ມາ​ຮູ້​ຈັກ​ກັບ​ປະ​ຫວັດ​ຕະ​ຫລາດ​ເຊົ້າ​ໃນ​ຍຸກການ​ສ້າງ​ຕັ້ງ​ຂື້ນ​ຄັ້ງ​​ທຳ​ອິດ

SA Game

Houmphet Manisouk

ຕະຫລາດເຊົ້າສ້າງຕັ້ງຂຶ້ນຢ່າງເປັນທາງການໃນ​ຍຸກ​ກ່ອນ​ບໍ​ລິ​ເວນເຂດນ້ຳພຸ​ປະ​ຈຸ​ບັນ.

ໃນ​ຊວງ​ທີ່​ປະ​ເທດລາວໄດ້ຕົກມາເປັນເມືອງຂຶ້ນຂອງຝຣັ່ງ ເມື່ອປີ ຄສ 1893, ເມືອງວຽງຈັນເຊິ່ງກ່ອນຫນ້ານັ້ນ 60 ກວ່າປີຫລັງແມ່ນເປັນເມືອງຮ້າງຈາກຜົນຂອງໄພສົງຄາມ.
ຕົກມາຮອດປີ ຄສ 1900 ຝຣັ່ງກໍ່ໄດ້ນຳຜູ້ຄົນຈາກເຂດນອກເຂົ້າມາ ເພໍື່ອກໍ່ສ້າງທີ່ຢູ່ອາໄສ ຫ້ອງການ. ໂດຍມີຄົນຕ່າງຊາດເຂົ້າມານຳເຊັ່ນ : ຄົນອານາມ 30 ຄອບຄົວ, ແລະຄົນພໍ່ຄ້າຈີນ ຈຳນວນປະມານ 10 ກວ່າຄອບຄົວ ເຂົ້າມາຕັ້ງບ້ານເຮືອນຢູ່ເຂດແຄມຂອງຫນ້າວັດຈັນ. ເຊິ່ງຕົວເມືອງໃນໄລຍະຟື້ນຟູນັ້ນ ແມ່ນຈະມີເຂດແຕ່ປາກປ່າສັກ ຈົນໄປຮອດເຂດວັດທາດຂາວ ລຽບແຄມຂອງ ໂດຍຈະປູກເຮືອນເປັນຕູບລຽນກັນໄປ ເຂດຫນ້າວັດຈັນ ຈະເປັນເຂດທີ່ມີການຄ້າການຂາຍ ເກີດຂຶ້ນ ໂດຍຈະມີການລ່ອງເຮືອຂຶ້ນລົງຕາມແຄມຂອງມາຊື້-ຂາຍກັນໃນເຂດນີ້ ຈຶ່ງຖືວ່າ ເຂດວັດຈັນ-ວັດຊຽງຍືນ ເປັນເຂດຕະຫລາດກ່ອນໝູ່ໃນຍຸກຟຶ້ນຟູເມືອງວຽງຈັນຂຶ້ນ.
ຕົກມາຮອດປີ 1912 – 1914 ເລີ່ມມີຜູ້ຄົນອົບພະຍົກມາອາໄສຢູ່ເມືອງວຽງຈັນຫລາຍຂຶ້ນ ທາງການຈຶ່ງເລິ່ມຫາສະຖານທີສ້າງຕະຫລາດເຊົ້າຂຶ້ນ ທີ່ບໍລິເວນນ້ຳພຸ ແຫ່ງນີ້ເອງ ແລະນຳໃຊ້ຕະຫລາດເຊົ້າແຫ່ງນີ້ຊື້-ຂາຍ ສິນຄ້າອຸປະໂພກ-ບໍລິການເລື້ອຍໆມາ.
SA Game
Houmphet Manisouk
ຈົນມາຮອດ ປີ ຄສ 1961 ຍ້ອນຜູ້ຄົນເພິ່ມຂຶ້ນ ຕົວເມືອງຂະຫຍາຍຕົວອອກຫລາຍ ສະຖານທີຈຶ່ງຄັບແຄບ ຈຶ່ງມີການຍ້າຍຕະຫລາດເຊົ້າແຫ່ງນີ້ອີກຄັ້ງຫນຶ່ງ ໄປສ້າງທີ່ຕະຫລາດເຊົ້າ ທີ່ເຫັນໃນທຸກມື້ນີ້ ຫລັງຈາກຍ້າຍຈະຫລາຍເຊົ້າໄປຈາກນ້ຳພຸແລ້ວ ທາງການຈຶ່ງມີການກໍ່ສ້າງນ້ຳພຸໃສ່ກາງລານເດີ່ນນັ້ນ.
