ປະຫວັດ ແລະ ພິ​ທີການນຳໃຊ້ຂອງໂຮງຮຽນການຊ່າງປາກປ່າສັກ

SA Game

Houmphet Manisouk

ໂຮງຮຽນການຊ່າງປາກປ່າສັກກັບຄຸນຄ່າທາງປະຫວັດສາດໃນ​ສະ​ໄໝສະເດັດເຈົ້າມະຫາອຸປະຣາຊ

ໂຮງຮຽນການຊ່າງປາກປ່າສັກປະ​ຈຸ​ບັນ​ນີ້ ຖ້າຍ້ອນອະດິດໄປໃນສະໄຫມຍຸກຂອງເຈົ້າໄຊຍະເຊດຖາທິຣາຊ ແລະເຈົ້າສຸຣິຍະວົງສາ ທັມມິກກະຣາຊ ເພິ່ນຈະອອກຈາກຫໍຄຳ (ພຣະຣາຊວັງ ) ແລ້ວສະເດັດລົງເຮືອຈາກທ່າຫລວງ ( ແຄມຂອງ ) ແລ້ວພາຍເຮືອເຂົ້າສູ່ນ້ຳປ່າສັກ ຜ່ານວັດປາກປ່າສັກຫລວງແຫ່ງນີ້ ຈາກນັ້ນແລ້ວລັດເຂົ້າສູ່ຮ່ອງແຊງ ໄປອອກສູ່ບຶ່ງທາດຫລວງ ແລ້ວເຂົ້າສູ່ທາຕຸຫລວງ ທາງທິດຕາເວັນອອກ ເພື່ອໄປນະມັດສະການບຸນພຣະທາຕຸຫລວງ ເປັນປະຈຳທຸກໆປີ.

ຮູບພາບທີ່ມີຄຸນຄ່າທາງປະຫວັດສາດ ຂອງການໄຂພິທີ ການນຳໃຊ້ຂອງໂຮງຮຽນການຊ່າງປາກປ່າສັກ ເມື່ອປີ ຄສ 1937 ໂດຍມີສະເດັດເຈົ້າມະຫາອຸປະຣາຊ ເພັດຊະຣາຊ ຣັດຕະນະວົງສາ ແລະເຈົ້ານາຍຝຣັ່ງເຂົ້າຮ່ວມພິທີ ຫລັງຈາກທີ່ຍ້າຍໂຮງຮຽນວິຊາຊິບຝຣັ່ງ ມາສ້າງໃຫມ່ໃສ່ດິນແຖວປາກປ່າສັກ ເປັນໂຮງຮຽຽນການຊ່າງປາກປ່າສັກແຫ່ງນີ້ ເພາະດິນບ່ອນນີ້ ເມື່ອກ່ອນນັ້ນແມ່ນດິນຂອງວັດປ່າສັກຫລວງ

