ຖ່າຍ​ທອດ​ສົດ​ຄົບ​ຮອບ 100 ວັນ​ຂອງ​ການ​ເປີດ​ນຳ​ໃຊ້​ລົດ​ໄຟ​ລາວ-ຈີນ

SA Game

ຂ​ປ​ລ

ຖ່າຍ​ທອດ​ສົດຄັ້ງທຳອິດຢູ່ລາວຫລັງ​ຈາກ​ຄົບ​ຮອບ 100 ວັນ​ຂອງ​ການ​ນຳ​ໃຊ້​ລົດ​ໄຟ​ລາວ-ຈີນ

ວັນເສົາທີ 12 ມີນາ 2022 ຢູ່ສະຖານີນະຄອນຫລວງວຽງຈັນ ສປປ ລາວ ແລະ ສະຖານີຄຸນມິງ ສປ ຈີນ, ຜູ້ໂດຍສານໄປມາຢູ່ຕາມສະຖານີສອງແຫ່ງ ເພື່ອໄປຢາມຍາດຕິພີນ້ອງ ຫລື ໄປວຽກຕ່າງຖີ່ນໂດຍທາງລົດໄຟ ລາວ-ຈີນ ເຊິ່ງປະຊາຊົນຜູ້ໃຊ້ອິນເຕີເນັດຂອງທັງສອງປະເທດລາວ-ຈີນ ໄດ້ກາຍເປັນ ສັກຂີພິຍານໃຫ້ແກ່ສະພາບການດັ່ງກ່າວໂດຍຜ່ານກ້ອງຖ່າຍ ແລະ ການ ຖ່າຍສົດແບບ SLOW TV.

ວັນທີ 12 ມີນາ ແມ່ນການຄົບຮອບ 100 ວັນຂອງການເປີດນຳໃຊ້ ເສັ້ນທາງລົດໄຟ ລາວ-ຈີນ, ສະນັ້ນ ສະຖານີວິທະຍຸໂທລະພາບສູນກາງຈີນ FM 93.0 ປະຈຳລາວ ຈິ່ງຈັດໃຫ້ມີການຖ່າຍສົດແບບ SLOW TV ຕໍ່ ສະຖານີນະຄອນຫລວງວຽງຈັນ ສປປ ລາວ ແລະ ສະຖານີຄຸນມິງ ສປ ຈີນ ຜ່ານທາງອອນລາຍ ເພື່ອໃຫ້ປະຊາຊົນຜູ້ໃຊ້ອິນເຕີເນັດທົ່ວໂລກໄດ້ເຫັນ ສະພາບການຂອງທັງສອງສະຖານີດັ່ງກ່າວໃນຕົວຈິງ.

SA Game
ຂ​ປ​ລ

ເສັ້ນທາງລົດໄຟ ລາວ-ຈີນ ແມ່ນເສັ້ນທາງລົດໄຟ EMU ສາຍທຳອິດຂອງ ສປປ ລາວ ທີ່ມີ ສປ ຈີນ ເປັນຜູ້ລົງທຶນ ແລະຊ່ວຍກໍ່ສ້າງໂດຍນຳໃຊ້ ມາດຕະຖານເຕັກນິກຈີນ ແລະອຸປະກອນຂອງຈີນ ແລະເປັນພາກສ່ວນ ໜຶ່ງຂອງຕາໜ່າງໄຟຟ້າສາກົນ ຂອງອະນຸພາກພື້ນອາຊີຕາເວັນອອກ ສ່ຽງໃຕ້.

ຕາມບໍລິສັດລົດໄຟ ລາວ-ຈີນ ໃຫ້ຮູ້ວ່າ:

ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ເລີ່ມບໍລິການເປັນເວລາ 100 ວັນເປັນຕົ້ນມາ, ສະເພາະຊ່ວງລາວ ໄດ້ເປີດຂະບວນລົດໄຟໂດຍສານ 362 ຂະບວນ, ຂົນສົ່ງຜູ້ໂດຍສານ 187.209 ເທື່ອຄົນ. ໄດ້ເປີດຂະບວນຂົນສົ່ງສິນຄ້າ 416 ຂະບວນ, ລວມໄດ້ຂົນສົ່ງ ສິນຄ້າ 92.491 ໂຕນ.

ການຖ່າຍສົດແບບ SLOW TV ຄັ້ງນີ້ໄດ້ຈັດຂຶ້ນຢູ່ສະຖານີ ນະຄອນຫລວງວຽງຈັນ ທີ່ ສປປ ລາວ ແລະສະຖານີຄຸນມິງ ທີ່ ສປ ຈີນ ໂດຍນຳໃຊ້ເຕັກນິກ 5G ເຮັດໃຫ້ຜູ້ຊົມສາມາດເບິ່ງການລາຍສົດ ກ່ຽວກັບ ສະພາບການຕົວຈິງ ຂອງທັງສອງສະຖານີດັ່ງກ່າວໄດ້ໂດຍຜ່ານເຟດບຸກ ເພຈ CRI-FM93 ແລະແອັບ YANGSHIPIN ຂອງຈີນ.

SA Game
ຂ​ປ​ລ

ການຖ່າຍສົດ ທາງອອນລາຍຄັ້ງນີ້ ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກປະຊາຊົນ ທັງສອງປະເທດ, ການຖ່າຍສົດແບບ SLOW TV ຄັ້ງນີ້ກໍ່ກາຍເປັນອີກ ວິທີໜຶ່ງທີ່ເກີດໃໝ່ໃນການລາຍງານຂ່າວຕ່າງໆ ເຊິ່ງສາມາດຕອບສະໜອງ ຄວາມຕ້ອງການຂອງຜູ້ໃຊ້ອິນເຕີເນັດໃນການຮັບຮູ້ຂ່າວ ຢ່າງທັນເຫດການ ແລະແທ້ຈິງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ວິທະຍຸສາກົນແຫ່ງປະເທດຈີນ (CRI)