ພູມປັນຍາ ຊາວບ້ານ ຜ້າ​ຍອມ​ນິນ​ເປັນອີກ​ໜຶ່ງ​ຜະ​ລິດ​ຕະ​ພັນ ODOP

SA Game

ອິນ​ໄຊ​ລາວ

ຜ້າຍ້ອມນິນ ບ້ານ ວຽງແກ້ວ ເມືອງ ຫົງສາ ແຂວງ ໄຊຍະບູລີເປັນ​ສິນ​ຄ້າ​ໂອ​ດັອບ​ທີ່​ສ້າງ​ລາຍ​ໄດ້​ດີ

“ຜ້າຍ້ອມນິນ” ບ້ານ ວຽງແກ້ວ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ເປັນອີກຜະລິດຕະພັນໜຶ່ງ ທີ່ຜະລິດມາຈາກພູມປັນຍາຂອງຊາວບ້ານທ້ອງຖິ່ນ ຂອງບ້ານ ວຽງແກ້ວ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ທີ່ສືບທອດກັນມາແຕ່ບູຮານນະການ ໂດຍມີການນໍາໃຊ້ຊັບພະຍາກອນທີ່ມີຢູ່ໃນທ້ອງຖິ່ນ ນຳມາປະຍຸກໃຫ້ເກີດເປັນຜະລິດຕະພັນທີ່ຫຼາກຫຼາຍ ແລະ ສາມາດສ້າງລາຍຮັບໄດ້ເປັນຢ່າງດີ.

ທ່ານ ນາງ ບົວລອຍ ແປງແສງແກ້ວ; ເຈົ້າຂອງຜະລິດຕະພັນ “ຜ້າຍ້ອມນິນ” ບ້ານ ວຽງແກ້ວ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ທີ່ໄດ້ຮັບກາໝາຍ ODOP ກ່າວວ່າ: ປັດຈຸບັນ ຫັດຖະກໍາຕໍ່າແຜ່ນ “ຜ້າຍ້ອມນິນ” ຂອງບ້ານ ວຽງແກ້ວ ມີຜະລິດຕະພັນຫຼັກໆ ເຖິງ 26 ຊະນິດ ເປັນຕົ້ນແມ່ນ ຝ້າຍໝໍ້ນິນ, ສິ້ນດອກລາຍເຕັມ, ສິ້ນລາຍກາງ, ສິ້ນລາຍດອກນ້ອຍ,  ສິ້ນລື້ທຳມະດາ, ສິ້ນທຸເລ (ດອກຕີ້ນ), ສິ້ນລື້ລາຍງາມ, ເສື້ອຜູ້ຊາຍ, ເສື້ອແມ່ຍິງ, ເສື້ອຄຸມ, ຜ້າພັນຄໍ, ຜ້າປູໂຕະໃຫຍ່ (ດອກຈົກ) ແລະ ຜະລິດຕະພັນອື່ນໆ.

SA Game
ອິນ​ໄຊ​ລາວ

ເຊິ່ງຂະບວນການຜະລິດ ໃນເບື້ອງຕົ້ນກໍ່ມີການປູກຝ້າຍ, ການເກັບດອກຝ້າຍມາອິ້ວ, ການເຂັນຝ້າຍໃຫ້ເປັນເສັ້ນ, ການຍ້ອມນ້ຳນິນ (ສີທຳມະຊາດ), ການປັ່ນຝ້າຍ (ປັ່ນໃສ່ຫຼອດ,ໃສ່ກະສວຍ) ແລະ ການຕໍ່າຫູກ; ໂດຍແບ່ງອອກເປັນ 3 ກຸ່ມຄື: ກຸ່ມຕໍ່າຫູກ, ກຸ່ມຍ້ອມສີ ແລະ ກຸ່ມຕັດຫຍິບ. ເມື່ອຜະລິດແລ້ວ ສາມາດນໍາໄປຂາຍທັງພາຍໃນ ແລະ ຕ່າງປະເທດ; ເຊິ່ງຜະລິດຕະພັນພາຍໃນທີ່ໄດ້ຮັບຄວາມນິຍົມໄດ້ແກ່:  ສິິ້ນ, ເສື້ອ, ຜ້າພັນຄໍ, ຜ້າບ່ຽງ ແລະ ແຜ່ນຕັດເສື້ອ.

SA Game
ອິນ​ໄຊ​ລາວ

ສຳລັບຕ່າງປະເທດທີ່ໃຫ້ຄວາມນິຍົມແມ່ນ: ສິ້ນ, ເສື້ອ, ຜ້າພັນຄໍ, ຜ້າບ່ຽງ, ຜ້າປູໂຕະ, ຖົງ, ກະເປົາ, ຜ້າຮອງຈອກ, ຮອງຈານ, ຜ້າເຊັດມື ແລະ ຕຸກກະຕາ; ເຊິ່ງທີ່ຜ່ານມາ ຜະລິດຕະພັນ “ຜ້າຍ້ອມນິນ” ຂອງບ້ານ ວຽງແກ້ວ ກໍເຄີຍນຳໄປວາງສະແດງສິນຄ້າຢູ່ ປະເທດໄທ ແລະ ປະເທດຍີ່ປຸ່ນ.

SA Game
ອິນ​ໄຊ​ລາວ

ເຊິ່ງຜະລິດຕະພັນຕ່າງໆ ເຫຼົ່ານີ້ ເປັນສິ່ງທີ່ເຮົາຄວນຈະມີການສົ່ງເສີມຢູ່ເລື້ອຍໆ ໂດຍສະເພາະແມ່ນຜະລິດຕະພັນຂອງຄົນໃນທ້ອງຖິ່ນ ທີ່ນຳໃຊ້ຊັບພະຍາກອນຈາກທຳມະຊາດ, ເຊິ່ງສາມາດສ້າງວຽກເຮັດງານທໍາ, ສ້າງລາຍໄດ້ໃຫ້ປະຊາຊົນ, ອີກທັງເປັນມິດກັບສິ່ງແວດລ້ອມນຳອີກ, ສະນັ້ນ ພາກສ່ວນຕ່າງໆ ຄວນໃຫ້ການສົ່ງເສີມ ແລະ ໂຄສະນາ ໃຫ້ເປັນທີ່ຮູ້ຈັກ ທັງພາຍໃນ ແລະ ຕ່າງປະເທດ; ພ້ອມທັງເຮັດໃຫ້ວຽກງານດັ່ງກ່າວມີຄວາມຍືນຍົງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