ມາຮູ້ຈັກກັບຫັດຖະກຳເຜົ່າໄຕແດງ ຂອງແຂວງ ຫລວງນ້ຳທາ

SA Game

ອິນໄຊລາວ

ບ້ານ ພຽງງາມ ບ້ານຫັດຖະກຳຂອງຊົນເຜົ່າໄຕແດງ ແຂວງຫຼວງນ້ຳທາ

ເຜົ່າໄຕແດງ ແລະ ສູນຫັດຖະກຳຂອງເຜົ່າໄຕແດງ ບ້ານ ພຽງງາມ ຢູ່ແຂວງ ຫຼວງນ້ຳທາ  ໂດຍໄດ້ຮັບທຶນສະໜັບສະໜູນຂອງ ລັດຖະບານນິວຊີແລນ (NZ ), ເຊິ່ງມີຫ້ອງສາທິດຕ່ຳຫູກສຳລັບຮຽນຮູ້ດ້ານການຕ່ຳຫູກ, ການຍ້ອມສີຜ້າແພ, ມີຮ້ານອາຫານ ແລະ ທີ່ພັກ ( Ecolodge ) ສຳລັບນັກທ່ອງທ່ຽວ, ມີຈຸດຊົມວິວ.

ເຊິ່ງໄດ້ເປີດໃຫ້ບໍລິການໃນປີ 2019, ສະຖານທີ່ແຫ່ງນີ້ເໝາະສົມແກ່ນັກທ່ອງທ່ຽວທີ່ມີຄວາມສົນໃຈຮຽນຮູ້ວິຖີການດຳລົງຊີວິດຊົນເຜົ່າ ແລະ ພັກຜ່ອນກັບບັນຍາກາດທີ່ຫງຽບສະຫງົບ.
ປະຫວັດຂອງ ບ້ານ ພຽງງາມ ແມ່ນສ້າງຕັ້ງຂຶ້ນໃນ ປີ ຄສ 1717 ຍຸກເຈົ້າໝ່ອມຫຼວງປົກຄອງ ເມືອງຫຼວງຫົວທາ. ຊາວບ້ານພຽງງາມ ກວມເອົາ ເຜົ່າໄຕແດງ ແລະ ໄຕຂາວ ຈຳນວນໜຶ່ງ ທີ່ມີກົກເຄົ້າມາຈາກ ແຂວງດຽນບຽນຟູ ສ.ສ ຫວຽດນາມ ໃນປີ 1971, ມີຫຼາຍໝູ່ບ້ານໄດ້ຍ້າຍເຂົ້າມາຢູ່ ເມືອງ ຫຼວງນໍ້າທາ ເພາະວ່າເປັນທົ່ງພຽງ ແລະ ເປັນດິນເປົ່າຫວ່າງຍ້ອນການຖິ້ມລະເບີດໃນປາງສົງຄາມອິນດູຈີນ ( ສົງຄາມໂລກ ຄັ້ງທີ II ).

SA Game
ອິນໄຊລາວ

ກ່ອນສົງຄາມ ເຂດນີ້ມີກຸ່ມຊົນເຜົ່າລາວຍວນ ໄດ້ຕັ້ງຊື່ບ້ານນີ້ວ່າ:

ບ້ານ ຕຽງງາມ ມີຄວາມ ໝາຍວ່າ: “ເຄື່ອງນຸ່ງທີ່ສວຍງາມ” ເຊິ່ງມີການເລົ່າຂານກັນມາວ່າ ຫຼາຍປີກ່ອນ ມີຊຸດເຄື່ອງນຸ່ງທີ່ສວຍງາມໄດ້ຖືກປະຖີ້ມໄວ້ໃນຖໍ້າ ຊ້າງປູ່ມ່ອນ ( ຊ້າງເຜືອກ ) ເຊິ່ງເປັນສະຖານທີ່ເຄົາລົບບູຊາຂອງຊາວບ້ານ ແຕ່ວ່າເຄື່ອງດັ່ງກ່າວໄດ້ຫາຍໄປເພາະວ່າ ມີແມ່ໝ້າຍຄົນໜຶ່ງໄປຢືມເຄື່ອງປະດັບດັ່ງກ່າວມາເອ້ຍ້ອງແລ້ວບໍ່ສົງຄືນ ຈຶ່ງເຮັດໃຫ້ຖໍ້າຖືກປີດຖາວອນ. ຕັ້ງແຕ່ນັ້ນມາ, ຈຶ່ງໄດ້ປ່ຽນຊື່ “ບ້ານ ຕຽງງາມ” ມາເປັນ “ ບ້ານ ພຽງງາມ” ທີ່ມີຄວາມໝາຍວ່າ “ດິນແດນແຫ່ງຮາບພຽງທີ່ສວຍງາມອຸດົມສົມບູນ”.
ບ້ານ ພຽງງາມ ໄດ້ຮັບການພັດທະນາ ໃຫ້ເປັນບ້ານທ່ອງທ່ຽວ ມາແຕ່ ປີ 1997 ທີ່ໄດ້ຮັບທຶນສະໜັບສະໜູນຈາກ ທະນາຄານພັດທະນາອາຊີ (ADB) ແລະ ລັດຖະບານ ປະເທດນີວຊີແລນ (NZ), ໂດຍໄດ້ກໍ່ສ້າງເສັ້ນທາງລົດເຂົ້າຫາບ້ານ, ກໍ່ສ້າງເຮືອນພັກລວມຂອງນັກທ່ອງທ່ຽວ ແລະ ຫ້ອງຈໍາໜ່າຍຜະລິດຕະພັນຫັດຖະກໍາ ໂດຍການສົ່ງເສີມໃຫ້ປະຊາຊົນຜະລິດຫັດຖະກໍາຜ້າຝ້າຍ, ຜ້າໄໝ ແລະ ຍ້ອມສີທໍາມະຊາດ.

SA Game
ອິນໄຊລາວ

ບ້ານ ພຽງງາມ ຕັ້ງຢູ່ຊານເມືອງ ຫຼວງນໍ້າທາ ໄປທາງທິດຕາເວັນຕົກ ຂອງເທດສະບານແຂວງ 11 ກິໂລແມັດ, ຕາມເສັ້ນທາງວົງແຫວນເຊື່ອມຕໍ່ລະຫວ່າງ ບ້ານ ດອນຄູນ-ພຽງງາມ, ບ້ານ ນໍ້າແງ້ນ, ພະທາດປຸມປຸກ-ພະທາດຫຼວງນໍ້າທາ ໂດຍນັກທ່ອງທ່ຽວ ສາມາດເຂົ້າເຖິງໄດ້ດ້ວຍລົດຖີບ, ລົດຈັກ, ລົດໃຫຍ່, ເປັນເສັ້ນທາງດິນແດງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນໄຊລາວ.