ເປີດງານສະ​ເຫຼີມ​ສະຫຼອງວາງສະແດງ ແລະ ຂາຍສິນຄ້າໂອດ໋ອບພາກ​ເໜືອ​

SA Game

Lao National Radio

ສິນຄ້າໂອດ໋ອບ 60 ກວ່າລາຍການໃນ​ງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ 5 ແຂວງພາກເໜືອ

ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ສະເຫຼີມສະຫຼອງງານມະຫາກຳກີລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ 2022) ສະເຫຼີມສະຫຼອງໄຫຫີນ ເປັນມໍລະດົກໂລກ ແລະ ກະກຽມສົມໂພດພະເຈົ້າໃຫຍ່ອົງຫຼວງປະທານພອນ ຢູ່ແຂວງຊຽງຂວາງໄດ້​ມີ​ການ​ຈັດ​ງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ 5 ແຂວງພາກເໜືອ ແລະ 1 ແຂວງພາກກາງມີສິນຄ້າໂອດ໋ອບ 60 ກວ່າລາຍການ ເຂົ້າຮ່ວມ.

ທ່ານ ບົວວອນ ວົງປັນຍາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ຫົວໜ້າຜູ້ຊີ້ນຳວຽກງານສົ່ງເສີມວິສາຫະກິດ ແລະ ການຄ້າ ໃຫ້ສໍາພາດວັນທີ 15 ທັນວາ 2022 ວ່າ:

ຈຸດປະສົງການຈັດວາງສະແດງ ແລະ ຂາຍສິນຄ້າຄັ້ງນີ້ ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານຄົບຮອບ 102 ປີ ສະເຫຼີມສະຫຼອງງານມະຫາກຳກີລາແຫ່ງຊາດ ຄັ້ງທີ XI ງານສະເຫຼີມ ສະຫຼອງໄຫຫີນ ເປັນມໍລະດົກໂລກ ແລະ ກະກຽມສົມໂພດພະເຈົ້າໃຫຍ່ອົງຫຼວງປະທານພອນ

SA Game
Lao National Radio

ເພື່ອສ້າງໂອ ກາດໃຫ້ຜູ້ຊື້ ແລະ ຜູ້ຂາຍມາພົບກັນເພື່ອເຈລະຈາທາງທຸລະກິດແບບຕົວຕໍ່ຕົວ ເຮັດໃຫ້ຜູ້ປະກອບການເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງງານຈັດວາງສະແດງສິນຄ້າ ທີ່ຖືເປັນເຄື່ອງມືການຕະຫຼາດທີ່ສຳຄັນສາມາດຊ່ວຍໃຫ້ພາກສ່ວນທຸລະກິດຕ່າງໆທີ່ມາວາງສະແດງນໍາສະເໜີຂາຍ ຫຼື ໂຄສະນາສິນຄ້າໃຫ້ກຸ່ມລູກຄ້າຖືກເປົ້າ ໝາຍ

ທັງເປັນສືກາງທີ່ມີປະສິດທິຜົນໃນການເລີ່ມຕົ້ນ ແລະ ຮັກສາຄວາມສຳພັນ ລະຫວ່າງຜູ້ປະກອບການ ແລະ ລູກຄ້າ ເພື່ອນຳໄປສູ່ອຸດສາຫະກຳ ແລະ ທຸລະກິດຂອງຜູ້ປະກອບການມີປະສິດທິຜົນ ແລະ ເປັນຊ່ອງທາງການສື່ສານຄຸນລັກສະນະທີ່ດີໃຫ້ຜູ້ມາວາງສະແດງ

ພ້ອມນີ້ຜູ້ມາຮ່ວມງານຍັງໄດ້ຂໍ້ມູນສິນຄ້າໃໝ່ເພື່ອຕິດຕໍ່ສືສານການຊື້-ຂາຍສິນຄ້າໃນອະນາຄົດ ແລະ ຊ່ວຍຜູ້ປະກອບການປັບປຸງທັກສະການຂາຍ ເປັນເງື່ອນໄຂການພັດທະນາສິນຄ້າໃຫ້ສາມາດສົ່ງອອກໃຫ້ນັບມື້ຂະຫຍາຍຕົວ ແລະ ເປີດໂອກາດໃຫ້ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນບົດຮຽນ ກ້າວໄປເຖິງການຊື້-ຂາຍໃຫ້ກວ້າງຂວາງ ເຮັດໃຫ້ນັກທ່ອງທ່ຽວພາຍໃນແຂວງ ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານວາງສະແດງສິນຄ້າ ສ້າງເງື່ອນໄຂໃນການຊຸກຍູ້ ສົ່ງເສີມຜູ້ຜະລິດ ເພື່ອພັດທະນາສິນຄ້າເພື່ອທົດແທນການນໍາເຂົ້າເທື່ອລະກ້າວ.

SA Game
Lao National Radio

ງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ 5 ແຂວງພາກເໜືອ ແລະ 1 ແຂວງພາກກາງຄັ້ງນີ້ ປະ ກອບມີ 38 ຫ້ອງວາງສະແດງ ໂດຍສິນຄ້າທີ່ນຳມາວາງຂາຍສ່ວນໃຫຍ່ມີສິນຄ້າໂອດ໋ອບຂອງແຂວງຊຽງຂວາງ 20 ຫົວໜ່ວຍ 22 ລາຍການ ມູນຄ່າ 3 ຕື້ກວ່າກີບ ບັນດາຫົວໜ່ວຍຜະລິດສິນຄ້າໂອດ໋ອບບາງແຂວງພາກ ເໜືອ ແລະ ພາກກາງ 42 ລາຍການ ມູນຄ່າ 130 ລ້ານກວ່າກີບ ນອກນີ້ຍັງມີຜະລິດຕະພັນກະສິກຳຂອງພະແນກກະສິກຳ ແລະ ປ່າໄມ້ ແລະ ສິນຄ້າທ່າແຮງຂອງແຂວງຊຽງຂວາງອີກຈຳນວນໜຶ່ງ ໂອກາດນີ້ກໍຂໍເຊີນ ຊວນປະຊາຊົນລາວບັນດາເຜົ່າ ລວມທັງແຂກພາຍໃນ ແລະ ຕ່າງເທດ ມາທ່ຽວຊົມງານວາງສະແດງ ແລະ ຂາຍສິນຄ້າຄັ້ງນີ້ດ້ວຍ ເຊິ່ງເລີ່ມມາແຕ່ວັນທີ 13 ທັນວາ 2022 ເປີດເປັນທາງການວັນທີ 15 ທັນວາ 2022 ແລະ ຈະດໍາເນີນໄປຮອດວັນທີ 22 ທັນວາ 2022.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Lao National Radio