ງາມ​ຫລາຍ! ຫຸ່ນປັ້ນ ແມ່ຍິງລາວຟ້ອນດວງຈຳປາຜົນງານຄົນ​ຍຸກ​ໃໝ່

SA Game

ອິນ​ໄຊ​ລາວ

ຫຸ່ນ​ປັ້ນ​ຍິງ​ສາ​ວ​ຟ້ອນ​ເພງ​ປະ​ຈຳ​ຊາດ​ລາວເອ​ກະ​ລັກທີ່​ງົດ​ງາມຜົນງານໜຶ່ງທີ່ໂດດເດັນຂອງ​ໄວ​ລຸ້ນ​ຍຸກ​ໃໝ່.

ຍັງ​ຄົງ​ອະ​ນຸ​ລັກ​ວັດ​ທະ​ນາ​ທຳອັນ​ດີ​ງາມ​ຂອງ​ລາວ​ໄວ້​ຢ່າງ​ບໍ່​ຂາດ ແລະ ສືບ​ທອດ​ກັນ​ມາ​ເລື້ອຍໆ, ​ການ​ພັດ​ທະ​ນາ​ຂອງ​ຄົນ​ລຸ້ນ​ໃໝ່​ຍັງ​ຄົງ​ມີ​ປະ​ສິດ​ທິ​ພາບ, ຮູບປັ້ນແມ່ຍິງລາວ ທີ່ກຳລັງຟ້ອນດວງຈຳປາ ເປັນອີກຜົນງານໜຶ່ງທີ່ໂດດເດັນຂອງທ້າວ ໜິງໜ່ອງ ວຽງວິໄລວອນ, 25 ປີ ນັກສຶກສາປີ 5, ສາຂາປັ້ນຫຼໍ່, ສະຖາບັນວິຈິດສິນແຫ່ງຊາດ ທີ່ເລືອກປັ້ນຫຸ່ນນີ້ເປັນບົດຈົບຊັ້ນປີສຸດທ້າຍ ຫຼື ສິລະປະນິພົນ.

ໜິງໜ໋ອງ ໄດ້ເຂົ້າມາຮຽນວິຈິດສິນ ແຕ່ປີ 2017 ຈົນຮອດ ປັດຈຸບັນ ນີ້ ໄດ້ມີຜົນງານຫຼາກຫຼາຍ ອອກຮັບໃຊ້ສັງຄົມ ທັງງານຕົບແຕ່ງສິລະປະໃນວັດ ແລະ ອື່ນໆ. ຍ້ອນມີໃຈມັກຮັກດ້ານສິລະປະ ແລະ ມີອ້າຍທີ່ຈົບວິຈິດສິນມາກ່ອນ ແລ້ວອ້າຍແນະນຳໃຫ້ຮຽນວິຈິດສິນ ແລະ ອີກຢ່າງໜຶ່ງກໍເພາະຢາກສ້າງວັດ, ເຮັດລາຍວັດແຕ່ຕອນບວດຍັງນ້ອຍພຸ້ນແລ້ວ.

ສຳລັບການເລືອກປັ້ນຫຸ່ນ ແມ່ຍິງລາວຟ້ອນດວງຈຳປາ ກໍເພາະວ່າ ນ້ອງເປັນຄົນທີ່ຮັກມັກ ເວລາເຫັນແມ່ຍິງລາວຟ້ອນ ໃນເທດສະການ ຫຼື ບຸນປະເພນີຕ່າງໆ ຮູ້ສຶກໄດ້ເຖິງຄວາມອ່ອນຊ້ອຍ, ນຸ່ງຖືເປັນເອກະລັກແບບລາວໆ ແລະນ້ອງກໍຮຽນດ້ານສິລະປະຢູ່ແລ້ວ ກໍເລີຍຄິດວ່າເຮົາຕ້ອງເຮັດບົດສິລະປະນິພົນ ກ່ຽວກັບສິລະປະຄືກັນ ໂດຍໃຊ້ເວລາໃນການປັ້ນຢູ່ປະມານ 2 ອາທິດ ແລະ ສ່ວນທີ່ຍາກສຳລັບການປັ້ນແມ່ນການຂຶ້ນໂຄງຮ່າງຂອງຮູບປັ້ນ.