ໃນໄລຍະທີ່ມີຕະຫລາດເຊົ້າຢູ່ເຂດນ້ຳພຸນັ້ນ ຍັງມີຕະຫລາດແລງສີຫອມ ຄຽງຄູ່ກັນໄປອີກນຳ ເຊິ່ງຕະຫລາດແລງສີຫອມ ແມ່ນຈະເນັ້ນຂາຍເຄື່ອງໃຊ້-ເຄື່ອງກິນ ສະເພາະຕອນແລງ ເຊິ່ງຕະຫລາດແລງ ແມ່ນຕັ້ງຢູ່ເຂດປາກຮ່ອມທາງເຂົ້າວັດບາງລອງ ອ້ອມຮອບໄປຮອດເຂດສີຫ້ອມ ( ເຂດທະນາຄານທະຫານໄທ ໃນທຸກມື້ນີ້ ) ເມື່ອຜູ້ຄົນມາໃຊ້ບໍລິການເພິ່ມຂຶ້ນແລະຄັບແຄບແອອັດ ແລະບໍ່ເໝາະສົມ ທາງການໃນຍຸກນັ້ນຈຶ່ງເຫັນສົມຄວນວ່າຍ້າຍ ໂດຍມີການຍົກຍ້າຍໄປຕັ້ງຢູ່ຕະຫລາດແລງຫນອງດ້ວງ ປັດຈຸບັນນີ້ກໍ່ຄືຕະຫລາດແລງຈີນຫນອງດ້ວງ ທີ່ຄົນຈີນມາຂາຍອຸປະກອນ ເຄື່ອງມີຕ່າງໆ ທີ່ເຮົາເຫັນທຸກມື້ນີ້ນັ້ນເອງ .
ສວນນ້ຳພຸ ສວນສາທາລະນະ ແລ້ວຮຽກຊື່ວ່າ “ ສວນນ້ຳພຸ ” ແມ່ນເກີດຂຶ້ນເມື່ອປີ ຄສ 1961 ຫລັງຈາກທີ່ຍ້າຍຕະຫລາດເຊົ້າຢູ່ບ່ອນນີ້ໄປສູ່ບ່ອນໃຫມ່ ( ຍ້າຍໄປຕະຫລາດເຊົ້າປັດຈຸບັນນີ້ ) ເຊິ່ງບໍລິເວນອ້ອມຮອບນ້ຳພຸ ໃນອະດິດນັ້ນ ມີອາຄານໃນຍຸກອານານິຄົມ 2 ຊັ້ນ ( ໂຄໂຣນຽມ ) ອ້ອມຮອບ ມີຮ້ານອາຫານ ຮ້ານຄ້າຕ່າງໆ ທີ່ສຳຄັນໃນຕອນນັ້ນແມ່ນມີ ໂຮງຮູບເງົາ­ທີ່ເກົ່າແກ່­ທີ່­ສຸດແລະຖືວ່າເປັນໂຮງຮູບເງົາໂຮງທຳອິດກໍ່ວ່າໄດ້ ນັ້ນກໍ່ຄື “ ໂຮງຊີເນ່ມາ ຊື່ວ່າ : Cinema Julien Freres ຕໍ່ມາໄດ້ປ່ຽນມາເປັນ ໂຮງຊີເນ່ ສະ­ເຫຼີມ­ວຽງ ” ທີ່ໂດ່ງດັງສຸດໃນຍຸກນັ້ນ ແຕ່ດຽວນີ້ດິນບໍລິເວນນັ້ນແມ່ນເພິ່ນສ້າງໂຮງແຮມ Ibis Vientiane Nam Phu ໃສ່ແລ້ວ ຕອນນັ້ນໃຜມາວຽງຈັນ ຖ້າໄດ້ມາເບິ່ງຊີເນ່ມາ ( ຮູບເງົາ ) ໃນໂຮງນີ້ແມ່ນສຸດຍອດແລ້ວ .
SA Game
Houmphet Manisouk
ເມື່ອປີ ຄສ. 2011 ສະພາບສວນນ້ຳພຸເລີ່ມມີການເປ່ເພ, ຂາດການບຳລຸງຮັກສາ ຂາດໄຟສ່ອງແສງສວ່າງໃນຍາມຄ່ຳຄືນ ເນື່ອງຈາກງົບປະມານໃນການເຂົ້າມາເບິ່ງແຍງ ຂອງອົງກອນການພັດທະນາ ແລະ ບໍລິຫານຂອງນະຄອນຫລວງວຽງຈັນ ມີງົບປະມານຈຳກັດ ດັ່ງນັ້ນຈຶ່ງມອບໃຫ້ບໍລິສັດ ເອເຊຍ ລົງທຶນພັດທະນາ ແລະ ກໍ່ສ້າງຈຳກັດ ເຂົ້າມາສຳປະທານ ແລະ ພັດທະນາ ສວນນ້ຳພຸແທນ ໂດຍໃຊ້ງົບປະມານ 10,000 ລ້ານກີບ ( ສິບຕື້ກີບ) ການປັບປຸງ ແລະ ພັດທະນາ ເລີ່ມຕົ້ນໃນຊ່ວງປາຍປີ ຄສ 2011 ແລະ ເປີດຮັບໃຊ້ບໍລິການ ໃນວັນທີ່ 23 ສິງຫາ ປີ ຄສ. 2012 ເປັນຕົ້ນມາ.
