ພິທີມອບ-ຮັບ ຫໍສະໝຸດ ເມືອງເຊໂປນ ແຂວງສະຫວັນນະເຂດ

SA Game

Lao Youth Radio

ສຳ​ເລັດ​ການ​ກໍ່​ສ້າງຫໍສະໝຸດ ເມືອງເຊໂປນ ແລະ ມອບ​-ຮັບໂຄງ​ການ ມູນ​ຄ່າ 6​ ຮ້ອຍກວ່າລ້ານກີບ.

ໄດ້​ມີ ພິທີມອບ-ຮັບ ຫໍສະໝຸດ ເມືອງເຊໂປນ ແຂວງສະຫວັນນະເຂດ ຈັດຂຶ້ນທີ່ສຳນັກເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸນໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນຳພັກ-ລັດ ຂັ້ນສູນກາງ, ແຂວງ, ເມືອງ, ພະນັກງານປະຕິວັດອາວຸໂສບຳນານ ພ້ອມດ້ວຍອະດີດນັກຮຽນມັດທະຍົມຕອນຕົ້ນເຊໂປນ ຊຸດທີ I (1968-1970) ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ຫໍສະໝຸດ ເມືອງເຊໂປນ ໄດ້ວາງສີລາລືກໃນການປຸກສ້າງ ວັນທີ 12 ກຸມພາ 2021 ແລະ ສຳເລັດການກໍ່ສ້າງໃນວັນທີ 2 ມີນາ 2022 ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກຄອບຄົວ ຄຸດໄພທູນ ແລະ ຍາດຕິພີ່ນ້ອງ ຮ່ວມກັບ ບັນດາຄູ-ອາຈານ, ນັກຮຽນ ເມືອງເຊໂປນ ຮຸ່ນຕ່າງໆ ແລະ ອົງການປົກຄອງເມືອງ ຊຶ່ງລວມມູນຄ່າການກໍ່ສ້າງທັງໝົດ 666.666.666 ກີບ.

SA Game
Lao Youth Radio
ອາຄານດັ່ງກ່າວສ້າງເປັນອາຄານ 2 ຊັ້ນ, ຂະໜາດ 7 x 15 ແມັດ, ໂຄງສ້າງເບຕົງເສີມເຫຼັກແບບຖາວອນ, ປະກອບມີຫ້ອງສະໝຸດໃຫຍ່ 1 ຫ້ອງ, ຫ້ອງຄອມພີວເຕີ 1 ຫ້ອງ, ຫ້ອງກາເຟ 1 ຫ້ອງ, ສາງເກັບເຄື່ອງ 1 ຫ້ອງ ແລະ ຫ້ອງນ້ຳ 2 ຫ້ອງ; ສຳລັບຄ່າອອກແບບ, ການປະກອບເຟີນີເຈີ, ອຸປະກອນຮັບໃຊ້, ຄອມພີວເຕີ, ວາຍຟາຍ, ກ້ອງວົງຈອນປິດ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ແມ່ນໄດ້ຮັບການຊ່ວຍເຫຼືອຈາກຫຼາຍພາກສ່ວນທີ່ເປັນບຸກຄົນ, ນິຕິບຸກຄົນ ທັງພາກລັດ, ເອກະຊົນພາຍໃນເມືອງ ແລະ ບັນດາເມືອງອ້ອມຂ້າງ ລວມມູນຄ່າ 100 ລ້ານກວ່າກີບ.

ໂອກາດນີ້, ທ່ານປະທານ ສນຊ ໄດ້ກ່າວບາງຕອນວ່າ: ດ້ວຍຄວາມຮູ້ບຸນຄຸນຕໍ່ພໍ່, ແມ່, ເອື້ອຍ, ອ້າຍ, ນ້ອງ, ຄູ-ອາຈານ, ເພື່ອນຮ່ວມຫ້ອງຮຽນ ແລະ ກໍຄືຕໍ່ແຜ່ນດິນເກີດ ເພື່ອສືບສານມູນເຊື້ອຂອງເຂດປົດປ່ອຍ ແລະ ເມືອງເຊໂປນ.

ການສ້າງຫໍສະໝຸດດັ່ງກ່າວ, ເພື່ອໃຫ້ກາຍເປັນບ່ອນພົບປະສ້າງສັນ, ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ນຳເອົາຄຸນປະໂຫຍດສູງສຸດມາໃຫ້ຊາວເມືອງເຊໂປນ ກໍຄືບັນດາເມືອງອ້ອມຂ້າງໄດ້ນຳໃຊ້ ເພື່ອພັດທະນາຕົນເອງຕໍ່ໄປພາຍໜ້າ ແລະ ເພື່ອເຮັດໃຫ້ຄົນຊຸດໃໝ່ຫັນມາເອົາໃຈໃສ່ການສຶກສາ, ເປັນການສ້າງຊັບພະຍາກອນມະນຸດ ແລະ ຄືນມາສ້າງສາພັດທະນາເຂດຖິ່ນເມືອງເຊໂປນ ໃຫ້ກາຍເປັນເມືອງເຊໂປນໃໝ່ ທີ່ນັບມື້ນັບຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກຍິ່ງໆຂຶ້ນ ດັ່ງສຽງເພງ “ເຊໂປນລ້ຳລຶກ” ທີ່ອຳມະຕະ ຕະຫຼອດມາ.

ພ້ອມນີ້, ຄະນະກຳມະການ ອ້ອມຂ້າງສູນກາງແນວລາວສ້າງຊາດ ໄດ້ມອບຄອມພີວເຕີຕັ້ງໂຕະ 1 ຊຸດ, ໂທລະໂຄງ 1 ຊຸດ, ເຈວລ້າງມື ແລະ ຜ້າອັດປາກ ມອບໃຫ້ແນວລາວສ້າງຊາດ ເມືອງເຊໂປນ ຕື່ມອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Lao Youth Radio