ກຽມບູລະນະປະຕິສັງຂອນໂຮງນາງສີດາເຂດມໍລະດົກໂລກວັດພູຈຳປາສັກ​ໃໝ່

SA Game

Media Laos

ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປັບ​ປຸງ​ສະ​ຖານ​ທີ່​ທ່ອງ​ທ່ຽວໂຮງນາງສີດາເຂດ​ວັດ​ພູ​ຈຳ​ປາ​ສັກ

​ເພື່ອ​ເປັນ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​ທ່ຽວ​ໃນ​ ສ​ປ​ປ ລາວ ໃຫ້​ຫລາຍ​ຂື້ນ, ສະ​ນັ້ນ​ທາງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ສ ປ​ປ ລາວ ກໍ​ໄດ້​ມີ​ນະ​ໂຍ​ບາຍ​ໃນ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ແບບ ສີ​ຂຽວ ແລະ ປັບ​ປຸງ​ສະ​ຖານ​ທີ​ທ່ອງ​ທຽວ​ໃຫ້​ມີ​ຄວາມ​ໜ້າ​ທ່ຽວ​ຊົມ​ຫລາຍ​ຂື້ນ, ແລະ ໂຮງນາງສີດາເຂດມໍລະດົກໂລກວັດພູຈຳປາສັກ ກຳລັງບູລະນະປະຕິສັງຂອນ ໄລຍະ2 ປີ2021-2025 ໃຊ້ງົບ 5ລ້ານໂດລາສະຫະລັດ.

ທ່ານ ອຳພົນ ແສງພະຈັນ ຫົວໜ້າຫ້ອງການມໍລະດົກໂລກວັດພູຈຳປາສັກໄດ້ລາຍງານໃຫ້ຊາບວ່າ:

ການບູລະນະປະຕິສັງຂອນໂຮງນາງສີດາ ເຂດມໍລະດົກໂລກວັດພູຈຳປາສັກທີ່ໄດ້ເຊັນບົດບັນທຶກໃນປີ 2012 ລະຫວ່າງ ກະຊວງ ຖວທ ແລະ ມູນນິທິ ມໍລະດົກວັດທະນະທຳ ສ.ເກົາຫຼີ ແລະ ເລີ່ມລົງມືປະຕິສັງຂອນໃນປີ 2013, ການບູລະນະຄັ້ງນີ້ແມ່ນພົບກັບຄວາມຫຍຸ້ງຍາກຫຼາຍຕ້ອງໄດ້ດຳເນີນການສຳຫຼວດ, ການສຶກສາຄົ້ນຄວ້າທາງດ້ານບູຮານຄະດີໃຫ້ໄດ້ຂໍ້ມູນທີ່ລະອຽດໃຊ້ເວລາ ຫຼາຍກວ່າ 4-5ປີ ຈຶ່ງໄດ້ເລີ່ມລົງມືປະຕິບັດການບູລະນະປະຕິສັງຂອນ

SA Game
Media Laos

ມາຮອດປັດຈຸບັນແມ່ນຢູ່ໃນໄລຍະປີ 2021-2025 ທາງຫ້ອງການມໍລະດົກໂລກວັດພູຈຳປາສັກຈະໄດ້ສຸມໃສ່ການປະຕິບັດຕາມຂັ້ນຕອນຕາມລະບຽບຫຼັກການ ຕາມການບູລະນະຈາກອົງການອຸຍເນັດສະໂກວາງອອກຢ່າງເຂັ້ມງວດ, ເພື່ອຮັກສາວັດຖຸພັນຕ່າງໆທີ່ເປັນຄຸນຄ່າມໍລະດົກໃຫ້ດີທີ່ສຸດ.

ສຳລັບໂຮງນາງສີດາໄລຍະທີ່1 ປີ 2012-2020 ໃຊ້ງົບ 7ລ້ານໂດລາສະຫະລັດ, ໄລຍະທີ່2 ປີ 2021-2025 ໃຊ້ງົບ 5ລ້ານໂດລາສະຫະລັດ.

SA Game
Media Laos
ໂຮງນາງສີດາມີເນື້ອທີ່ 54,549ຕາແມັດ ແລະ ສັນນິຖານວ່າໄດ້ສ້າງໂຮງນາງສີດາແຕ່ສັດຕະວັດທີ 10 ຫາ ສັດຕະວັດທີ 11. ຫ່າງຈາກມໍລະດົກໂລກວັດພູຈຳປາສັກໄປທາງທິດໃຕ້ປະມານ 1 ກມ, ປັດຈຸບັນພາກສ່ວນທີ່ກ່ຽວຂ້ອງໄດ້ຍົກຍ້າຍຫີນທີ່ເພພັງລົງມາຍ້ອນການເວລາ ອອກໄປອະນາໄມ ແລະ ກະກຽມປະກອບເຂົ້າຄືນຈຸດທີ່ຕັ້ງເດີມຂອງກ້ອນຫີນແຕ່ລະກ້ອນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Media Laos