ແຕ່ຢ່າງໃດກໍ່ຕາມ ຮູບແບບການປັບປຸງສວນນ້ຳພຸຂອງ ບໍລິສັດ AIDC ໄດ້ມີການສ້າງຮ້ານອາຫານ“ ມິກຊ໌ “ ເປັນຮ້ານອາຫານແບບບາຂຶ້ນອ້ອມລານນ້ຳພຸ ເປັນແຫລ່ງທ່ອງທ່ຽວຍາມກາງຄືນ ເພື່ອຫວັງຈະຂະຫຍາຍການຮອງຮັບນັກທ່ອງທ່ຽວແບບໃຫມ່ ເພື່ອກະກຽມຕ້ອນຮັບກອງປະຊຸມ ເອເຊຍ- ຍຸໂລບ ( ASEM ) ໃນເດືອນພະຈິກ ປີ 2012 ທີ່ ສປປ ລາວ ເຮົາໄດ້ເປັນເຈົ້າພາບ ພ້ອມທັງຍັງເປັນແຜນຕ້ອນຮັບການທ່ອງທ່ຽວລາວໃນປີດຽວກັນ ເຊິ່ງຈະເປັນການສ້າງສີສັນໃຫມ່ໃຫ້ແກ່ ນະຄອນຫຼວງວຽງຈັນ ເພື່ອເປັນໄປຕາມນະໂຍບາຍ 6 ສ. ຂອງນະຄອນຫຼວງວຽງຈັນ ທີ່ໄດ້ວາງອອກ ແລະ ໄດ້ຮັບຄວາມເຫັນເປັນເອກະພາບທົ່ວທຸກພາກສ່ວນຂອງນະຄອນຫຼວງວຽງຈັນ ແລະ ກຸ່ມນັກສະຖາປະນິກເປັນທີ່ຮຽບຮ້ອຍແລ້ວ ເພາະລັດຖະບານເຫັນວ່າ ການບູລະນະສວນນ້ຳພຸ ເປັນການຍົກລະດັບຄວາມທັນສະໄໝຂອງພື້ນທີ່ ເພາະວ່າຕຶກ ແລະ ອາຄານຕ່າງໆໃນບໍລິເວນຮອບນ້ຳພຸກໍ່ເກົ່າແກ່ຂາດການບຳລຸງຮັກສາ ແລະນັບມື້ນັບພຸພັງໄປເລື້ອຍໆ .
ນ້ຳພຸຫລັງຈາກການປັບປຸງ ແລະ ພັດທະນາແລ້ວ ດ້ານຫນຶ່ງຄືມີສີສັນທັນສະໄຫມ ເພາະນັກທ່ອງທ່ຽວຫນ້າໃຫມ່ທີ່ມັກສັງສັນ ດື່ມກິນໃນບັນຍາກາດແບບນີ້ ໄດ້ເຂົ້າມາເພີ່ມຄວາມຄຶກຄັກໃຫ້ກັບພື້ນທີ່ແຫ່ງນີ້ ໂດຍສະເພາະໃນຍາມຄ່າຄືນ ຈາກທີ່ເຄີຍເປັນມຸມມືດ ແລະ ຫງຽບສະຫງັດ.