SA Game
Houmphet Manisouk
ສິ່ງທີ່່ກ່ຽວຂ້ອງກັບປາກປ່າສັກ ໃນສະໄໝບູຮານ ຄົນລາວເຮົາ ມັກຈະທ່ອງ ຄຳກອນ ທີ່ກ່ຽວຂ້ອງກັບສະຖານທີ່ສັກສິດ ເຊິ່ງເປັນບ່ອນທີ່ຄົນລາວໃນອະດິດມັກຈະໄປບູຊາ ເປັນປະຈຳ ເພາະເປັນບ່ອນທີ່ມີເທວະດາຮັກສາເມືອງວຽງຈັນທນ໌ ໂດຍຈະເລົ່າເປັນກອນວ່າ : ” ສ້າງສອງ , ໜອງສາມ , ລາມສີ່ , ສີ່ຫ້າ ” ເຊິ່ງແຕ່ລະຢ່າງນັ້ນກໍ່ເປັນບ່ອນ ເປັນສະຖານທີສັກສິດແຕ່ອະດິດມາຮອດປັດຈຸບັນນີ້ ແຕ່ວ່າ ຄົນໃນທຸກມື້ນີ້ແມ່ນມີຜູ້ຮູ້ນ້ອຍແລ້ວ ເຊັ່ນ :
– ສ້າງສອງ = ປະກອບດ້ວຍ ສ້າງທ້າວ ແລະສ້າງນາງ ( ບໍ່ບອກເທື່ອວ່າຢູ່ໃສ )
– ໜອງສາມ = ປະກອບດ້ວຍ ໜອງດ້ວງ , ໜອງຈັນ , ບຶງທາຕຸຫລວງ (ບໍ່ແນ່ໃຈ ຕ້ອງຊອກຄົ້ນອີກຕື່ມກ່ອນ).
– ລາມສີ່ = ຂໍອະນຸຍາດບອກແຕ່ໜຶ່ງບ່ອນ ຄືຊື່ວ່າ ອິນທະຈັກ (ປາກປ່າສັກ) ນັ້ນເອງ.
– ສີ່ຫ້າ ( ສີ່ຫ້າຂອງເມືອງ ) = ຂໍບອກແຕ່ສອງບ່ອນຄື : ລິດທິໂທນາກ ( ທະນາໃຕ້) ແລະ ຄັນທັບພະ ( ທະນາເໜືອ )
SA Game
Houmphet Manisouk
ດັ່ງນັ້ນ ປາກປ່າສັກ ຈຶ່ງເປັນດິນແດນທີ່ສັກສິດ ມາແຕ່ໃນອະດິດ ເມື່ອວັດປາກປ່າສັກຫລວງຖືກທຳລາຍຈາກສົງຄາມ ຈົນເຮັດໃຫ້ເມືອງວຽງຈັນເປັນເມືອງຮ້າງ ເມື່ອຝຣັ່ງເສດເຂົ້າມາເລືອກເອົາເມືອງວຽງຈັນເປັນເມືອງຫລວງຂຶ້ນໃຫມ່ ( ຝຣັ່ງຄິດຈະເລືອກເອົາວຽງຈັນ ແລະສະຫວັນນະເຂດ ເປັນເມືອງຫລວງ ໃນຍຸກເຂົ້າມາປົກຄອງລາວໃຫມ່ໆ ) ແຕ່ໃນທີ່ສຸດກໍ່ເລືອກເອົາວຽງຈັນ ເປັນເມືອງຫລວງ ເພາະມີວັດຖຸດິບທີ່ເປັນດິນຈີ່ທີ່ຍັງຫລົງເຫລືອຈາຊາກເມືອງຫລາຍ ເພື່ອການສ້າງແປງບ້ານເຮືອນ ແລະວຽງຈັນກໍ່ເປັນຈຸດຍຸດທະສາດສູນກາງໃນການຕິດຕໍ່ພົວພັນກັບເມືອງ ແລະປະເທດອ້ອມຂ້າງດີກວ່າສະຫວັນນະເຂດ ເມື່ອຝຣັ່ງເລືອກເອົາວຽງຈັນເປັນເມືອງຫລວງແລ້ວ ກໍ່ນຳຜູ້ຄົນເຂົ້າມາຢູ່ ໂດຍມີຄົນຕ່າງຊາດ 3 ເຊື້ອຊາດຫລັກ ຄື : ຝຣັ່ງ , ອັນນາມ (ຫວຽດນາມ ) ແລະຈີນ ສ່ວນຄົນຈີນຈະມາຕັ້ງບ້ານເຮືອນຕິດແຄມຂອງ ຕັ້ງແຕ່ເຂດວັດຈັນຮອດວັດຊຽງຍືນ ເມື່ອຄົນຈີນມີການຄ້າຂາຍໃນເຂດນັ້ນ ຈົນຮັ່ງມີແລ້ວ ກໍ່ມາສ້າງ ຫໍຍາພໍ່ປາກປ່າສັກໃສ່ ໂດຍເຮັດຫໍແບບຈີນ ເຊິ່ງມູນເຫດໃຫ້ຄົນເຊື້ອສາຍຈີນນັບຖືຫລາຍກໍ່ເພາະວ່າ ມີເດັກນ້ອຍຢູ່ເຂດນັ້ນຫາຍຕົວໄປຫລາຍມື້ ຊອກແນວໃດກໍ່ບໍ່ເຫັນ ຈົນມີຜູ້ຄົນໄປບະໄປຂໍໃຫ້ຍາພໍ່ປາກປ່າສັກຊ່ອຍ ຈາກນັ້ນກໍ່ພົບເຫັນເດັກນ້ອຍນັ້ນ ແລະເດັກນ້ອຍຄົນນັ້ນກໍ່ບອກວ່າ ຢືນຕົວແຂງຢູ່ຂ້າງຕົ້ນໄມ້ແຖວນັ້ນ ເຫັນຄົນຍ່າງຊອກກາຍໄປ-ກາຍມາ ກໍ່ບໍ່ເຫັນຕົນ ນີ້ແມ່ນການເລົ່າຂອງມານດາຂອງແມ່ເຖົ້າວາລີນ ຄຳວົງສາ ເລົ່າໃຫ້ຟັງວ່າ ( ແມ່ເຖົ້າວາລີນ ຄຳວົງສາ ເກີດ 23/09/1921 ມໍຣະນະກັມ 30/04/2018 ລວມອາຍຸໄດ້ 93 ປີ ) ຄົນແຖວອິນແປງ ສີຫ້ອມ ວັດຈັນ ຈະນັບຖື ຍາພໍ່ປາກປ່າສັກ ຖ້າຈະໄປຄ້າຂາຍ ກໍ່ຈະໄປຄອບໄປລາ ກໍ່ຈະທຳມາຄ້າຂຶ້ນ ແລະເດີນທາງປອດໄພ.
SA Game
Houmphet Manisouk
ດັ່ງນັ້ນເຂດນີ້ປາກປ່າສັກ ຈຶ່ງເປັນເຂດດິນທີ່ມີຄວາມສຳຄັນ ເປັນສະຖານທີສັກສິດ ຂອງເມືອງວຽງຈັນອີກສະຖານທີ່ຫນຶ່ງ.
ສ່ວນຮູບສີແມ່ນ ພໍ່ລຸງຂາວ ( ຫຸມແພງ ມະນີສຸກ ) ເຂົ້າໄປຢ້ຽມຊົມ ໂຮງຮຽນການຊ່າງ ( ວິທະຍາໄລເຕັກນິກ ປາກປ່າສັກ ) ທີ່ເພິ່ນເຄີຍມາສຶກສາຮ່ຳຮຽນ ເມື່ອປີ ຄສ 1960-1963 ມາເບິ່ງເພື່ອຫວນຄືນອະດິດທີ່ເຄີຍມາດຳລົງຊືວິດ ສືກສາຮ່ຳຮຽນ ໃນສະຖານບັນແຫ່ງນີ້
ໃນສະໄຫມນັ້ນ ປີ 1960-1963 ແມ່ນທ່ານ ເອເວຣາ ຄົນຝຣັ່ງ ເປັນຜູ້ອຳນວຍການ ແລະຕໍ່ມາ ກໍ່ແມ່ນທ່ານ ວິຣະວົງ ສຸວັນນະວົງ ເປັນຜູ້ອຳນວຍການ ໂດຍເປີດວິຊາຮຽນຄື :
– ຊ່າງກົນຈັກ automatic
– ຊ່າງຊ່ຽນແລະຈອດ.
– ຊ່າງກໍ່ສ້າງ.
– ຊ່າງໄມ້.
– ຊ່າງຕີເຫລັກ.
– ຊ່າງໄຟຟ້າ.
– ຊ່າງອອກແບບແລະແຕ້ມແບບ.
– ພິມດິດ.
– ວິຊາສອນພາສາອັງກິດ ພາສາຝຣັ່ງເສດ ແລະວິຊາເລກ ເປັນຕົ້ນ ສ່ວນພໍ່ລຸງຫລັງຈາກເຂົ້າຮຽນລວມຕາມຫລັງສູດແລ້ວ ແມ່ນມາເລືອກຮຽນ ສາຍ : – ຊ່າງກົນຈັກ Automatic ແລະ ໄຟຟ້າ ອາຈານທີ່ສອນ ທີ່ພໍ່ລຸງເພິ່ນຈື່ໄດ້ ເກືອບທັງຫມົດທີ່ສອນແມ່ນເປັນຄົນຝຣັ່ງ ແລະຈື່ໄດ້ມີ 2 ຄົນ ຄື: ອາຈານ ປີໂຣ ( ຄົນນີ້ເອົາເມຍເປັນຄົນລາວ ) ແລະອາຈານ ຊັງຕອກຊີ.
ເມື່ອວັນທີ 24/07/2020 ຕຶກອາຄານເກົ່າຂອງໂຮງຮຽນເຕັກນິກປາກປ່າສັກຫລັງນີ້ ທີ່ສ້າງມາແຕ່ປີ ຄສ 1937 ກໍ່ຖືກມ້າງອອກແລ້ວ

ຂໍຂອບໃຈຮູບພາບຂາວດຳ ທີ່ອ້າຍ ວີລະ ສາລີກຸນ ອະນຸເຄາະໃຫ້ຖ່າຍ ເພື່ອໃຫ້ຂ້າພະເຈົ້າ Houmphet Manisouk ນຳມາປະກອບເລື່ອງຂອງຄວາມເປັນມາ ຂອງປາກປ່າສັກ ມາເຜີຍແຜ່ ຫວັງວ່າບົດຄວາມນີ້ຈະເປັນຂໍ້ມູນຫນຶ່ງ ໃນການສຶກສາຕໍ່ເລື່ອງລາວ ຂອງປາກປ່າສັກແຫ່ງນີ້ດີຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: Houmphet Manisouk