ມາຮູ້ຈັກກັບຄໍາວ່າ “ຫລ້າ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍເນື້ອ​ໃນ​ຂອງຄໍາວ່າ “ຫລ້າ” ມີຄວາມໝາຍແນວໃດ?

ສິ່ງ​ສຸດ​ທ້າຍ ຫລື ສິ່ງ​ທີ່​ມາ​ພາຍ​ຫລັງ​ສຸ​ບໍ່​ວ່າ​ຈະ​ເປັນ​ກັບ​ວັດ​ຖຸ​ສິ່ງ​ຂອງ, ກັບ​ມະ​ນຸດ ຫລື ຄົນ​ເຮົາ ໃນ​ພາ​ສາ​ລາວ​ແມ່ນ​ຈະ​ເອີ້ນ​ຄຳ​ຄຳ​ນີ້​ວ່າ ຫລ້າ ເຊິ່ງ​ຄຳ​ນີ້​ສາ​ມາດ​ນຳ​ໃຊ້​ໄດ້​ກັບ​ຫລາກ​ຫລາຍ​ສິ່ງ​ຫລາກ​ຫລາຍ​ຢ່າງ​ໂດຍ​ບໍ່​ໄດ້​ຈຳ​ກັດ​ເລີຍ, ຄຳ​ວ່າ ຫລ້າ ໃນ​ຊິ​ວິດ​ປະ​ຈຳ​ວັນ​ຂອງ​ຄົນ​ເຮົາ ຄົນ​ລາວ​ຈະ​ໃຊ້ຄຳ​ນີ້​ໃນ​ການ​ເອີ້ນ​ຄົນ​ທີ່​ຍັງ​ນ້ອຍ​ ຫລື ຄົນ​ທີ່​ເກີດ​ຕາມ​ຫລັງ​ຂອງ​ລູກ​ໝົດ​ທຸກ​ຄົນ.

ນອກ​ຈາກ​ນີ້​ຄຳ​ນີ້ ຍັງ​ສາ​ມາດ​ໃຊ້​ກັບ​ສິ່ງ​ທີ່​ເກີດ​ຂື້ນ​ໃນ​ພາຍ​ຫລັງ​ຂອງ​ສິ່ງ​ນັ້ນໆ ຫລື ໃຊ້​ກັບ​ເວ​ລາ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ໃຊ້​ກັບ​ຊິ​ວິດ​ປະ​ຈຳ​ວັນ​ ຄຳ​ວ່າ ຫລ້າ ແມ່ນ​ຍັງ​ໝາຍ​ເຖິງ ສວາຍ​ແລ້ວ​, ຫລື ຊ້າ​ແລ້ວ ສ່ວນ​ຫລາຍ​ຈະ​ມັກ​ນຳ​ໃຊ້​ກັບ​ເວ​ລາ​ຕ່າງໆ, ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳ​ວ່າ ຫລ້າ.

ເປັນຄຳຄຸນນາມ ແປວ່າ ລຸນ, ສຸດທ້າຍ, ຫລ້າ​ສຸດ, ຊັກຊ້າ ເຊັ່ນ: ລູກຫຼ້າ, ຫຼ້າຊ້າ, ຫຼ້າຫຼັງ, ຫຼ້າສະໄໝ, ຫຼ້າໝູ່, ບັກຫຼ້າ, ເຂີຍຫຼ້າ, ໃພ້ຫຼ້າ…

ຕົວ​ຢ່າງ:

ຂ້ອຍ​ມີ​ລູກ​ຊາຍ​ຫລ້າ​ຄົນ​ໜຶ່ງ​ທີ່​ຍັງ​ຢູ່​​ເຮືອນນຳ​ຂ້ອຍ.

ແຕ່​ລະ​ປີ​ຜ່ານ​ມາ​ຂ້ອຍ​ໄດ້​ກັບ​ບ້ານ​ໄປ​ສຸ່ມ​ມາ​ພໍ່​ແມ່, ແຕ່ປີຫລ້າ​ສຸດ​ນີ້ຂ້ອຍ​ບໍ່​ໄດ້​ໄປ​ຍ້ອນ​ພະ​ຍາດ​ໂຄວິດ19.

ສະ​ຫລຸບ.

ສະ​ນັ້ນ​ເພື່ອ​ຄວາມ​ຖືກ​ຕ້ອງ​ໃນ​ການ​ນຳ​ໃຊ້​ ແລະ ສະ​ກົດ​ຄຳ​ຢາກ​ໃຫ້​ສືກ​ສາ​ເບິ່ງ​ກ່ອນ​ວ່າ​ຖ້າ​ເປັນ​ພາ​ສາ​ລາວ​ແລ້ວ​ເຮົາ​ຈະ​ໃຊ້​ຄຳ​ໃດ​ໃຫ້​ຖືກ​ຕ້ອງ​ເຊິງ​ສາ​ມາດ​ສະ​ຫລຸບ​ຄວາມ​ໝາຍ​ໄດ້​ດັ່ງ​ນີ້​ເຊັ່ນ: ຄຳ​ວ່າ ຫລ້າ ເປັນຄຳຄຸນນາມ ແປວ່າ ລຸນ, ສຸດທ້າຍ, ຫລ້າ​ສຸດ, ຊັກຊ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo