ພິ​ທີ່ມອບ-ຮັບໂຄງການກໍ່ສ້າງດອນຊາຍມຸງຄຸນ ເມືອງຈອມເພັດ

SA Game

ແຂວງຫລວງພະບາງ

​ສຳ​ເລັດ ແລະ ມອບ-ຮັບໂຄງການກໍ່ສ້າງດອນຊາຍມຸງຄຸນ ເມືອງຈອມເພັດ

ເມືອງຈອມເພັດ ຈັດພິທີມອບ-ຮັງໂຄງການກໍ່ສ້າງດອນຊາຍມຸງຄຸນ ວັນທີ 11 ມີນາ ຜ່ານມາ, ພາຍຫລັງລົງມືກໍ່ສ້າງຄືນໃໝ່ ມາແຕ່ທ້າຍປີ 2021 ຜ່ານມາ ໂດນມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນຄົງ ສຸກສະຫວັດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ຄະນະຮັບຜິດຊອບຊີ້ນຳໂຄງການກໍ່ສ້າງ ໄດ້ລາຍງານຜົນສຳເລັດການກໍ່ສ້າງວ່າ: ການກໍ່ສ້າງດອນຊາຍມຸງຄຸນຄືນໃໝ່ ໄດ້ມີການຄົ້ນຄວ້າຮ່ວມກັບຫລາຍພາກສ່ວນ ເພື່ອກໍ່ສ້າງດອນຊາຍໃໝ່ ທົດແທນດອນຊາຍເກົ່າທີ່ຖືກນຳຍຶ່ງຖ້ວມ, ຜ່ານການຄົ້ນຄວ້າ-ອອກແບບ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນທັນວາປີ 2021

SA Game
ແຂວງຫລວງພະບາງ

ໂດຍແມ່ນ ບໍລິສັດ ໄຊຍະບູລີ ພາວເວີ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ມອບໃຫ້ ບໍລິສັດ ຊໍການຊ່າງ (ປະເທດໄທ) ເປັນຜູ້ຮັບຜິດຊອບໜ້າວຽກກໍ່ສ້າງ ໂດຍມີເນື້ອທີ່ 1,16 ເຮັກຕາ, ພື້ນທີ່ຂອງດອນມີຄວາມຍາວກວ່າ 337 ແມັດ, ກວ້າງເກືອບ 45 ແມັດ, ມີຂັ້ນໄດຂຶ້ນ 6 ຈຸດ, ໃນນັ້ນ ເບື້ອງນະຄອນ ຫລວງພະບາງ 3 ຈຸດ, ແຕ່ລະຈຸດກວ້າງ 8 ແມັດ ແລະ ເບື້ອງເມືອງຈອມເພັດ 3 ຈຸດ ແຕ່ລະຈຸດກວ້າງ 5 ແມັດ, ຄວາມສູງຂອງດອນ ທຽບໃສ່ລະດັບນ້ຳຂອງຂຶ້ນສູງສຸດ 278 ແມັດ, ສ່ວນລະດັບນ້ຳຂອງປົກກະຕິໃນລະດູແລ້ງຕໍ່າສຸດ 276 ແມັດ,

ກໍລະນີນໍ້າຂອງມີປະລິມານຫລາຍໃນລະດູຝົນອາດຈະບໍ່ຖ້ວມດອນ, ສ່ວນໂຄງສ້າງຂອງດອນໄດ້ລຽນຫີນທີ່ສາມາດທົນທານຕໍ່ແຮງກະທົບຂອງນ້ຳໄຫລ, ຢູ່ກາງດອນ ໄດ້ລົງດີດິນປະສົມຫີນ ແລະ ໂລອັດແໜ້ນ ລວມມູນຄ່າໃນການກໍ່ສ້າງ 55 ລ້ານບາດ ໂດຍແມ່ນທຶນຂອງບໍລິສັດ ໄຊຍະບູລີພາວເວີ ຈຳກັດ.

SA Game
ແຂວງຫລວງພະບາງ

ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ບໍລິສັດໄຊຍະບູລີພາວເວີ ໄດ້ສຸມທຶນຮອນເຂົ້າໃນການກໍ່ສ້າງດອນຊາຍມຸງຄຸນ ເຮັດໃຫ້ປະ ຊາຊົນບັນດາເຜົ່າພາຍໃນແຂວງຫລວງພະບາງ ໄດ້ມີສະຖານທີ່ຈັດກິດຈະກຳຕົບພະທາດຊາຍຄືນໃໝ່ ໃນໄລຍະບຸນປີໃໝ່ລາວ

ພ້ອມນີ້ ທ່ານໄດ້ເນັ້ນໃຫ້ອົງການປົກຄອງນະຄອນ ຫລວງພະບາງ ແລະ ເມືອງຈອມເພັດ ຈົ່ງພ້ອມກັນສ້າງແຜນຄຸ້ມຄອງ ແລະ ນຳໃຊ້ ດອນຊາຍມຸງຄຸນ ໃຫ້ມີຄວາມຍືນຍົງ ທັງເກີດຜົນປະໂຫຍດໃຫ້ກັບປະຊາຊົນບັນດາເຜົ່າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ແຂວງຫລວງພະບາງ