ມາຮູ້ຈັກກັບຄໍາວ່າ “ຫວຸດຫວິດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍເນື້ອ​ໃນ​ຂອງຄໍາວ່າ “ຫວຸດຫວິດ” ມີຄວາມໝາຍແນວໃດ?

​ຫາກວ່າ​ທ່ານ​ຢາກ​ໃຫ້​ຄວາມ​ໝາຍ ຫລື ຢາກ​ໃຊ້​ຄວາມ​ໝາຍ​ຂອງ​ຄຳ​ໄປ​ໃນ​ທາງ​ທີ່​ວ່າ ລອດ​ພົ້ນ ຫລື ເກືອບ​…​ເພື່​ອ​ໃຫ້​ໄດ້​ຄວາມ​ໝາຍແບບ​ນີ້​ແລ້ວ​ຕ້ອງ​ສະ​ກົດ ຫລື ນຳ​ໃຊ້​ໃຫ້​ຖືກ​ກໍ​ຕ້ອງ​ແມ່ນ​ຄຳ​ວ່າ ຫວຸດ​ວິດ

ໂດຍທົ່ວໄປແລ້ວ​ຈະ​ເປັນ​ຄຳ​ທີ່​ປະ​ສົມ​ກັນ​ເລີຍ​ໂດຍ​ບໍ່​ຄອຍ​ປະ​ກົດ​ເຫັນ​ຄຳ​ວ່າ ຫວຸດ ຢູ່​ຄຳ​ດຽວ, ສ່ວນ​ຫລາຍແມ່ນມາປະສົມກັບ ຫວິດ​ ໂດຍສະເພາະ​ “ຫວຸດຫວິດ”​

​ເພື່ອ​ຄວາມ​ກະ​ຈ່າງ​ແຈ້ງ ແລະ ເພື່ອ​ໃຫ້​ຫລາຍໆ​ທ່ານ​ໄດ້​ຮຽນ​ຮູ້​ເຂົ້າ​ໃຈ​ໄປ​ນຳ​ກັນ​ລະຫວ່າງ ຄຳ​ວ່າ ຫວຸດ​ວິດ​ນີ້​ຂ້​າ​ພະ​ເຈົ້າ​ກໍ​ໄດ້​ໄປ​ຊອກ​ຫາ​ຂໍ້​ມູນ​ຕ່າງໆ​ເພື່ອ​ນຳ​ມາ​ອະ​ທິ​ບາຍ ແລະ ເບິ່ງ​ເຫດ​ຜົນ​ໄປ​ນຳ​ກັນ, ຕາມ​ທີ່​ໄດ້​ໄປ​ຊອກ​ຫາ​ໃນ​ແຫລ່ງ​ຂໍ້​ມູນ​ຕ່າງໆ ແລະ ໃນວັດຈະນານຸກົມຫລາຍໆສະບັບກໍ​ໄດ້​ໃຫ້​ຄວາມ​ໝາຍ​ຂອງ​ຄຳ ແລະ ອະທິບາຍໄປໃນ​ທິດ​ທາງ​ທີ່​ຄ້າຍໆ​ກັນ

SA Game
DooDiDo

ຄຳ​ວ່າ ຫວຸດຫວິດ.

ໂດຍທົ່ວໄປແລ້ວ​ຈະ​ເປັນ​ຄຳ​ທີ່​ປະ​ສົມ​ກັນ​ເລີຍ​ໂດຍ​ບໍ່​ຄອຍ​ປະ​ກົດ​ເຫັນ​ຄຳ​ວ່າ ຫວຸດ ຢູ່​ຄຳ​ດຽວ, ສ່ວນ​ຫລາຍແມ່ນມາປະສົມກັບ ຫວິດ​ ໂດຍສະເພາະ​ “ຫວຸດຫວິດ” ເປັນຄຳກຳມະໝາຍເຖິງ​ ມົ້ມ,​ ລອດ,​ ພົ້ນ,​ ເກືອບຖືກ, …​

ມັກໃຊ້ກັບເຫດການເອົາຕົວລອດແບບບໍ່ຄາດຄິດ,​ ການເອົາຕົວລອດແບບໜ້າອັດສະຈັນ.​

ຕົວຢ່າງ:

ລົດ​ເມ​ທັງ​ໃຫຍ່ ແລະ ຍາວ ແຊງ​ຂ້ອຍ​ໄປ​ບຽດ​ຂ້ອຍ​ເກືອບ​ຖືກ​ຕຳ​ລອດ​ມາ​ຢ່າງ​ຫວຸດ​ວິດ.

​ເດັກ​ນ້ອຍ​ຢອກ​ກັນ​ເກືອບ​ຕົກ​ຮ່ອງ​ນ້ຳ​ພໍ່​ລາວ​ຈັບ​ໄດ້​ທັນຢ່າງຫວຸດຫວິດ.

​ສາ​ມາດ​ເວົ້າ​ໄດ້​ວ່າ”ຫວິດ” ເປັນຕົວຫຼັກ ແລະ​ຫວຸດ​ເປັນຕົວຂະຫຍາຍຄຳ ທີ່​ຢູ່​ທາງໜ້າ.

ສະ​ຫລຸບ.

ຢາກ​ໃຊ້​ຄວາມ​ໝາຍ​ຂອງ​ຄຳ​ໄປ​ໃນ​ທາງ​ທີ່​ວ່າ ລອດ​ພົ້ນ ຫລື ເກືອບ, ຈະ​ຕ້ອງ​ສະ​ກົດ​ ຫວຸດຫວິດ ເປັນຄຳກຳມະໝາຍເຖິງ​ ມົ້ມ,​ ລອດ,​ ພົ້ນ,​ ເກືອບຖືກ, …​

ມັກໃຊ້ກັບເຫດການເອົາຕົວລອດແບບບໍ່ຄາດຄິດ,​ ການເອົາຕົວລອດແບບໜ້າອັດສະຈັນ.​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo