ກິດ​ຈະ​ກຳວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ​ລາວ

SA Game

ຂ​ປ​ລ

ຍ່າງເພື່ອສຸຂະພາບກິດ​ຈະ​ກຳສະຫລອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບເພື່ອສະເຫລີມສະຫລອງ ວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 58 ປີ(13 ມີນາ 1965–13 ມີນາ 2023) ຢ່າງເປັນຂະບວນຟົດຟື້ນ, ພາຍໃຕ້ຄໍາຂວັນ:

“ປັບປຸງວຽກງານໄປສະນີໃຫ້ທັນສະໄໝ, ພັດ ທະນາວຽກງານໂທລະຄົມມະນາຄົມ ເພື່ອການຫັນເປັນດີຈິຕ໋ອນໃນທົ່ວປະເທດ” ໃນຕອນເຊົ້າວັນທີ 12 ມີນາ 2023, ທີ່ສວນປະຕູໄຊ, ນະຄອນຫລວງວຽງຈັນ.

ການສະເຫລີມສະຫລອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ແມ່ນເພື່ອເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫລາຍ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງບົດ ບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ, ໂທລະຄົມ ມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ.

SA Game
ຂ​ປ​ລ

ພ້ອມ ນັ້ນ, ກໍເພື່ອພັດທະນາວຽກງານໄປສະນີ, ໂທລະຄົມມະນາ ຄົມ ໃຫ້ຊຸກຍູ້ສົ່ງເສີມການຄ້າອອນລາຍ, ການຜະລິດອຸດ ສາຫະກຳໃນຍຸກດີຈິຕ໋ອນ ແລະ ການຖ່າຍທອດເຕັກໂນໂລຊີດີຈິຕ໋ອນ ທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາ ປະ ກອບສ່ວນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດ ຖະກິດດີຈິຕ໋ອນຂອງປະເທດເຮົາ

ເພື່ອຫັນການຜະລິດ ແລະ ການບໍລິການເຂົ້າສູ່ລວງເລິກ, ຍົກສູງສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດີຈິຕ໋ອນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດດີຈິຕ໋ອນ ແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດສອງວາລະແຫ່ງຊາດ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃຫ້ປະກົດຜົນເປັນຈິງ.

SA Game
ຂ​ປ​ລ

ກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກຕສ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ແຂກທີ່ຖືກເຊີນ, ພະນັກ ງານພາຍໃນ ກຕສ, ບັນດາຜູ້ປະກອບການ ແລະ ພໍ່ແມ່ປະ ຊາຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.