ພາກ​ການ​ທ່ອງທ່ຽວເສຍ​ຫາຍ​ໜັກ​ຈາກ​ໄພ​ພິ​ບັດ​ນ້ຳ​ຖ້ວມ​ຢູ່ພາກ​ເໜືອ​ລາວ

SA Game

ຂ​ປ​ລ

​ແຂວງ ອຸດົມໄຊ ຕິດ​ຕາມເກັບກຳຂໍ້ມູນຜົນເສຍຫາຍ​ຂອງຫົວໜ່ວຍທຸ​ລະ​ກິດ​ທີ່ກັບວຽກທ່ອງທ່ຽວ

ຈາກ​ໄພ​ພິ​ບັດ​ນ້ຳ​ຖ້ວມ​ຢູ່​ເມືອງ ຫລາ ແຂວງ​ ອຸ​ດົມ​ໄຊ​ຫວ່າງ​ບໍ່​ດົນ​ມາ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫລວງ​ຫລາຍ​ຕໍ່​ພໍ່​ແມ່​ປະ​ຊົນ​ຊົນ​ໃນ​ເມືອງ​ດັ່ງ​ກ່າວ ແລະ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ວຽກ​ງານ​ດ້ານ​ການ​ທ່ອງ​ທ່ຽວ​ກໍ​ຄື​ຫົວ​ໜ່ວຍ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ຕ່າງໆ ແລະ ດັ່ງ​ທີ່​ເຮົາ​ຮູ້​ກັນ​ແລ້ວ​ຫວາ​ແຂວງ ອຸ​ດົມ​ໄຊ​ກໍ​ເປັນ​ອີກ​ແຂວງ​ໜຶ່ງ​ທີ່​ຕິດ​ພັນ​ກັບ​ທຸ​ລະ​ກິດ​ການ​ທ່ອງ​ທ່ຽວ ເນື່ອງ​ຈາກ​ເປັນ​ແຂວງ​ທີ່​ມີ​ທຳ​ມະ​ຊາດ​ທີ່​ເອື້ອ​ອຳ​ນວຍ​ໃຫ້​ໃນ​ການ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ.

ຕາມ​ການ​ລາຍ​ງານ​ຂອງແຫລ່ງຂ່າວຈາກ ແຂວງອຸດົທໄຊ ໃຫ້ຮູ້ວ່າ:

ໃນວັນທີ 13 ກັນຍາ ນີ້, ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວຫນ້າພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ແຂວງອຸດົມໄຊ ພ້ອມດ້ວຍທີມວິຊາການ ຂະແໜງທ່ອງທ່ຽວ ລົງກວດກາຊຸກ ຍູ້ຕິດຕາມ, ເກັບກຳຂໍ້ມູນ ຫົວໜ່ວຍທຸລະກິດການບໍລິການ-ການທ່ອງທ່ຽວ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ເມືອງຫລາ ໃນວັນທີ 26 ສິງຫາຜ່ານມາ.

SA Game
ຂ​ປ​ລ

ໂອກາດນີ້, ທ່ານ ຈໍາປາ ຈັນທະລັງສີ ຫົວໜ້າຫ້ອງການ ຖວທ ເມືອງຫລາ ໄດ້ລາຍງານກ່ຽວກັບຜົນເສຍຫາຍ ຂອງບັນດາຫົວໜ່ວຍທຸລະກິດ ທີ່ຕິດພັນກັບວຽກງານທ່ອງທ່ຽວ ທີ່ໄດ້ຮັບຜົນເສຍຫາຍມີ 11 ຫົວໜ່ວຍ ລວມມູນຄ່າ 13,4 ຕື້ກ່ວາກີບ, ເສຍຫາຍໜັກແມ່ນ ເມືອງຫລາລີສອດ, ນ້ຳພາກສະບາຍດີ ແລະ ບັນດາຫົວໜ່ວຍບໍລິການທີ່ຕັ້ງຕິດກັບສາຍນ້ຳຫລາ ແລະ ຮ້ານອື່ນໆ ຕາມສາຍນ້ຳພາກ.

ໃນໂອກາດດຽວກັນ, ທ່ານ ບຸນກວມ ມິດເມືອງໄຊ ກໍໄດ້ເນັ້ນໃຫ້ ພະນັກງານ ຖວທ ເມືອງຫລາ ເອົາໃຈໃສ່ວຽກງານການເມືອງແນວຄິດ, ການຈັດຕັ້ງປະຕິບັດໜ້າທີ່ວິຊາສະ ເພາະ, ຕ້ອງເຮັດໜ້າທີ່ເປັນກະບອກສຽງຂອງພັກ ຕໍ່ຕ້ານທຸກຖ້ອຍຄໍາທີ່ບິດເບືອນ ໃສ່ຮ້າຍປ້າຍສີ, ເຮັດວຽກປຸກລະດົມດ້ານແນວຄິດຈິດໃຈ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

SA Game
ຂ​ປ​ລ

ວຽກງານການທ່ອງທ່ຽວ ຕ້ອງຮີບຮ້ອນເກັບກຳຜົນເສຍຫາຍໃຫ້ລະອຽດ, ບັນດາຫົວໜ່ວຍທຸລະກິດທີ່ໄດ້ຜົນກະທົບ ຈາກນ້ຳຖ້ວມ, ລົງຕິດຕາມ ຊຸກຍູ້ດ້ານຈິດໃຈຢ່າງໃກ້ຊິດ ເພື່ອໃຫ້ມີການປັບປຸງ ແລະ ຟື້ນຟູໂດຍໄວ ເພື່ອດຶງດູດນັກທ່ອງທ່ຽວ ກັບມາທ່ຽວເມືອງຫລາ ໃຫ້ມີບັນຍາກາດຄຶກຄື້ນ ຄືເກົ່າ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.