາງພໍ່ເປັນຫຼັກ, ໃນຄອບຄົວ ພໍ່ຈະເປັນຜູ້ທີ່ມີສິດອໍານາດ ໃນການບໍລິຫານທັງໝົດ, ການສືບທອດມູນມໍລະດົກຂອງພໍ່ແມ່ ແມ່ນລູກຊາຍເທົ່ານັ້ນ! ແລະ ລູກຊາຍກົກຈະເປັນຜູ້ທີ່ ມີສິດໄດ້ຮັບມູນມໍລະດົກ ແລະ ຊັບສົມບັດຂອງພໍ່ແມ່ຫຼາຍກ່ວາລູກຜູ້ອື່ນໆ ໃນຄອບຄົວ.

SA Game
ອິນ​ໄຊ​ລາວ

ການແຕ່ງດອງຂອງຊົນເຜົ່າຫໍ້: ຈະແຕກຕ່າງກັບຊົນເຜົ່າອື່ນ ຍ້ອນວ່າສ່ວນຫຼວງຫຼາຍ ແມ່ນຂຶ້ນກັບການຕັດສິນຂອງພໍ່ແມ່, ພໍ່ແມ່ ມີສິດອໍານາດ ຕົກລົງໃຫ້ລູກທຸກຄົນຕ້ອງປະຕິບັດຕາມ, ເຊິ່ງຜູ້ເປັນພໍ່ແມ່ ມັກຈະໃຫ້ບັນດາລູກໆ ຂອງຕົນແຕ່ງດອງໃນໄວ ທີ່ຍັງໜຸ່ມນ້ອຍທີ່ສຸດ. ພາຍຫຼັງແຕ່ງດອງແລ້ວ ລູກຍິງຕ້ອງໄປຢູ່ເຮືອນຂອງພໍ່ແມ່ຜົວ ເພື່ອເບິ່ງແຍງລ້ຽງດູຄອບຄົວຂອງຜົວ ເປັນສ່ວນໃຫຍ່ ໃນຊົນເຜົ່າຫໍ້, ຈຸດພິເສດອີກອັນໜຶ່ງຂອງ ຊົນເຜົ່າຫໍ້ ມັກຈະໃຫ້ລູກແຕ່ງດອງກັບຄົນທີ່ຮັ່ງມີເປັນສ່ວນຫຼາຍ.

ປະເພນີ ແລະ ພິທີກໍາຕ່າງໆ: ໃນໜຶ່ງປີຂອງ ຊົນເຜົ່າຫໍ້ ຈະມີພິທີ ແລະ ງານບຸນປະເພນີຫຼາຍຄັ້ງຕໍ່ປີ. ແຕ່ບຸນປະເພນີສໍາຄັນກ່ວາຫມູ່ ແມ່ນບຸນກິນຈຽງ ຫຼື ບຸນປີໃໝ່ຂອງທຸກໆ ປີ ຊົນເຜົ່າຫໍ້ ມັກຈະເຮັດຮີດຄອງດ້ວຍ ການຂ້າໝູເພື່ອລ້ຽງຜີເຮືອນ (ຜີພໍ່ແມ່), ຮີດຄອງການກິນຈຽງ ຂອງເຜົ່ານີ້ ແມ່ນມັກຫຼິ້ນດອກໄມ້ໄຟ, ໝາກກະໂພກ, ບັ້ງໄຟດອກ ທີ່ມີສຽງດັງແຮງ.

SA Game
ອິນ​ໄຊ​ລາວ

ດ້ານສີລະປະ ວັດທະນະທຳ ຂອງຊົນເຜົ່າຫໍ້: ແມ່ນຈະມັກຮ້ອງເພງເປັນສ່ວນໃຫຍ່ ເຊິ່ງເນື້ອໃນທຳນອງເພງຮ້ອງ ຈະພັນລະນາເຖິງຄວາມຮັກມັກຂອງຄູ່ບາວສາວ, ວິຖີຊີວິດປະຈໍາວັນ, ເວົ້າເຖິງດິນແດນແຫ່ງການກໍາເນີດຂອງຊົນເຜົ່າຕົນ, ເວົ້າເຖິງການຕໍ່ສູ້ ກັບສັດຕູ, ໄພທໍາມະຊາດ, ສັດຕູຜູ້ຮຸກຮານ ດ້ວຍຄວາມອົດທົນຕໍ່ສູ້ ຂອງ ຊົນເຜົ່າຫໍ້ ກັບທໍາມະຊາດ ແລະ ອື່ນໆ. ນອກນີ້ຍັງມີເຄື່ອງດົນຕີພື້ນເມືອງ ຫຼາຍຊະນິດ ຄື: ປີ່, ກະຈັບປີ່, ຂຸ່ຍ ແລະ ອື່ນໆ

ດ້ານປະເພນີ ການເກີດລູກ ຂອງຊົນເຜົ່າຫໍ້: ແມ່ນເກີດຢູ່ເຮືອນ, ມີແມ່ຂອງຜົວເປັນຜູ້ເບິ່ງແຍງດູແລ ແລະ ຜູ້ເຖົ້າ ທີ່ມີປະສົບການຄອຍໃຫ້ການຊ່ວຍເຫຼືອເບິ່ງແຍງເປັນຢ່າງດີ, ມີຂໍ້ຫ້າມ ແລະ ການຄະລໍາອາຫານການກິນທີ່ມີ ລົດເຜັດ, ລົດເຄັມ, ລົດຄາວ ເປັນຕົ້ນ.

SA Game
ອິນ​ໄຊ​ລາວ

ຊົນເຜົ່າຫໍ້ ມັກລູກຊາຍຜູ້ຫຼາຍກວ່າຍິງ, ເນື່ອງຈາກວ່າລູກຊາຍເປັນຜູ້ສືບທອດຕະກຸນ ຂອງພໍ່ ແລະ ມູນມໍລະດົກຂອງຄອບຄົວຫຼາຍກວ່າແມ່ຍິງ.

ສຳລັບການເຮັດພິທີກຳຂອງຄົນຕາຍ ຊົນເຜົ່າຫໍ້: ແມ່ນມີພິທີຫຼາຍຂັ້ນຕອນ ເພື່ອເຮັດໃຫ້ວິນຍານຂອງຜູ້ຕາຍໄປສູ່ສະຫວັນດ້ວຍຄວາມປອດໄພ ຊົນເຜົ່າຫໍ້ ມັກຈະຝັງສົບຜູ້ທີ່ຕາຍ ຕາມຄວາມພໍໃຈຂອງພໍ່ແມ່ ແລະ ຍາດຕິພີ່ນ້ອງ, ເມື່ອເປັນແນວນັ້ນ, ສ່ວນຫຼວງຫຼາຍ ຊົນເຜົ່າຫໍ້ ຈະບໍ່ມີປ່າຊ້າຝັງສົບ ເປັນບ່ອນ ຄືຊົນເຜົ່າອື່ນໆ (ສໍາລັບຢູ່ ແຂວງ ອຸດົມໄຊ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