ພິທີສະເຫຼີມສະຫຼອງວັນປະກາດສ້າງຕັ້ງນະຄອນປາກເຊຄົບຮອບ 4 ປີ

SA Game

Media Laos

ສະເຫຼີມສະຫຼອງວັນຄົບຮອບສ້າງຕັ້ງນະຄອນປາກເຊ ທີ່ສົມໂພດຫໍຫຼັກເມືອງ ແລະ ອະພິເສກປະທານ ອພສແຂວງ.

ໄດ້ມີການຈັດພິທີສະເຫຼີມສະຫຼອງວັນປະກາດສ້າງຕັ້ງນະຄອນປາກເຊຄົບຮອບ 4 ປີ ວັນທີ 31 ພຶດສະພາ 2018 -31 ພຶດສະພາ 2022, ພິທີສົມໂພດຫໍຫຼັກເມືອງ ແລະພິທີ ອະພິເສກພຣະ ອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານ ອພສແຂວງຈຳປາສັກ ໃນຕອນເຊົ້າວັນທີ 31 ພຶດສະພາ 2022 ນີ້,ທີ່ຫໍຫຼັກເມືອງປາກເຊ ແຂວງຈຳປາສັກດ້ວຍບັນຍາກາດອັນຄຶກຄື້ນ ແລະ ມີຄວາມໝາຍ.

ເຂົ້າຮ່ວມ ພິທີມີພຣະອາຈານມະຫາ ບຸນມາ ສີມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ,ມີປະທານ ອພສ ແຂວງ,ພຣະເຖຣາ ຈາກສູນກາງ ແລະ ຕ່າງແຂວງ,ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈຳປາສັກ,ທ່ານ ນາງ ອິນລະວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ,ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ.ມີບັນດາການນຳແຂວງ -ນະຄອນປາກເຊ,ແຂກພາຍໃນ ແລະ ຕ່າງປະເທດ,ບໍລິສັດຮັບເໝົາກໍ່ສ້າງຫໍຫຼັກເມືອງ,ບັນດາປະຊາຊົນອອກຕົນຍາດຍົມພາຍໃນແຂວງ-ຄອງນະຄອນປາກເຊເຂົ້າຮ່ວມຢ່າງຫຼວງຫຼາຍ.

SA Game
Media Laos

ໃນພິທີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ກ່າວປາໄສ ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງນະຄອນປາກເຊ(ເມືອງປາກເຊ) ຍົກໃຫ້ເຫັນຄວາມເກັ່ງກ້າອາດຫານ,ສະຫຼາດສ່ອງໃສຂອງການນຳພັກ-ລັດ ແລະ ບັນພະບູລຸດແຕ່ລະຮຸ່ນຄົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ເອົາໃຈໃສ່ສ້າງສາພັດທະນາເມືອງປາກເຊໃຫ້ພັດທະນາກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.

ຈາກນີ້ ກໍເວົ້າເຖິງປະຫວັດມູນເຊື້ອວັດຫຼວງປາກເຊ ແລະ ການກໍ່ສ້າງຫໍຫຼັກເມືອງປາກເຊ

ຊຶ່ງ ການກໍ່ສ້າງຫໍຫຼັກເມືອງ ແມ່ນຕິດພັນກັບຮີດຄອງປະເພນີຂອງທ້ອງຖີ່ນ, ຄວາມໝາຍສຳຄັນຂອງ ຫຼັກບ້ານ-ຫຼັກເມືອງ ແມ່ນສັນຍາລັກຄວາມໝັ້ນຄົງຖາວອນ ແລະ ຄວາມຢູ່ເຢັນເປັນສຸກຂອງບ້ານ ເມືອງ; ທັງແມ່ນສັນຍາລັກ ແຫ່ງຄວາມສາມັກຄີປອງດອງ ເປັນອັນໜຶ່ງອັນດຽວຂອງຊາວເມືອງ ທຸກ ຊົນຊາດຊົນເຜົ່າ.

ໂດຍເຫັນໄດ້ຄວາມສຳຄັນທາງປະຫວັດສາດ ໃນການສ້າງຕັ້ງບ້ານ-ສ້າງຕັ້ງເມືອງ, ໃນ ປີ 2013 ທ່ານ ເຈົ້າແຂວງໆຈຳປາສັກ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸມັດ ສຶກສາ,ຄົ້ນຄວ້າ, ສຳ ຫຼວດ-ອອກແບບໂຄງການຫໍຫຼັກເມືອງປາກເຊ (ຕາມຂໍ້ຕົກລົງ ເລກທີ 1171/ຈຂ.ຈສ, ລົງວັນທີ 9 ສິງຫາ 2013) ແລະ ໄດ້ຮັບຮອງເອົາແບບໂຄງການກໍ່ສ້າງຫໍຫຼັກເມືອງປາກເຊ ຕາມຂໍ້ຕົກລົງ ເລກທີ 179/ຈຂ.ຈສ, ລົງວັນທີ 6 ກຸມພາ 2015. ຈາກນັ້ນ, ໃນວັນທີ 29 ພຶດສະພາ 2015 ໂຄງການກໍ່ສ້າງຫໍ ຫຼັກເມືອງປາກເຊ ໄດ້ເລີ່ມການກໍ່ສ້າງ ແລະວາງສີລາລຶກ ຢ່າງເປັນທາງການ ທີ່ບ້ານຫຼັກເມືອງ, ນະຄອນ ປາກເຊ (ໜ້າວັດຫຼວງປາກເຊ) ຮອດວັນທີ 22 ມັງກອນ 2022 ໂຄງການດັ່ງກ່າວໄດ້ສຳເລັດ ການກໍ່ສ້າງ (ໂດຍການຮັບເໝົາກໍ່ສ້າງຂອງບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ) ແລະ (ວັນທີ 29 ພຶດສະພາ 2022) ກໍໄດ້ມີພິທີອັງເຊີນເອົາ “ເສົາສຸວັນນະມະນີສີລາຈາລຶກ” ແລະ ພຣະພຸດທະຮູບຄູ່ບາລະມີ 4 ອົງ ເຂົ້າສະຖິດໃນຫໍຫຼັກເມືອງ ເປັນທີ່ຮຽບຮ້ອຍ ແລະ ເລີ່ມບັນຈຸວັດຖຸມຸງຄຸນຕ່າງໆເຂົ້າໃສ່ແລ້ວ.ໃນະີທີກໍໄດ້ທຳມີທຳບຸນຕັກບາດ ຖວາຍ ສັງຄະທານ ແດ່ພຣະສົງ 108 ອົງ ແລະ ພິທີເຖຣາພິເສກ ຫົດສົງມຸທິຕາ ພຣະອາຈານໃຫຍ່ ມະຫາ ສຸວັນ ຈັນທະລາດ, ປະທານ ອພສ ແຂວງ ຈຳປາສັກ

SA Game
Media Laos

ມາຮອດຕອນຄ່ຳມື້ນີ້ 31 ພຶດສະພາ ກໍມີພິທີສົມໂພດຫໍຫຼັກເມືອງປາກເຊ ຢ່າງເປັນທາງການ. ໂດຍການເປັນປະທານ ຂອງພຣະອາຈານໃຫຍ່ມະຫາບຸນມາ ສີມາພົມ, ປະທານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: Media Laos