ແຕ່ອີກດ້ານຫນຶ່ງ ສີສັນຄວາມຄຶກຄັກທີ່ເຂົ້າມາ ເຮັດໃຫ້ປະຊາຊົນຊາວວຽງຈັນທີ່ເຄີຍນິຍົມພາລູກພາຫລານມາຍ່າງຫລິ້ນ ແລະ ພັກຜ່ອນຢ່ອນໃຈ ແລະ ເບິ່ງນ້ຳພຸ ຄ່ອຍໆຫລຸດຈຳນວນລົງ ຈົນຮອດສູນຫາຍໄປຫມົດ ເພາະຄິດວ່າສວນນີ້ມີເຈົ້າຂອງແລ້ວ
ດັ່ງນັ້ນ ໃນປີ 2017 ທີ່ຜ່ານມາ ບໍລິສັດຜູ້ສຳປະທານນ້ຳພຸ ຈຶ່ງໄດ້ຕັດສິນໃຈ ປັບປຸງພື້ນທີ່ສວນນ້ຳພຸຄືນໃຫມ່ ໂດຍໃຊ້ງົບປະມານ 3,000 ລ້ານກີບ ( ສາມຕື້ກີບ) ເພື່ອປັບປຸງ. ໂດຍເນັ້ນໃຫ້ເປັນແບບພື້ນທີ່ສາທາລະນະຫລາຍຂຶ້ນ ແລະ ສາມາດໃຫ້ຈັດກິດຈະກຳຕ່າງໆຫລາຍຂຶ້ນ ເພື່ອຮອງຮັບນັກທ່ອງທ່ຽວລາວ ໃນປີ ທ່ອງທ່ຽວລາວ ປີ ຄສ. 2018 ,ໂດຍໃຊ້ເວລາປັບປຸງສວນນ້ຳພຸເປັນເວລາສາມເດືອນ ແລະ ໄດ້ເປີດບໍລິການຢ່າງເປັນທາງການ ໃນວັນທີ່ 7 ທັນວາ ປີ ຄສ. 2017 ແລະ ໄດ້ມີການປ່ຽນຊື່ຮ້ານອາຫານ “ ມິກຊ໌ “ ມາເປັນຮ້ານອາຫານ “ ສວນນ້ຳພຸ ” ແທນ ເພື່ອຫວັງດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວໃຫ້ກັບຄືນມາກາຍເປັນແລນມາກ ຫລື ຈຸດເຕົ້າໂຮມຂອງຊາວວຽງຈັນອີກຄັ້ງ.
SA Game
Houmphet Manisouk

ແຕ່ເຖິງຢ່າງໃດກໍ່ຕາມ ການປັບປຸງຄັ້ງໃຫມ່ນີ້ກໍ່ບໍ່ສາມາດ ແທນຄວາມຮູ້ສຶກເສຍດາຍທີ່ຍັງຢູ່ໃນໃຈຂອງຜູ້ທີ່ຍັງລະລຶກເຖິງຄວາມຄາດສິກແບບເກົ່າໄດ້

ດັ່ງນັ້ນມາໃນປີ 2021 ຕາມການຮຽກຮ້ອງຂອງສັງຄົມ ແລະ ລັດຖະບານ ໂດຍສະເພາະແມ່ນ ພະນະທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຕອນທີ່ທ່ານຂຶ້ນຮັບຕຳແຫນ່ງໃຫມ່ໆ ໄດ້ມີຄຳເຫັນເປັນຫ່ວງເປັນໃຍຕໍ່ກັບມໍລະດົກຂອງຊາດ ຄຸນຄ່າທາງດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນ ບໍລິສັດ AIDC ຈຶ່ງໄດ້ສະໝັກໃຈຕາມຂໍ້ສະເຫນີຂອງທ່ານ ນາຍົກລັດຖະມົນຕີ ແລະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ປະເທດຊາດ ຈຶ່ງຂໍມອບສວນນ້ຳພຸແຫ່ງນີ້ຄືນແກ່ລັດຖະບານ ແກ່ອົງກອນທີ່ພັດທະນາ ແລະ ບໍລິຫານນະຄອນຫຼວງວຽງຈັນ ເພື່ອໃຫ້ເປັນສວນສາທາລະນະຄືນ 100% ໂດຍທີ່ບໍລິສັດຜູ້ສຳປະທານ ຈະບໍ່ຮຽກຮ້ອງຄ່າຊົດເຊີຍຄືນແຕ່ຢ່າງໃດ ແລະ ບໍລິສັດກໍ່ພ້ອມໃຫ້ການສະຫນັບສະຫນູນ ສວນນ້ຳພຸແຫ່ງນີ້ຕໍ່ໆໄປ ຄາດຄະເນວ່າ ຈະມີການມອບໃຫ້ທາງລັດຖະບານ ໃນວັນທີ 18 ທັນວາ 2022 ທີ່ຈະມາຮອດນີ້ ເພື່ອໃຫ້ເປັນສວນສາທາລະນະຂອງຄົນທັງຫລາຍ ໄດ້ມີໂອກາດໄດ້ເຂົ້າໄປສຳຜັດກັບບັນຍາກາດທີ່ບໍ່ມີບ່ອນໃດຄື ແລະບໍ່ຄືໃຜ ນັ້ນແຫລະຄືສະເໜ່ຂອງສະຖານທີ ທີ່ເປັນຕຳນານຂອງເລື້ອງລາວທີ່ເລົ່າມານີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Houmphet Manisouk