SA Game
ອິນ​ໄຊ​ລາວ

ທີ່ເລືອກເອົາບົດຟ້ອນດວງຈຳປາ ມາເປັນບົດ ສິລະປະນິພົນ ເພາະບົດຟ້ອນນີ້ມີຄວາມໝາຍ ແລະ ພັນລະນາເຖິງປະເທດລາວເຮົາ ບໍ່ວ່າເຮົາຈະໄປຢູ່ປະເທດໃດ ເວລາເຫັນດອກຈຳປາ ກໍເຮັດໃຫ້ຄິດຮອດບ້ານເກີດເມືອງນອນ ດັ່ງບົດເພງ “ດວງຈຳປາ” ມັນໄດ້ສື່ເຖິງຄວາມເປັນລາວ.

ເມື່ອຖາມວ່າການຮຽນສິລະປະຍາກບໍ່? ນ້ອງບອກໄດ້ເລີຍວ່າ ການເຮັດຜົນງານປັ້ນຫຼໍ່ແຕ່ລະຢ່າງ ມັນຕ້ອງໃຊ້ຄວາມປານີດ, ຄວາມລະອຽດອ່ອນ ເພາະງານສິລະປະ ເປັນງານທີ່ມີຄວາມອົດທົນ ພະຍະຍາມສູງ ເພາະເປັນງານທີ່ຕ້ອງມີຄວາມລະອຽດ ແລະ ເຮົາຕ້ອງໄດ້ເອົາໃຈໃສ່ສູງຕໍ່ກັບຜົນງານແຕ່ລະອັນ.

SA Game
ອິນ​ໄຊ​ລາວ

ຜົນງານທີ່ໂດດເດັ່ນ ແລະປະທັບໃຈທີ່ສຸດຄື: ຜົນງານທີ່ໄດ້ປະກອບສ່ວນ ບູລະນະສວນວັດທະນະທໍາຊຽງຄວນ ທີ່ນ້ອງໄດ້ປະກອບສ່ວນຕົກແຕ່ງຕ່າງໆ, ໄດ້ປັ້ນຮູບສັດ 12 ລາສີ ເພື່ອໄປຕິດໃສ່ທາງເຂົ້າປະຕູສວນວັດທະນະທຳຊຽງຄວນ ເພາະເປັນສະຖານທີ່ທ່ອງທ່ຽວ ເຮັດໃຫ້ທຸກຄົນທີ່ໄປທ່ຽວຊົມໄດ້ເບິ່ງໄດ້ຊົມ ຜົນງານທີ່ເຮົາປັ້ນຂຶ້ນມາ.

SA Game
ອິນ​ໄຊ​ລາວ

ຜົນງານແຕ່ລະອັນທີ່ເຮັດຂຶ້ນມາ ລ້ວນແລ້ວແຕ່ມີຄວາມໝາຍ ຄວາມສຳຄັນທັງໝົດ ຢ່າງເຊັ່ນຜົນງານຟ້ອນດອກຈຳປາ ທີ່ນ້ອງເລືອກເຮັດເປັນສິລະປະນິພົນ ມີຄວາມສໍາຄັນ ແລະໄດ້ພູມໃຈທີ່ໄດ້ສ້າງຜົນງານນີ້ຂຶ້ນມາເຜີຍແພ່ໃຫ້ສັງຄົມໄດ້ຮູ້ ໄດ້ເຫັນ ວ່າສີມືຄົນລາວເຮົາ ກໍດີບໍ່ແພ້ຊາດໃດ, ມີຄວາມຄິດສ້າງສັນຕໍ່ກັບການສ້າງສິລະປະ.

ຢາກຝາກເຖິງລຸ້ນນ້ອງ ຖ້າພົບກັບຄຳເວົ້າ ທີ່ເຮັດໃຫ້ກະທົບຕໍ່ຈິດໃຈ ຫຼື ເຮັດໃຫ້ເຮົາເສຍກຳລັງໃຈ ກ່ຽວກັບການທີ່ເຮົາເລືອກຮຽນສາຍນີ້ ຂໍບອກເລີຍວ່າຢ່າສົນຄໍາເວົ້າຄົນອື່ນ ວ່າເຮົາຈະສາມາດໄປເຮັດຫຍັງໄດ້ແດ່ ພຽງແຕ່ເຮົາເຮັດສີ່ງທີ່ເຮົາຮັກມັກໃຫ້ເຕັມທີ່ ແລະ ດີທີ່ສຸດກໍພໍແລ້ວ, ພະຍາຍາມ ດຸໝັ້ນສ້າງຜົນງານເລື່ອຍໆ ວຽກງານຊິເຂົ້າມາຫາເຮົາເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ.