ພິທີຍົກໃບເສມາຫີນ ຂື້ນຕັ້ງແທ່ນ ທີ່ສວນວັດທະນະທໍາ ວັດພຣະທາດໂຜ່ນ

SA Game

Media Laos

ເມືອງໄຊະທອງ ສະຫວັນນະເຂດ ຈັດພິທີຍົກໃບເສມາຫີນ ຂື້ນຕັ້ງແທ່ນ ວັດພຣະທາດໂຜ່ນ.

ສວນວັດທະນະທໍາ ວັດພະທາດໂຜ່ນ ເມືອງໄຊພູທອງ ແຂວງສະຫວັນນເຂດ,ໄດ້ຈັດພິທີຍົກໃບເສມາຫີນ ຂື້ນຕັ້ງແທ່ນໃນວັນທີ 8 ມີຖຸນາ 2022 ນີ້, ໂດຍນໍາພາຍົກ ແມ່ນພະເດດພະຄຸນຂອງຍາທ່ານ ຕົ້ນ ແສນສົມບັດ ຮອງເຈົ້າ ຄະນະສົງເມືອງ ໄຊພູທອງ ,ພະອາຈານ ສອນເພັດ ໂງ່ນລາຊະສິງ ຫົວໜ້າສຶກສາສົງ ເຈົ້າອະທິການວັດພະທາດໂຜ່ນ,ພະອາຈານ ບຸນນໍາ ຈັນທະສາໂລ ຮອງຄະນະຫ້ອງການປົກຄອງສົງ ພ້ອມດ້ວຍພະສົງສໍາມະເນນ

ພາຍນອກ ມີ ທ່ານ ເກີດມີ ຈັນທິລາດ ຮອງເລຂາພັກເມືອງ ຊີ້ນໍາວຽກງານການເມືອງແນວຄິດ-ພັກພະນັກງານ,ທ່ານ ເພີນ ທາມອນຕີ ຮອງເຈົ້າເມືອງໄຊພູທອງ ,ພ້ອມດ້ວຍ ນາຍບ້ານ ເຖົ້າແກ່ແນວໂຮມບ້ານໂພນທາດ,ທ່ານ ປະລິນ ລອງວັງ,ທ່ານ ນາງ ອໍາພອນ ເພັດສີນໍລາດ ພ້ອມດ້ວຍຄອບຄົວລູກຫຼານເປັນເຈົ້າພາບເຈົ້າສັດທາຍົກໃບເສມາຫີນຂື້ນຕັ້ງແທ່ນຮ່ວມກັນ.

SA Game
Media Laos

ໃນພິທີ ທ່ານ ອຸດອນ ບຸດຕະວົງ ຫົວໜ້າຫ້ອງການ ຖວທ ເມືອງ ກໍ່ໄດ້ຂື້ນລາຍງານໃນການກໍ່ສ້າງ ແກະສະຫຼັກໃບເສມາຫີນ ວ່າ: ການແກະສະຫຼັກໃບເສມາຫີນ ແມ່ນໄດ້ດໍາເນີນມາແຕ່ວັນທີ 6 ມັງກອນ 2019 ເປັນຕົ້ນມາ,ເຊິ່ງໄດ້ໃຊ້ເວລາເກືອບ 2 ປີ,ແກະສະຫຼັກໃບເສມາຫີນ ເປັນພຣະພຸດທະຮູບປາງສະມາທິ,ດ້ານຫຼັງເປັນຮູບພະທາດໂຜ່ນ

ເຊິ່ງມີຄວາມສູງເກືອບ 2 ແມັດ,ກວ້າງ 80 ຊັງຕີແມັດ,ໜາ 20 ຊັງຕິແມັດ,ມີນໍ້າໜັກເກືອບ 4 ໂຕນ,ແທ່ນຕັ້ງສູງ 1 ແມັດ,ແມ່ນສັດທາສ້າງຂອງຍາແມ່ສີຈັນ ສິນລະວົງ,ແມ່ຍາຄໍາດີ ອຸ່ນທະວິໄລ ພ້ອມດ້ວຍລູກຫຼານ,ຍາດຕິພີ່ນ້ອງ,ເພື່ອນມິດສະຫາຍຕະຫຼອດຮອດຊາວພຸດທະສາ ສະນິກກະຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈິດໃຈເຫຼື້ອມໃສສັດທາ ຮ່ວມກັນກັບຊາວເມືອງໄຊພູທອງ ມີມູນຄ່າສ້າງທັງໝົດ 54 ລ້ານກວ່າກີບ.

ທັງນີ້ກໍ່ເພື່ອໃຫ້ເປັນບ່ອນສັກກາລະບູຊາ,ທັງເປັນບ່ອນເຕົ້າໂຮມຄວາມສາມັກຄີ,ບ່ອນເຮັດບຸນສິນກິນທານ ແລະ ທັງເປັນການສືບທອດຮີດຄອງປະເພນີອັນດີງາມ ແລະ ລໍ້າຄ່າຂອງຊາດລາວ ເວົ້າລວມ ໃຫ້ຢູ່ຄູ່ຊາວເມືອງໄຊພູທອງຕະຫຼອດໄປ.

SA Game
Media Laos

ໃນພິທີ ກໍ່ໄດ້ມີການມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໄຊພູທອງ ໃຫ້ທາງຄະນະເຈົ້າພາບເຈົ້າສັດທາສ້າງ ແລະ ເຈົ້າພາບເຈົ້າສັດທາຍົກໃບເສມາຫີນ ນໍາໂດຍທ່ານ ປະລິນ ລອງວັງ,ທ່ານ ນາງ ອໍາພອນ ເພັດສີນໍລາດ ພ້ອມດ້ວຍລູກຫຼານຍາດຕິພີ່ນ້ອງໃນມູນຄ່າ 7 ລ້ານກວ່າກີບ

ຜ່ານມາເພີ່ນຍັງໄດ້ເປັນເຈົ້າພາບເຈົ້າສັດທາຖະຫວາຍດອກບົວຄໍາໃສ່ຈອມເຈດີພະທາດໂຜ່ນ ມີຄໍາຈໍານວນ 28 ບາດ,ເງິນ 23 ບາດ. ໂດຍໃຫ້ກຽດມອບ ຂອງ ທ່ານ ເກີດມີ ຈັນທິລາດ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ພັກພະນັກງານເມືອງ .

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: medialaos